ທ່ານພົນເອກ ຟານວັນຢາງ ເຮັດວຽກກັບຄະນະພັກກອງບັນຊາການນະຄອນຫຼວງຮ່າໂນ້ຍ
ກປ.ອອນໄລ - ຕອນບ່າຍວັນທີ 6 ທັນວາ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະສະຫາຍ ຫງວຽນຢຸຍຫງອກ, ກໍາມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ, ເລຂາຄະນະພັກກອງບັນຊາການນະຄອນຫຼວງຮ່າໂນ້ຍ ໄດ້ເປັນປະທານຮ່ວມການເຮັດວຽກ ກັບກອງບັນຊາການນະຄອນຫຼວງຮ່າໂນ້ຍ.
ລາຍງານທີ່ການເຮັດວຽກ, ທ່ານພົນຈັດຕະວາ ດ່າວວັນເຍີ້ນ, ຫົວໜ້າການທະຫານກອງບັນຊາການນະຄອນຫຼວງຮ່າໂນ້ຍ ຍົກອອກຢ່າງຈະແຈ້ງວ່າ: ໃນປີ 2025, ກອງບັນຊາການນະຄອນຫຼວງຮ່າໂນ້ຍ ໄດ້ເປັນເຈົ້າການເປັນເສນາທິການໃຫ້ນະຄອນ ເພື່ອຜັນຂະຫຍາຍ, ປະຕິບັດສໍາເລັດບັນດາໜ້າທີ່ການທະຫານ, ການປ້ອງກັນຊາດທ້ອງຖິ່ນໃຫ້ສຳເລັດຕາມແຜນການ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະສະຫາຍ ຫງວຽນຢຸຍຫງອກ ເປັນປະທານຮ່ວມການເຮັດວຽກ ກັບກອງບັນຊາການນະຄອນຫຼວງຮ່າໂນ້ຍ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ຕີລາຄາສູງວຽກງານຊີ້ນໍາ-ນໍາພາຂອງຄະນະພັກນະຄອນ, ສະພາປະຊາຊົນນະຄອນ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ, ຄວາມຕັ້ງໜ້າ, ເປັນເຈົ້າການເປັນເສນາທິການຂອງກອງບັນຊາການນະຄອນຫຼວງຮ່າໂນ້ຍ ໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ການທະຫານ ປີ 2025 ແລະຮຽກຮ້ອງໃຫ້ຄະນະພັກ - ກອງບັນຊາການນະຄອນຮ່າໂນ້ຍ ຕ້ອງສືບຕໍ່ເປັນເສນາທິການໃຫ້ນະຄອນ ເພື່ອຊີ້ນໍາ, ນໍາພາປະຕິບັດສໍາເລັດວຽກງານການປ້ອງກັນຊາດ, ການທະຫານທ້ອງຖິ່ນໃຫ້ເປັນຢ່າງດີໃນໄລຍະຈະມາເຖິງ.
    |
 |
|
ຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: qdnd.vn |
ສືບຕໍ່ກໍ່ສ້າງກຳລັງຕາມທິດ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ”; ຍົກສູງຄຸນນະພາບການຝຶກແອບ ແລະຄວາມສາມາດເຄື່ອນທີ່ກຽມພ້ອມສູ້ຮົບ; ຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ການຫັນປ່ຽນດີຈີຕອນໃນການປະຕິບັດໜ້າທີ່. ພ້ອມທັງ, ປະຕິບັດວຽກງານຂົນຂວາຍປະຊາຊົນ, ກໍ່ສ້າງທ່າຮົບໃນຈິດໃຈປະຊາຊົນຢ່າງໜັກແໜ້ນ, ສ້າງພື້ນຖານປົກປັກຮັກສານະຄອນຫຼວງແຕ່ໄກ, ແຕ່ຫົວທີ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນວັນຫງອກ ສະແດງຄວາມຂອບໃຈຄະນະພັກການທະຫານສູນກາງ ແລະສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໄດ້ສົມທົບກັນ, ແນະນໍາ, ໜູນຊ່ວຍນະຄອນຮ່າໂນ້ຍ ກໍ່ຄືກອງບັນຊາການນະຄອນຫຼວງຮ່າໂນ້ຍ ໃນການຜັນຂະຫຍາຍປະຕິບັດວຽກງານການທະຫານ, ການປ້ອງກັນຊາດ.
ໂດຍ: ທູຈາງ