ໂດຍໄດ້ຮັບຄຳເຊີນຂອງກະຊວງປ້ອງກັນປະເທດຫວຽດນາມ, ກະຊວງປ້ອງກັນປະເທດບັນດາປະເທດ, ຄື: ລັດເຊຍ, ຈີນ, ລາວ ແລະ ກຳປູເຈຍ ໄດ້ຈັດສົ່ງຄະນະນາຍທະຫານມາຍັງຫວຽດນາມ ເຂົ້າຮ່ວມເດີນຂະບວນສວນສະໜາມທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສໍາເລັດ (19-8-1945 / 19-8-2025) ແລະວັນຊາດ ສສ ຫວຽດນາມ (2-9-1945 / 2-9-2025). ຕອນເຊົ້າວັນທີ 31 ສິງຫາ, ບັນດາຄະນະໄດ້ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ.

leftcenterrightdel
ຄະນະນາຍທະຫານກໍາລັງປະກອບອາວຸດ ສະຫະພັນ ລັດເຊຍ ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ. ພາບ: qdnd.vn
leftcenterrightdel
ຄະນະນາຍທະຫານກອງທັບປະຊາຊົນລາວ ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ. ພາບ: qdnd.vn
leftcenterrightdel
ຄະນະນາຍທະຫານກອງທັບ ແຫ່ງລາຊະອານາຈັກ ກໍາປູເຈຍ ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ. ພາບ: qdnd.vn
leftcenterrightdel
ຄະນະທີ່ປຶກສາທູດປ້ອງກັນຊາດ ບັນດາປະເທດປະຈໍາຫວຽດນາມ ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ. ພາບ: qdnd.vn

ເມື່ອມາຮອດຮ່າໂນ້ຍ, ຄະນະນາຍທະຫານບັນດາປະເທດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກດ້ານອາກາດ, ຄວາມກົດດັນຂອງເວລາ, ການຫັນປ່ຽນດ້ານເງື່ອນໄຂດໍາເນີນຊີວິດເພື່ອຜັນຂະຫຍາຍການຝຶກແອບຮ່ວມຢ່າງວ່ອງໄວ, ເຂົ້າຮ່ວມການຝຶກແອບຮ່ວມໃນກ້ອນກໍາລັງເດີນຂະບວນສວນສະໜາມຂອງຫວຽດນາມ.

ການເຂົ້າຮ່ວມຂອງຄະນະນາຍທະຫານບັນດາປະເທດໃນພິທີສະເຫຼີມສະຫຼອງທີ່ຈະມາເຖິງຢູ່ສະໜາມຫຼວງບາດິ່ງ ແມ່ນສັນຍາລັກອັນສູງສົ່ງແຫ່ງຄວາມສາມັກຄີລະຫວ່າງຊາດ, ຄວາມສາມັກຄີສາກົນ, ເພື່ອແນໃສ່ເປົ້າໝາຍສັນຕິພາບ, ການຮ່ວມມື, ມິດຕະພາບ ແລະ ການພັດທະນາ.

ກໍ່ໃນຕອນເຊົ້າວັນທີ 31 ສິງຫາ, ຄະນະທີ່ປຶກສາທູດປ້ອງກັນຊາດບັນດາປະເທດ ປະຈໍາຫວຽດນາມ ໄດ້ມາວາງພວງມາລາ ແລະເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ.

ໂດຍ: ທູຈາງ