leftcenterrightdel
ຄະນະພະນັກງານກອງທັບປະຊາຊົນລາວ ມອບຂອງຂວັນທີ່ລະນຶກໃຫ້ກອງພັນໃຫຍ່ 165. ພາບ: qdnd.vn

ທີ່ການຢ້ຽມຊົມ, ຄະນະພັກ, ຜູ້ບັນຊາການກອງພັນໃຫຍ່ 165 ໄດ້ແນະນໍາໃຫ້ຄະນະກ່ຽວກັບມູນເຊື້ອກົມກອງ, ໝາກຜົນວຽກງານສຶກສາການເມືອງຂອງກອງພັນໃຫຍ່ 165. ພ້ອມທັງແບ່ງປັນ, ແລກປ່ຽນຮູບການ, ວິທີການ, ຮູບແບບທີ່ດີ, ແບບແຜນການເຮັດວຽກມີປະສິດທິຜົນໃນການຍົກສູງວຽກງານສຶກສາການເມືອງຢູ່ກົມກອງ.

ຄຽງຂ້າງກັນນັ້ນ, ກອງພັນໃຫຍ່ 165 ແນະນໍາໃຫ້ຊຸດຝຶກອົບຮົມ ຢ້ຽມຊົມໄປທັດສະນະການເຄື່ອນໄຫວການສຶກສາການເມືອງຂອງກົມກອງ ກ່ຽວກັບບັນດາເນື້ອໃນ, ຄື: ຢ້ຽມຊົມການວາງສະແດງຮູບຈຳລອງ, ວັດຖຸອຸປະກອນ, ພາຫະນະ ແລະບັນດາເນື້ອໃນຮັບໃຊ້ວຽກງານການສຶກສາການເມືອງ; ຢ້ຽມຊົມການເຄື່ອນໄຫວຫ້ອງໂຮ່ຈີມິນ (ອ່ານປຶ້ມ, ເບິ່ງຮູບເງົາມູນເຊື້ອ,...)

leftcenterrightdel
ຄະນະປະຕິບັດງານ ຢ້ຽມຊົມຮູບຈຳລອງຜະລິດຕະພັນໜູນຊ່ວຍການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ. ພາບ: qdnd.vn

ການຢ້ຽມຊົມໄດ້ປະກອບສ່ວນຮັດແໜ້ນນໍ້າໃຈສາມາຄີ, ມິດຕະພາບແບບພິເສດລະຫວ່າງກົມກອງ ແລະຄະນະຢ້ຽມຊົມເວົ້າສະເພາະ, ລະຫວ່າງກອງທັບສອງປະເທດເວົ້າລວມ; ຮັກສາ ແລະພັດທະນາສາຍພົວພັນຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງພັກ, ສອງລັດ, ສອງກອງທັບ.

ໂດຍ: ໄຊນີດາ