ນັກຂ່າວ: ສະເໜີສະຫາຍ ສັງເຂບບາງຈຸດພິເສດໜ້າທີ່ຂອງໂຮງຮຽນ?
ພັນເອກພິເສດ, ປະລິນຍາໂທ ບຸ່ຍດິ່ງແທ່ງ: ໂຮງຮຽນການທະຫານ ທະຫານເຂດ 7 ຕັ້ງຢູ່ບໍລິເວນນະຄອນໂຮ່ຈີມິນ, ຈັດຕັ້ງການສຶກສາ-ບໍາລຸງສ້າງນາຍສິບບັນຊາ, ພາລະກອນວິຊາສະເພາະເຕັກນິກ, ນາຍທະຫານສຳຮອງ; ບໍາລຸງຄວາມຮູ້ດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບໃຫ້ແກ່ພະນັກງານເປົ້າໝາຍທີ 2, ສຶກສາອົບຮົມດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ນັກສຶກສາຂອງມະຫາວິທະຍາໄລ ແລະວິທະຍາໄລແຫ່ງຕ່າງໆໃນບໍລິເວນ.
    |
 |
ພັນເອກພິເສດ, ປະລິນຍາໂທ ບຸ່ຍດິ່ງແທ່ງ. |
ຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາຂອງໂຮງຮຽນໃນປະຈຸບັນ: 100% ມີລະດັບມະຫາວິທະຍາໄລ, ໃນນັ້ນມີລະດັບເໜືອມະຫາວິທະຍາໄລ 27%, ຄູອາຈານດີເລີດ 2 ຄົນ; ຄູອາຈານ 100% ມີໃບຢັ້ງຢືນທັກສະການສອນ ແລະໃບຢັ້ງຢືນພາສາຕ່າງປະເທດ, ວິຊາກອມພິວເຕີ. ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ອົງຄະນະພັກໂຮງຮຽນ ນໍາພາປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສຳເລັດຜົນ.
ນັກຂ່າວ: ຜົນງານດີເດັ່ນຂອງໂຮງຮຽນ ອາຍຸການ 2020-2025 ແມ່ນຫຍັງ ຂໍຮຽນທ່ານ?
ພັນເອກພິເສດ, ປະລິນຍາໂທ ບຸ່ຍດິ່ງແທ່ງ: ໃນໄລຍະ 5 ປີຜ່ານມາ, ໂຮງຮຽນການທະຫານ ທະຫານເຂດ 7 ມີຄວາມກ້າວໜ້າຢ່າງຮອບດ້ານ ແລະໝັ້ນຄົງ; ໄດ້ປ່ຽນແປງໃໝ່ຫຼາຍໂຄງການໃຫ້ຕິດແທດກັບທິດນໍາທີ່ວ່າ “ຄຸນນະພາບການບໍາລຸງສ້າງຂອງໂຮງຮຽນແມ່ນຄວາມສາມາດກຽມພ້ອມສູ້ຮົບຂອງກົມກອງ”; ເພີ່ມທະວີການຝຶກຊ້ອມໃນຕອນກາງຄືນ, ຝຶກແອບພາກປະຕິບັດ, ຝຶກແອບໃກ້ຊິດຕິດແທດກັບການສູ້ຮົບ, ການປະຕິບັດງານ; ຮັບປະກັນການສຶກສາຢ່າງຮອບດ້ານ, ແຕ່ກໍ່ເອົາໃຈໃສ່ເຖິງການບໍາລຸງສ້າງທັກສະໃຫ້ແກ່ນັກຮຽນ; ຜົນການຮຽນຈົບຂອງນັກສຶກສາ: 100% ຕອບສະໜອງຄວາມຮຽກຮ້ອງຕ້ອງການ; ອັດຕາເກັ່ງ, ດີ, ດີເລີດແມ່ນ 90,32%. ຜົນຂອງການສຶກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 98,71% ຕອບສະຫນອງຄວາມຮຽກຮ້ອງຕ້ອງການ; ອັດຕາເກັ່ງ, ດີ, ດີເລີດແມ່ນ 68,19%. ທ່ົວໂຮງຮຽນມີ 66 ຫົວຂໍ້, ຂໍ້ລິເລີ່ມ, ຫຼັກສູດ, ເອກະສານ 45 ສະບັບ ທີ່ໄດ້ຮັບຮອງເອົາໃນທຸກລະດັບ.
