ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຕີລາຄາວ່າ ປີ 2025 ແມ່ນປີທີ່ສິ້ນສຸດໄລຍະຮ່ວມມື 5 ປີ 2021-2025 ດ້ວຍຜົນງານທີ່ພົ້ນເດັ່ນ ແລະມີຄວາມໝາຍຫຼາຍຢ່າງໃນການຮ່ວມມືກັບຫວຽດນາມ ແລະສະຫະພັນລັດເຊຍ ໃນຂອບເຂດສູນເຂດຮ້ອນຫວຽດນາມ-ລັດເຊຍ, ປະກອບສ່ວນພັດທະນາການພົວພັນອັນດີງາມລະຫວ່າງສອງປະເທດ. ສອງຝ່າຍໄດ້ພ້ອມກັນສ້າງ ແລະປະຕິບັດສຳເລັດຍຸດທະສາດພັດທະນາສູນເຂດຮ້ອນຫວຽດນາມ-ລັດເຊຍ ຮອດປີ 2035 ແລະລົງນາມເອກະສານປັບປຸງ, ເພີ່ມເຕີມລະບຽບການວ່າດ້ວຍສູນເຂດຮ້ອນ. ນີ້ແມ່ນເອກະສານທີ່ສໍາຄັນ, ສອດຄ່ອງກັບການກໍານົດທິດທາງ ແລະວິໄສທັດຂອງທັງສອງຝ່າຍກ່ຽວກັບການຍູ້ແຮງ ແລະພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ ທັງລວງເລິກ ແລະລວງກວ້າງ...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ມອບທຸງຊາດ ແລະທຸງທະຫານເຮືອປະຊາຊົນຫວຽດນາມ ໃຫ້ແກ່ຜູ້ບັນຊາການກໍາປັ່ນ 889-ສາດສາດາຈານ Gagarinsky. ພາບ: ຟ້າມຮືງ
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີຊັກທຸງກໍາປັ່ນ 889- ສາດສາດາຈານ Gagarinsky. ພາບ: ຟ້າມຮືງ

ທ່ານພົນໂທ ຮວ່າງຊວນຈຽນ ສະເໜີໃຫ້ທ່ານປະທານ ແລະອະນຸກຳມະການລັດເຊຍ ເອົາໃຈໃສ່ເຖິງບາງການກໍານົດທິດໃຫຍ່ກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍໃນຂອບເຂດສູນເຂດຮ້ອນຫວຽດນາມ-ລັດເຊຍ ໃນໄລຍະຈະມາເຖິງ. ໃນນັ້ນ, ສືບຕໍ່ຢືນຢັນ ແລະພັດທະນາການຄົ້ນຄວ້າ ຕາມສາມທິດທາງທີ່ເປັນມູນເຊື້ອຂອງສູນ, ໂດຍສະເພາະແມ່ນຍົກສູງການຂຸດຄົ້ນວັດຖຸອຸປະກອນໃນເງື່ອນໄຂເຂດຮ້ອນຢ່າງມີປະສິດທິຜົນ; ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ; ປ້ອງກັນ, ຕ້ານພະຍາດເຂດຮ້ອນ ແລະເບິ່ງແຍງດູແລສຸຂະພາບໃຫ້ແກ່ທະຫານ;...

leftcenterrightdel
ບັນຍາກາດທີ່ວາລະກອງປະຊຸມ. ພາບ: ຟ້າມຮືງ
leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ແລະທ່ານ Konstantin Ilyich Mogilevsky ລົງນາມໃນບົດບັນທຶກວາກອງລະປະຊຸມ. ພາບ: ຟ້າມຮືງ

ສ່ວນທ່ານ Konstantin Ilyich Mogilevsky ໄດ້ສະແດງຄວາມເຫັນດີເປັນເອກະພາບກັບບົດລາຍງານ, ຄໍາເຫັນປະກອບທີ່ວາລະກອງປະຊຸມ; ພ້ອມທັງເນັ້ນໜັກວ່າ, ປີ 2025 ເປັນຂີດໝາຍສຳຄັນຫຼາຍຢ່າງຂອງທັງສອງປະເທດ... ປີ 2025 ມີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງຝ່່າຍດໍາເນີນຢ່າງຟົດຟື້ນ, ຢັ້ງຢືນຄໍາໝັ້ນສັນຍາເປີດກວ້າງການເຄື່ອນໄຫວຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ, ເນັ້ນໜັກເຖິງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ກໍ່ຄືການເຄື່ອນໄຫວຄົ້ນຄວ້າວິທະຍາສາດທີ່ຄືກຄື້ນລະຫວ່າງສອງຝ່າຍ. ບັນດາວາລະປະຊຸມປະຈໍາໄລຍະ ຂອງຄະນະກໍາມະການປະສານງານລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ກໍານົດທິດທາງການເຄື່ອນໄຫວ ແລະແງ່ຫວັງຂອງສູນ ໃນໄລຍະຈະມາເຖິງ. ບັນດາເຫດການຫຼັກແຫຼ່ງຄື ການມອບ-ຮັບກໍາປັ່ນ ສາດສາດາຈານ Gagarinsky, ການສໍາຫຼວດຮ່ວມຂອງນັກວິທະຍາສາດສອງປະເທດ, ບັນດາຊຸດຝຶກອົບຮົມໃຫ້ພະນັກງານຄົ້ນຄວ້າວິທະຍາສາດຂອງຫວຽດນາມ... ໄດ້ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

ໂດຍ: ໄຊນີດາ