ງານລ້ຽງຕ້ອນຮັບຄະນະຜູ້ແທນກອງທັບບັນດາປະເທດທີ່ເຂົ້າຮ່ວມການເດີນຂະບວນ, ສວນສະໜາມ
ກປ.ອອນໄລ - ຕອນຄໍ່າວັນທີ 2 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດງານລ້ຽງຕ້ອນຮັບຄະນະຜູ້ແທນກອງທັບບັນດາປະເທດ ຈີນ, ລັດເຊຍ, ລາວ, ກໍາປູເຈຍ ເພື່ອຊົມເຊີຍບັນດາໝາກຜົນຂອງການເຂົ້າຮ່ວມການເດີນຂະບວນ, ສວນສະໜາມທີ່ພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ງານລ້ຽງຕ້ອນຮັບ. ພາບ: ແອັງຫວູ. |
ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານງານລ້ຽງຕ້ອນຮັບ. ເຂົ້າຮ່ວມງານລ້ຽງ ມີທ່ານພົນໂທ ຖ໋າຍດ້າຍຫງອັກ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ຜູ້ຕາງໜ້າຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດບັນດາປະເທດ ປະຈໍາ ສສ ຫວຽດນາມ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນເປັນທີ່ລະນຶກໃຫ້ຄະນະຜູ້ແທນກອງທັບບັນດາປະເທດ ຈີນ, ລັດເຊຍ, ລາວ ແລະກໍາປູເຈຍ. ພາບ: ແອັງຫວູ. |
ກ່າວຄຳເຫັນທີ່ງານລ້ຽງຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການເຂົ້າຮ່ວມຂອງຄະນະຜູ້ແທນກະຊວງປ້ອງກັນປະເທດຂອງບັນດາປະເທດ ທີ່ພິທີສະເຫຼີມສະຫຼອງ ກໍຄື ກ້ອນກໍາລັງສວນສະໜາມບັນດາປະເທດເຂົ້າຮ່ວມການເດີນຂະບວນ, ສວນສະໜາມ; ພ້ອມທັງເນັ້ນໜັກວ່າ ສິ່ງດັ່ງກ່າວຢືນຢັນເຖິງນໍ້າໃຈສາມັກຄີ, ມິດຕະພາບ ແລະຄວາມສະໜິດຕິດພັນລະຫວ່າງປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ກັບປະຊາຊົນ ແລະກອງທັບບັນດາປະເທດ.
ຕາງໜ້າໃຫ້ບັນດາຄະນະ, ທ່ານ ພັນເອກ ພູເງິນ ພົມເມືອງ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຜູ້ແທນກອງທັບປະຊາຊົນລາວ ໄດ້ສົ່ງຄໍາຂອບໃຈມາຍັງກະຊວງປ້ອງກັນປະເທດຫວຽດນາມ; ສະແດງຄວາມປະທັບໃຈຕໍ່ປະເທດຫວຽດນາມ ທີ່ສວຍງາມ, ປະຊາຊົນມີຄວາມສຸດຈິດສຸດໃຈ, ສະໜິດສະໜົມ, ຮັກແຂກແພງຄົນ; ພ້ອມທັງເຊື່ອໝັ້ນວ່າ ກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ພັດທະນາ ແລະເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ໂດຍ: ໄຊຊະນະ