leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ລາຍງານກັບທ່ານ Andrey Vladimirovich Yatskin ຮັບຊາບ, ທ່ານພົນຈັດຕະວາ ດັ້ງຮົ່ງຈ໊ຽນ ໃຫ້ຮູ້ວ່າ ສູນເຂດຮ້ອນຫວຽດນາມ - ລັດເຊຍ ແມ່ນອົງການວິທະຍາສາດ ແລະເຕັກໂນໂລຊີຮ່ວມມືສາກົນ, ໂດຍພາຍໃຕ້ການນໍາພາ, ຊີ້ນໍາຂອງຄະນະກຳມະການປະສານງານລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນຫວຽດນາມ-ລັດເຊຍ. ການເຄື່ອນໄຫວວິທະຍາສາດຂອງສູນ ສຸມໃສ່ໃນສາມທິດທາງຕົ້ນຕໍ: ວັດສະດຸວິທະຍາເຂດຮ້ອນ, ນິເວດເຂດຮ້ອນ ແລະຊີວະວິທະຍາເຂດຮ້ອນ. ປະຈຸບັນ, ສອງຝ່າຍ ພວມຮ່ວມມືຜັນຂະຫຍາຍ 47 ຫົວຂໍ້ໃນໂຄງການຄົ້ນຄວ້າວິທະຍາສາດ ໄລຍະ 2025-2029 ດ້ວຍການເຂົ້າຮ່ວມຂອງ 40 ກວ່າອົງການຈັດຕັ້ງ ຂຶ້ນກັບກະຊວງວິທະຍາສາດ ແລະການສຶກສາມະຫາວິທະຍາໄລສະຫະພັນລັດເຊຍ, ກະຊວງປ້ອງກັນປະເທດລັດເຊຍ, ອົງການຕິດຕາມກວດກາສະຫະພັນ ກ່ຽວກັບການປົກປ້ອງສິດຂອງຜູ້ບໍລິໂພກ ແລະສະຫວັດດີການຂອງມະນຸດ (Rospotrebnadzor) ແລະ ສູນ-ສະຖາບັນຄົ້ນຄວ້າແຫ່ງຊາດ  Kurchatovsky ສະຫະພັນລັດເຊຍ.

leftcenterrightdel
ບັນດາຜູ້ແທນຢ້ຽມຊົມຫ້ອງທົດລອງ. ພາບ: qdnd.vn

ການເຄື່ອນໄຫວຂອງສູນ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຂອງລັດຖະບານ, ສະພາແຫ່ງຊາດ, ສະຖານທູດລັດເຊຍ ປະຈຳຫວຽດນາມ ແລະບັນດາກະຊວງ, ຂະແໜງການຂອງສອງປະເທດ. ຝ່າຍລັດເຊຍ ໄດ້ໜູນຊ່ວຍສູນເຂດຮ້ອນຫວຽດນາມ - ລັດເຊຍ ລົດວິເຄາະເຄື່ອນທີ່ 2 ຄັນ ເພື່ອຊ່ວຍຍົກສູງກຳລັງຄວາມສາມາດໃນການຄົ້ນຄວ້າ, ຕິດຕາມກວດກາພະຍາດຕິດແປດ ແລະຮັບມືກັບສະພາວະສຸກເສີນກ່ຽວກັບໂລກພະຍາດຂອງສູນ ເວົ້າສະເພາະ, ກໍຄືກອງທັບປະຊາຊົນຫວຽດນາມ ເວົ້າລວມ. ລັດຖະບານລັດເຊຍ ຍັງໄດ້ອຸປະຖໍາກໍາປັ່ນຄົ້ນຄວ້າທະເລທີ່ມີຊື່ຂອງສາດສະດາຈານ Gagarinsky ໃຫ້ແກ່ສູນ. ກະຊວງວິທະຍາສາດ ແລະການສຶກສາມະຫາວິທະຍາໄລສະຫະພັນລັດເຊຍ ແລະ Rospotrebnadzor ຍັງອຸປະຖໍາອຸປະກອນຄົ້ນຄວ້າວິທະຍາສາດຢ່າງເປັນປະຈໍາ, ປະກອບສ່ວນເຂົ້າໃນການຫັນພື້ນຖານດ້ານວັດຖຸເປັນທັນສະໄໝ, ຊ່ວຍຍົກສູງກໍາລັງຄວາມສາມາດບ່ົມຊ້ອນດ້ານວິທະຍາສາດ ແລະເຕັກໂນໂລຢີຂອງສູນ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ສ່ວນທ່ານ Andrey Vladimirovich Yatskin ໃຫ້ຮູ້ວ່າ, ພາຍຫຼັງສິ້ນສຸດການຢ້ຽມຢາມຈະລາຍງານຢ່າງຄົບຖ້ວນກັບທ່ານນາງ Valentina Matvienko ປະທານສະພາສູງສະຫະພັນລັດເຊຍ ກ່ຽວກັບບັນດາການເຄື່ອນໄຫວຮ່ວມມືກັບຝ່າຍຫວຽດນາມ, ໃນນັ້ນ ມີການຮ່ວມມືຄົ້ນຄວ້າວິທະຍາສາດຢູ່ສູນເຂດຮ້ອນຫວຽດນາມ - ລັດເຊຍ.

ໂດຍ: ທູຈາງ