ໃນໄລຍະຜ່ານມາ, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ແລະບັນດາອົງການ ແລະກົມກອງອື່ນໆໄດ້ສົມທົບກັນຢ່າງຕັ້ງໜ້າ ແລະມີປະສິດທິຜົນໃນການຄົ້ນຄວ້າ ແລະສ້າງຮ່າງມາດຕະຖານລັກສະນະເຕັກນິກ ແລະຍຸດທະວິທີເບື້ອງຕົ້ນສຳລັບອາວຸດໃນເຮືອຊະນິດຕ່າງໆ ເພື່ອຈັດກອງປະຊຸມສໍາມະນາວິທະຍາສາດ ແລະຮັບເອົາຄໍາຄິດເຫັນຈາກອົງການທີ່ກ່ຽວຂ້ອງກ່ອນທີ່ຈະຍື່ນສະເໜີຕໍ່ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ອະນຸມັດຜ່ານຕາມລະບຽບການ. ຜ່ານການວິເຄາະຂໍ້ມູນທົ່ວໄປ, ລັກສະນະເຕັກນິກ, ຍຸດທະວິທີຂອງອາວຸດຊະນິດຕ່າງໆຢູ່ກໍາປັ່ນ, ພ້ອມດ້ວຍໝາກຜົນການຄົ້ນຄວ້າໃນພາຍປະເທດ ແລະວິທີການຜັນຂະຫຍາຍໄດ້ປະຕິບັດ, ສາມາດຢ້ັນຢືນວ່າ ເລື່ອງຄົ້ນຄວ້າ, ອອກແບບ ແລະປະດິດອາວຸດຊະນິດຕ່າງໆຢູ່ກໍາປັ່ນແມ່ນສາມາດເປັນໄປໄດ້.

leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn

ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ, ທ່ານພົນໂທ ຟ້າມຮວ່າຍນາມ ເນັ້ນໜັກວ່າ: ອາວຸດໃນກຳປັ່ນຊະນິດຕ່າງໆໄດ້ປະສົມປະສານເຕັກໂນໂລຢີທີ່ກ້າວໜ້າຫຼາຍຢ່າງ ແລະມີວິທະຍາສາດ ແລະເຕັກນິກສູງ. ສະນັ້ນ, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດຈຳເປັນຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບກົມກອງທີ່ເຂັ້ມແຂງທັງພາຍໃນ ແລະນອກກອງທັບ; ພ້ອມທັງ, ຍູ້ແຮງການຮ່ວມມືສາກົນໃນການຄົ້ນຄວ້າ ແລະຖ່າຍທອດເຕັກໂນໂລຊີ.

ຄຽງຂ້າງກັນນັ້ນ, ຍັງຈຳເປັນຕ້ອງສ້າງແຜນການພັດທະນາຜະລິດຕະພັນທີ່ເໝາະສົມ ແລະຕິດແທດກັບຕົວຈິງ ເພື່ອຜັນຂະຫຍາຍໜ້າທີ່ຢ່າງມີປະສິດທິຜົນ, ຕອບສະໜອງມາດຕະຖານ ແລະລັກສະນະເຕັກນິກ, ຍຸດທະວິທີທີ່ໄດ້ຮັບການອະນຸມັດຜ່ານຈາກກົມກອງທີ່ມີສິດອຳນາດ. ທ່ານພົນໂທ ຟ້າມຮວ່າຍນາມ ກໍ່ໄດ້ຮຽກຮ້ອງໃຫ້ບັນດາອົງການ, ກົມກອງພາຍໃນກະຊວງປ້ອງກັນປະເທດ ສ້າງເງື່ອນໄຂສະດວກ, ສົມທົບກັນຢ່າງໃກ້ຊິດ ແລະສະໜັບສະໜູນກົມໃຫຍ່ອຸດສາຫະກຳປ້ອງກັຍຊາດໃນການຄົ້ນຄວ້າ, ຜະລິດ, ທົດລອງ ກໍ່ຄືແກ້ໄຂບັນດາລະບຽບການເກີດຂຶ້ນໃນວິວັດການປະຕິບັດໜ້າທີ່ຢ່າງທັນການ.

ໂດຍ: ໄຊນີດາ