ປິດຊຸດຝຶກອົບຮົມການຂົນສົ່ງທາງອາກາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ
ກປ.ອອນໄລ - ຕອນເຊົ້າຂອງວັນທີ 4 ທັນວາ, ວິທະຍາຄານທະຫານອາກາດ-ປ້ອງກັນອາກາດ ໄດ້ຈັດພິທີປິດຊຸດຝຶກອົບຮົມການຂົນສົ່ງທາງອາກາດ ແລະການຮັບປະກັນເຕັກນິກໜ້າກິນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ.
ວິທະຍາຄານທະຫານອາກາດ-ປ້ອງກັນອາກາດ ໄດ້ຈັດຕັ້ງຊຸດຝຶກອົບຮົມ 2 ຊຸດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ໃນປີ 2025 ດ້ວຍເນື້ອໃນຝຶກອົບຮົມແມ່ນການຂົນສົ່ງທາງອາກາດ ແລະການຮັບປະກັນເຕັກນິກໜ້າດິນ.
    |
 |
|
ທ່ານພັນເອກພິເສດ ລ້າຍດຶກເຮົ້າ, ຮອງຫົວໜ້າຫ້ອງອົບຮົມ ວິທະຍາຄານທະຫານອາກາດ-ປ້ອງກັນອາກາດ ມອບໃບຢັ້ງຢືນໃຫ້ແກ່ສໍາມະນາກອນລາວ. ພາບ: ມິງກວນ |
ໃນໄລຍະ 3 ເດືອນ, ສໍາມະນາກອນກອງທັບປະຊາຊົນລາວ ຍາມໃດກໍ່ກຳນົດໜ້າທີ່ຢ່າງຈະແຈ້ງ, ມີແຮງກະຕຸ້ນ, ມີຄວາມຕັດສິນໃຈສູງ ແລະຈິດໃຈສາມັກຄີທີ່ດີ; ເປັນເຈົ້າການໃນການຮໍ່າຮຽນດ້ວຍຄວາມຕື່ນຕົວຢ່າງຕັ້ງໜ້າ, ມີສະຕິຈັດຕັ້ງປະຕິບັດກົດລະບຽບຢ່າງເຂັ້ມງວດ, ມາຮອດປະຈຸບັນໄດ້ສຳເລັດເນື້ອໃນ, ແຜນການຝຶກອົບຮົມເປັນຢ່າງດີ, ສໍາມະນາກອນ 100% ບັນລຸໝາກຜົນດີ ແລະ ດີເລີດ.
ກ່າວຄໍາເຫັນທີ່ພິທີປິດ, ທ່ານພັນເອກພິເສດ ລ້າຍດຶກເຮົ້າ, ຮອງຫົວໜ້າຫ້ອງອົບຮົມ ວິທະຍາຄານທະຫານອາກາດ-ປ້ອງກັນອາກາດ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍພະນັກງານກອງທັບປະຊາຊົນລາວ ໄດ້ມານະພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກ ແລະສຳເລັດໜ້າທີ່ເປັນຢ່າງດີ; ສະເໜີໃຫ້ສໍາມະນາກອນ ໝູນໃຊ້ຄວາມຮູ້ທີ່ໄດ້ຮັບໃນຊຸດຝຶກອົບຮົມເຂົ້າໃນການປະຕິບັດງານຢ່າງໄຫວພິບ, ມີຄວາມຫົວຄິດປະດິດສ້າງ, ຍົກສູງລະດັບວິຊາສະເພາະຢ່າງບໍ່ຢຸດຢັ້ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ, ພຶດຕິກໍາຕົວຈິງຝຶກແອບ, ກຽມພ້ອມສູ້ຮົບ, ປະກອບສ່ວນເຂົ້າໃນການກໍ່ສ້າງກອງທັບປະຊາຊົນລາວ ນັບມື້ນັບພັດທະນາ.
ໂດຍ: ຈາງຫງວຽນ