ກອງປະຊຸມຫົວໜ້າປະຊາຄົມສືບຂ່າວການທະຫານ/ການປ້ອງກັນຊາດ ອາຊຽນ ຄັ້ງທີ 2
ກປ.ອອນໄລ - ໃນລະຫວ່າງວັນທີ 6 - 7 ກັນຍາ, ທ່ານພົນຕີ ເຈິ່ນກົງຈິງ, ຫົວໜ້າກົມໃຫຍ່ II ໄດ້ນຳໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຫົວໜ້າປະຊາຄົມສືບຂ່າວການທະຫານ/ການປ້ອງກັນຊາດ ອາຊຽນ ຄັ້ງທີ 2 (AMICLC-2) ດ້ວຍຫົວຂໍ້ “ການຮ່ວມມືສືບຂ່າວແບບຍືນຍົງ ເພື່ອປະຊາຄົມອາຊຽນ ທີ່ກວມລວມ” ຢູ່ນະຄອນຫຼວງກົວລາລຳເປີ, ປະເທດ ມາເລເຊຍ.
ກອງປະຊຸມຄັ້ງນີ້ໄດ້ຮັບຖືວ່າແມ່ນບາດກ້າວສືບຕໍ່ຜົນສໍາເລັດຂອງ AMICLC-1 ໂດຍ ຫວຽດນາມ ລິເລີ່ມ ແລະເປັນເຈົ້າພາບຈັດຄັ້ງປີ 2024, ສືບຕໍ່ຢືນຢັນບົດບາດຂອງຂໍ້ລິເລີ່ມປະຊາຄົມສືບຂ່າວການທະຫານ/ການປ້ອງກັນຊາດ ບັນດາປະເທດອາຊຽນ (AMIC) ໃນການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ແລະເພີ່ມທະວີການສົມທົບກັນລະຫວ່າງບັນດາປະເທດອາຊຽນ ຕໍ່ໜ້າສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່. ໃນຂອບເຂດກອງປະຊຸມ, ບັນດາຄະນະ ໄດ້ເຂົ້າຮ່ວມການແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
    |
 |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບລວມ. ພາບ: ຈູງໂດ |
ຢູ່ນອກກອງປະຊຸມ, ທ່ານພົນຕີ ເຈິ່ນກົງຈິງ ໄດ້ມີການພົບປະສອງຝ່າຍກັບຫົວໜ້າອົງການສືບຂ່າວປ້ອງກັນຊາດ ບັນດາປະເທດ: ບຣູໄນ, ກຳປູເຈຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ ແລະໄທ ເພື່ອແນໃສ່ຊຸກຍູ້ການຮ່ວມມື, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະປະກອບສ່ວນປັບປຸງຄວາມສາມັກຄີ, ເຫັນດີເປັນເອກະພາບໃນອາຊຽນ.
ໂດຍ: ໄຊນີດາ