ການຢ້ຽມຢາມປະເທດຈີນ ຂອງກຳປັ່ນ 015 - ເຈິ່ນຮືງດ້າວ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ
ກປ.ອອນໄລ - ຕອນເຊົ້າວັນທີ 4 ທັນວາ, ກຳປັ່ນ 015 - ເຈິ່ນຮືງດ້າວ ຂຶ້ນກັບ ກອງພົນນ້ອຍ 162, ທະຫານເຮືອເຂດ 4 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ອອກຈາກທ່າເຮືອນະຄອນ Qingdao, ແຂວງ Shandong, ສິ້ນສຸດການຢ້ຽມຢາມມິດຕະພາບ ແລະພົບປະແລກປ່ຽນກັບທະຫານເຮືອຈີນ ປະສົບຜົນສໍາເລັດຢ່າງຈົບງາມ.
ພິທີອຳລາກຳປັ່ນ 015 - ເຈິ່ນຮືງດ້າວ ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດທີ່ທ່າເຮືອ, ພາຍໃຕ້ການເປັນປະທານຂອງຜູ້ຕາງໜ້າກົມເສນາທິການກອງເຮືອ Beihai, ທະຫານເຮືອ ກອງທັບປົດປ່ອຍປະຊາຊົນຈີນ.
    |
 |
|
ຕາງໜ້າກົມເສນາທິການກອງເຮືອ Beihai ຂອງທະຫານເຮືອຈີນ ອໍາລາຄະນະປະຕິບັດງານ. ພາບ: ແມ້ງຮຸ່ງ |
ກ່ອນທີ່ກຳປັ່ນຈະອອກຈາກທ່າເຮືອ, ທ່ານພັນເອກພິເສດ ຫງວຽນວິ້ງນາມ, ຮອງຜູ້ບັນຊາການທະຫານເຮືອເຂດ 4, ຫົວໜ້າຄະນະ, ໄດ້ແບ່ງປັນກັບນັກຂ່າວຂອງໜັງສືພິມກອງທັບປະຊາຊົນ ວ່າ: ໃນລະຫວ່າງການຢ້ຽມຢາມນະຄອນ Qingdao, ຄະນະ ແລະກຳປັ່ນ 015-ເຈິ່ນຮືງດາວ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກກອງເຮືອ Beihai ແລະທະຫານເຮືອຈີນ.
ການຢ້ຽມຢາມຄັ້ງນີ້ປະສົບຜົນສຳເລັດໃນທຸກດ້ານ, ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ຄະນະຜູ້ແທນ ກໍຄືນາຍທະຫານ ແລະລູກເຮືອຂອງສອງປະເທດ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ຄວາມມານະພະຍາຍາມທີ່ຈະເພີ່ມທະວີການຮ່ວມມືມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອຫວຽດນາມ ແລະຈີນ.
    |
 |
|
ຄະນະປະຕິບັດງານຢູ່ກໍາປັ່ນ 015-ເຈິ່ນຮືງດ້າວ. ພາບ: ແມ້ງຮຸ່ງ |
ພາຍຫຼັງອອກຈາກນະຄອນ Qingdao, ກຳປັ່ນ 015-ເຈິ່ນຮືງດ້າວ ແລະກຳປັ່ນ 550 ຂອງທະຫານເຮືອຈີນ ໄດ້ດຳເນີນການຝຶກຊ້ອມຮ່ວມກັນຢູ່ທະເລ, ລວມທັງບັນດາເນື້ອໃນ: ກວດກາການຕິດຕໍ່ສື່ສານ ແລະຮູບແຖວກອງເຮືອເຄື່ອນທີ່ ແລະທັກທາຍກັນຢູ່ທະເລ.
ພາຍຫຼັງສຳເລັດການຝຶກຊ້ອມຮ່ວມ, ກຳປັ່ນ 015-ເຈິ່ນຮືງດ້າວ ໄດ້ເລີ່ມຕົ້ນການເດີນທາງໄປຢ້ຽມຢາມມິດຕະພາບປະເທດຍີ່ປຸ່ນ, ຢູ່ນະຄອນ Kure ຂຶ້ນກັບແຂວງ Hiroshima.
ໂດຍ: ໄຊນີດາ