ທາງໂຮງຮຽນໄດ້ຜັນຂະຫຍາຍມາດຕະການແກ້ໄຂບຸກທະລຸ “ຍູ້ແຮງການໝູນໃຊ້, ຍົກສູງປະສິດທິຜົນຂອງເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ, ການຮຽນ-ການສອນ, ເຂົ້າເຖິງການກໍ່ສ້າງໂຮງຮຽນແບບສະຫຼາດ” ຢ່າງຄົບຊຸດ, ຂ້ຽວຂາດ. ມາຮອດປະຈຸບັນ, ທາງໂຮງຮຽນໄດ້ປະຕິບັດສຳເລັດ ແລະນໍາໃຊ້ປະຕູຖານຂໍ້ມູນຂ່າວສານເອເລັກໂຕນິກຂອງໂຮງຮຽນການທະຫານ ທະຫານເຂດ 7; ຕິດຕັ້ງການສົ່ງຂໍ້ມູນການທະຫານທີ່ທັນສະໄໝ, ບໍລິມາດບັນຈຸຂະໜາດໃຫຍ່; ຫ້ອງຄອມພິວເຕີກວດການສອບເສັງອັດສະລິຍະ 2 ຫ້ອງ ເຊື່ອມຕໍ່ຊອບແວຄຸ້ມຄອງຢູ່ໃນລະບົບປະຕູຖານຂໍ້ມູນຂ່າວສານເອເລັກໂຕນິກຂອງໂຮງຮຽນ ເພື່ອຮັບໃຊ້ການສຶກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຫ້ອງສະໝຸດດີຈີຕອນ 1 ຫ້ອງ...
    |
 |
ປະຕິບັດການຝຶກແອບເຕັກນິກແກວ່ງໝາກແຕກ ໃຫ້ແກ່ນັກຮຽນໃນໂຮງຮຽນ. ພາບ: ຈູງເຢືອງ |
ເມື່ອເຂົ້າຮ່ວມການແຂ່ງຂັນຂໍ້ລິເລີ່ມ, ດັດປັບອຸປະກອນການບໍາສຸງສ້າງ ສໍາລັບໂຮງຮຽນທະຫານ ຂອງທະຫານເຂດຕ່າງໆ, ກອງພົນໃຫຍ່ ແລະກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍປີ 2022, ໂຮງຮຽນໄດ້ຮັບລາງວັນທີ 2 ໃນທ່ົວຄະນະ; ເຂົ້າຮ່ວມການແຂ່ງຂັນໄວໜຸ່ມປະດິດຄິດສ້າງທົ່ວກອງທັບ, ມີ 1 ຂໍ້ລິເລີ່ມທີ່ໄດ້ຮັບລາງວັນທີສາມ; ລາງວັນທີ 1 ທົ່ວຄະນະ ທີ່ງານມະໂຫລານສິລະປະມະຫາຊົນກຳລັງປະກອບອາວຸດ ຄັ້ງທີ 10, ພາກໃຕ້; ລາງວັນທີ 2 ທ່ົວຄະນະ ທີ່ການແຂ່ງຂັນໂຮງຮຽນຄູອາຈານບັນດາໂຮງຮຽນການທະຫານ ຂອງທະຫານເຂດຕ່າງໆ, ກອງພົນໃຫຍ່ ທ່ົວກອງທັບປີ 2024.
ພິເສດ, ຫວ່າງມໍ່ໆມານີ້, ໂຮງຮຽນໄດ້ປະຕິບັດສຳເລັດໜ້າທີ່ເຂົ້າຮ່ວມເດີນສວນສະໜາມ ແຫ່ຂະບວນ ແລະ ຮັບປະກັນໃຫ້ 8 ກ້ອນກໍາລັງ ທີ່ຝຶກແອບຢູ່ໂຮງຮຽນ ແລະໄດ້ຮັບໃບຍ້ອງຍໍຈາກລັດຖະມົນຕີກະຊວງປ້ອງກັນປະເທດ.
ນັກຂ່າວ: ໃນອາຍຸການໃໝ່, ທາງໂຮງຮຽນໄດ້ກໍານົດບຸກທະລຸໃນການປະຕິບັດໜ້າທີ່ໃດແດ່?
ພັນເອກພິເສດ, ປະລິນຍາໂທ ບຸ່ຍດິ່ງແທ່ງ: ຈາກຄວາມຮຽກຮ້ອງຕ້ອງການຂອງໜ້າທີ່, ໄລຍະ 2025-2030, ອົງຄະນະພັກໂຮງຮຽນ ໄດ້ເອົາໃຈໃສ່ເຖິງການປະຕິບັດຂອດບຸກທະລຸໃຫ້ເປັນຢ່າງດີ, ເຊິ່ງລວມມີ: ຍົກສູງຄຸນນະພາບການບໍາລຸງສ້າງທັກສະໃຫ້ແກ່ນັກຮຽນ; ຍູ້ແຮງການຫັນເປັນດີຈີຕອນ, ປະຕິຮູບດ້ານການບໍລິຫານ, ກໍ່ສ້າງໂຮງຮຽນສະຫຼາດ; ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະ ດ້ານໄຊເບີ ຢ່າງເດັດຂາດ; ສ້າງຖັນແຖວຄູອາຈານ ແລະພະນັກງານຄຸ້ມຄອງໃຫ້ບັນລຸມາດຕະຖານຕາມການກຳນົດ.
