ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ ເປັນປະທານຮ່ວມ. ຄະນະຜູ້ແທນຍີ່ປຸ່ນ ນໍາໂດຍທ່ານ Namazu Hiroyuki ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານ Kano Koji ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານຮ່ວມ.
ການຈັດຕັ້ງການເຈລະຈາດ້ານການທູດ-ການປ້ອງກັນຊາດ 2+2 ຂັ້ນຮອງລັດຖະມົນຕີ ຄັ້ງທຳອິດ ມີຄວາມໝາຍສໍາຄັນ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນດ້ານການເມືອງລະຫວ່າງສອງປະເທດ, ປະກອບສ່່ວນຮັບປະກັນຄວາມໝັ້ນຄົງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປະກອບສ່ວນສໍາຄັນໃຫ້ການຮ່ວມມື ແລະພັດທະນາຢູ່ພາກພື້ນ ກໍ່ຄືໃນໂລກ.
ກ່ຽວກັບການຮ່ວມມືສອງຝ່າຍ, ສອງຝ່າຍໄດ້ເຫັນດີຢືນຢັນວ່າ ສາຍພົວພັນລະຫວ່າງຫວຽດນາມ ແລະຍີ່ປຸ່ນ ໄດ້ພັດທະນາຢ່າງແຂງແຮງ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດຮ່ວມມືສໍາຄັນ ຄື: ເສດຖະກິດ, ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຊີ, ການພົບປະແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືທ້ອງຖິ່ນ... ພາຍຫຼັງສອງປີຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
    |
 |
|
ບັນຍາກາດທີ່ການເຈລະຈາ. ພາບ: ຈູງໂດ໊ |
    |
 |
|
ທ່ານພົນໂທ ຮວ່າງຊວນຈຽນ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ, ທ່ານ Namazu Hiroyuki ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານ Kano Koji ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ພາບ: ຈູງໂດ໊ |
ທີ່ການເຈລະຈາ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ເນັ້ນໜັກເຖິງສາມບັນຫາສຳຄັນກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງຫວຽດນາມ ແລະຍີ່ປຸ່ນ. ທີໜຶ່ງ, ສອງຝ່າຍໄດ້ສ້າງຕັ້ງ ແລະຮັກສາກົນໄກການແລກປ່ຽນຄະນະຜູ້ແທນ, ການເຈລະຈາ ແລະການປຶກສາຫາລືເປັນປົກກະຕິ. ບັນດາກົນໄກນີ້ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສ້າງເງື່ອນໄຂໃຫ້ສອງຝ່າຍໄດ້ແລກປ່ຽນ ແລະຊຸກຍູ້ເນື້ອໃນການຮ່ວມມືຢ່າງທັນການໃຫ້ເລິກເຊິ່ງ, ແທດຈິງ ແລະເໝາະສົມກັບຄວາມຕ້ອງການ, ຄວາມມຸ່ງຫວັງ ແລະຄວາມສາມາດໃນການຕອບສະໜອງຂອງແຕ່ລະຝ່າຍ. ທ່ານພົນໂທ ຮວ່າງຊວນຈຽນ ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ສອງຝ່າຍຄວນຮັກສາກົນໄກສຳຄັນເຫຼົ່ານີ້ເປັນປະຈຳ ແລະມີປະສິດທິຜົນ.
ທີສອງ, ຫວຽດນາມ ຕີລາຄາສູງການຮ່ວມມື ແລະການສະໜັບສະໜູນຂອງລັດຖະບານ ແລະກະຊວງປ້ອງກັນປະເທດຍີ່ປຸ່ນ ໃນການປະກອບສ່ວນເຂົ້າໃນການປັບປຸງຄວາມສາມາດໃຫ້ກອງທັບປະຊາຊົນຫວຽດນາມ, ໃນນັ້ນ ການສຶກສາ ແລະບຳລຸງສ້າງ ແມ່ນຈຸດສະຫວ່າງ.
ທີສາມ, ທ່ານພົນໂທ ຮວ່າງຊວນຈຽນ ປາດຖະໜາວ່າ ກະຊວງການຕ່າງປະເທດຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນ ແລະຕັ້ງໜ້າໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຜ່ານບັນດາບ້ວງເງິນຊ່ວຍເຫຼືອຫຼ້າ, ທຶນກູ້ຢືມຂອງລັດຖະບານຍີ່ປຸ່ນ. ກ່ຽວກັບອຸດສາຫະກໍາປ້ອງກັນຊາດ, ທ່ານພົນໂທ ຮວ່າງຊວນຈຽນ ສະເໜີສອງຝ່າຍສືບຕໍ່ມີບັນດາໂຄງການທີ່ລະອຽດ, ເນື້ອແທ້, ມີປະສິດທິຜົນ.
ໂດຍ: ໄຊນີດາ