ໃນໄລຍະຜ່ານມາ, ຄະນະພັກ, ກອງບັນຊາການທະຫານເຂດ 3 ໄດ້ສຸມໃສ່ນໍາພາ, ຊີ້ນໍາຢ່າງເຂັ້ມງວດ, ຜັນຂະຫຍາຍປະຕິບັດຄໍາສັ່ງ ເລກທີ 169 ຂອງຄະນະປະຈໍາຄະນະພັກການທະຫານສູນກາງ, ມະຕິ ເລກທີ 120 ຂອງຄະນະພັກທະຫານເຂດ ຢ່າງຄົບຊຸດ, ແໜ້ນແຟ້ນ ແລະມີປະສິດທິຜົນ; ຊີ້ນຳ, ແນະນໍາສະຫຼຸບບໍລິເວນ, ສ້າງແຜນທີ່ຊອກຫາ, ທ້ອນໂຮມອັດຖິ (ໄລຍະທີ 1) ຢູ່ 3 ຂັ້ນ, ຈັດຕັ້ງການມອບ-ຮັບຜະລິດຕະພັນໃຫ້ຫ້ອງການ ຄະນະຊີ້ນໍາແຫ່ງຊາດ 515, ເຊິ່ງໄດ້ຮັບການຮັບຮູ້, ຕີລາຄາສູງຈາກຂັ້ນເທິງ.

leftcenterrightdel
ການນຳທະຫານເຂດ 3 ມອບໃບຍ້ອງຍໍໃຫ້ບັນດາໝູ່ຄະນະ,  ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດຄຳສັ່ງ ເລກທີ 169 ແລະມະຕິເລກທີ 120 ໄລຍະ 2021 - 2025. ພາບ: qdnd.vn

ໃນໄລຍະຈະມາເຖິງ, ຄະນະພັກ, ຄະນະບັນຊາທຸກຂັ້ນຢູ່ທະຫານເຂດ 3 ສົມທົບກັນຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ມູນເຊື້ອ, ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງປະເທດຊາດ ຢ່າງເລິກເຊິ່ງກວ້າງຂວາງ; ປະຕິບັດແຜນນະໂຍບາຍຫັນວຽກງານເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວນະໂຍບາຍເປັນຂອງສັງຄົມເປັນຢ່າງດີ; ລະດົມແຫຼ່ງກຳລັງເພື່ອໜູນຊ່ວຍກໍ່ສ້າງເຮືອນສົງເຄາະ, ເຮືອນຢູ່ສັງຄົມ, ມອບປຶ້ມປະຢັດ, ເມັດພືດ, ທຶນຮອນ, ເຄື່ອງມືຜະລິດ; ຊີ້ນຳ, ແນະນໍາບັນດາຫົວໜ່ວຍສືບຕໍ່ປະຕິບັດແຜນຮ່າງຊອກຫາ, ທ້ອນໂຮມ ແລະກຳນົດຊື່ ແລະນາມສະກຸນຂອງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

ໂດຍ: ຈາງຫງວຽນ