    |
 |
ການນໍາໂຮງຮຽນ ແລະຜູ້ຕາງໜ້າບັນດາອົງການ, ກົມກອງທີ່ພິທີປຸກລະດົມການແຂ່ງຂັນຊົມເຊີຍບັນດາເຫດການໃຫຍ່. ພາບ: ຈູງເຢືອງ |
ດ້ວຍບັນດາຂອດບຸກທະລຸດັ່ງກ່າວ, ໂຮງຮຽນຫວັງວ່າຈະສ້າງການຫັນປ່ຽນໂດຍພື້ນຖານ, ຮອບດ້ານໃນຄຸນນະພາບການສຶກສາ, ບຳລຸງສ້າງ; ສູ້ຊົນປະຕິບັດມາດຖານການກໍ່ສ້າງໂຮງຮຽນອັດສະລິຍະໃຫ້ສົມບູນແບບ; ພ້ອມກັນນັ້ນ ກໍ່ເສີມຂະຫຍາຍບົດບາດເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນພະນັກງານທີ່ຮັບຜິດຊອບ, ປະກອບສ່ວນກໍ່ສ້າງອົງຄະນະພັກ ໃຫ້ປອດໃສ ແລະໝັ້ນຄົງເຂັ້ມແຂງ, ໂຮງຮຽນໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”.
ນັກຂ່າວ: ເພື່ອໃຫ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກໂຮງຮຽນ ອາຍຸການ 2025-2030 ປະສົບຜົນສໍາເລັດຢ່າງຈົບງາມ, ວຽກງານກະກຽມສວມບົດບາດສໍາຄັນ. ທາງໂຮງຮຽນໄດ້ກະກຽມຫຍັງແດ່, ຂໍຮຽນສະຫາຍ?
ພັນເອກພິເສດ, ປະລິນຍາໂທ ບຸ່ຍດິ່ງແທ່ງ: ໂດຍປະຕິບັດຕາມການຊີ້ນໍາຂອງຄະນະປະຈໍາຄະນະພັກ, ກອງບັນຊາການທະຫານເຂດ ແລະ ຄໍາແນະນໍາຂອງພະແນກການເມືອງ, ອົງຄະນະພັກໂຮງຮຽນໄດ້ຊາບຊຶມຢ່າງເລິກເຊິ່ງກ່ຽວກັບໜ້າທີ່ວຽກງານ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບ ແລະເຈດຈໍານົງຕັດສິນໃຈຂອງຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ ແລະພະນັກງານ, ສະມາຊິກພັກ; ຊີ້ນຳການຈັດຕັ້ງກອງປະຊຸມໃຫຍ່ໜ່ວຍພັກ ແລະ ອົງຄະນະພັກພາກສ່ວນຕ່າງໆໃຫ້ເປັນຢ່າງດີ; ກະກຽມເອກະສານ ແລະບຸກຄະລາກອນໃຫ້ແກ່ກອງປະຊຸມຖືກຕາມຄໍາແນະນໍາ.
ພິເສດ, ທາງໂຮງຮຽນໄດ້ຜັນຂະຫຍາຍການເຄື່ອນໄຫວເພື່ອຊົມເຊີຍ, ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່, ຄື: ປຸກລະດົມການແຂ່ງຂັນ; ຈັດຕັ້ງການ ປະກວດຮ້ອງເພງພື້ນເມືອງຂອງໂຮງຮຽນ; ສ້າງກິດຈະກໍາຕ້ອນຮັບ; ຈັດການພົບປະແລກປ່ຽນ, ສະແດງສິລະປະ, ກິລາກາຍຍະກໍາ; ປະດັບປະດາສະພາບແວດລ້ອມໃຫ້ສົດໃສ, ຂຽວ, ສະອາດ ແລະສວຍງາມ... ຜ່ານນັ້ນ, ລະດົມກໍາລັງໃຈພະນັກງານ, ຄູອາຈານ, ນັກຮຽນ ແລະ ນັກຮົບໃນທົ່ວໂຮງຮຽນ ຍົກສູງເຈດຈໍານົງເພິ່ງຕົນເອງ, ກຸ້ມຕົນເອງ, ມານະພະຍາຍາມແຂ່ງຂັນປະຕິບັດສໍາເລັດທຸກໜ້າທີ່ໃຫ້ເປັນຢ່າງດີ ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກໂຮງຮຽນ ຄັ້ງທີ 12 ດ້ວຍຄວາມຫວັງ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ.
ນັກຂ່າວ: ຂໍຂອບໃຈສະຫາຍຫຼາຍໆ!
ໂດຍ: ທູຈາງ