ນັກຂ່າວ: ປະຕິບັດໜ້າທີ່ A80 ແມ່ນຄວາມເປັນກຽດ, ຄວາມພາກພູມໃຈ, ແຕ່ກໍ່ແມ່ນຄວາມຮັບຜິດຊອບອັນຍິ່ງໃຫຍ່. ສະເໜີສະຫາຍ ໃຫ້ຮູ້ກ່ຽວກັບວຽກງານນຳພາ, ຊີ້ນຳຂອງກົມລົດ, ເຄື່ອງຈັກ-ຂົນສົ່ງຕໍ່ກັບໜ້າທີ່ສຳຄັນນີ້?

ທ່ານພົນຈັດຕະວາ ຫງວຽນເກ໊ວເລິມ: ໃນໄລຍະຜ່ານມາ, ຄະນະປະຈຳພັກ, ການນຳກົມລົດ, ເຄື່ອງຈັກ-ຂົນສົ່ງ ຍາມໃດກໍ່ເອົາໃຈໃສ່ນຳພາ, ຊີ້ນໍາ, ແນະນຳບັນດາອົງການ, ກົມກອງກະກຽມຢ່າງຮອບຄອບຖີ່ຖ້ວນ ແລະປະຕິບັດວຽກງານຮັບປະກັນເຕັກນິກກ່ຽວກັບລົດ-ເຄື່ອງຈັກ, ວຽກງານຂົນສົ່ງ, ລົດຕັງຍານເກາະໃຫ້ເປັນຢ່າງດີ; ປະກາດໃຊ້ບັນດາເອກະສານຊີ້ນຳ, ແນະນຳກົມກອງຄັດເລືອກໂຊເຟີ ແລະກຳລັງຮັບປະກັນດ້ານເຕັກນິກທີ່ມີທາດແທ້ຄຸນສົມບັດ, ລະດັບວິຊາສະເພາະເປັນຢ່າງດີ, ມີບົດຮຽນປະສົບການໃນການປະຕິບັດໜ້າທີ່ A70, A50; ພ້ອມທັງເລືອກເອົາພາຫະນະທີ່ເໝາະສົມ, ດ້ວຍສະພາບການເຕັກນິກດີທີ່ສຸດ.

leftcenterrightdel
ຈັດຕັ້ງການອົບຮົມ, ຫັດແອບການຂັບລົດ ເຂົ້າຮ່ວມໜ້າທີ່ A80. ພາບ: ດັງຄວາ

ສຳລັບໜ້າທີ່ລະອຽດ, ກົມລົດ, ເຄື່ອງຈັກ-ຂົນສົ່ງ ໄດ້ຊີ້ນຳອົງການສ້າງແຜນການຝຶກອົບຮົມ, ຫັດແອບການຂັບລົດ, ຝຶກອົບຮົມການທາສີກ້ອນກຳລັງລົດ, ປືນໃຫຍ່, ລົດຕັງຍານເກາະ; ປະກາດໃຊ້ເອກະສານກ່ຽວກັບການກວດກາສະພາບການເຕັກນິກພາຫະນະ; ສ້າງສະຖານີບຳລຸງຮັກສາ, ສ້ອມແປງ, ສະຖານີສາກໄຟກາງສະໜາມຢູ່ສູນຫັດແອບການທະຫານແຫ່ງຊາດເລກ 4; ຈັດຕັ້ງບັນດາໜ່ວຍຮັບປະກັນເຕັກນິກ, ວັດຖຸອຸປະກອນເຕັກນິກ, ຮັບປະກັນພາຫະນະໃນໄລຍະຫັດແອບ, ຝຶກຊ້ອມ. ເປັນເຈົ້າການສ້າງແຜນການຮັບປະກັນເຕັກນິກລົດ-ເຄື່ອງຈັກ, ລົດຕັງຍານເກາະສຳລັບກວດຜ່ານ, ຝຶກຊ້ອມຄັ້ງໃຫຍ່, ປະຕິບັດໜ້າທີ່ຢ່າງເປັນທາງການ ແລະເຄື່ອນທີ່ກັບຄືນກົມກອງພາຍຫຼັງສຳເລັດໜ້າທີ່.

ນັກຂ່າວ: ຈຳນວນລົດ-ເຄື່ອງຈັກ, ລົດຕັງຍານເກາະ ເຂົ້າຮ່ວມການປະຕິບັດໜ້າທີ່ A80 ແລະວຽກງານຮັບປະກັນເຕັກນິກ, ຂົນສົ່ງໄດ້ຜັນຂະຫຍາຍຄືແນວໃດ, ຂໍຮຽນສະຫາຍ?

ທ່ານພົນຈັດຕະວາ ຫງວຽນເກ໊ວເລິມ: ໂດຍຊາບຊຶມ ແລະປະຕິບັດຕາມຄຳສັ່ງຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ, ກົມລົດ, ເຄື່ອງຈັກ-ຂົນສົ່ງ ໄດ້ແນະນຳ, ຊີ້ນຳບັນດາກົມກອງໃນທົ່ວກອງທັບ ເລືອກເອົາວັດຖຸອຸປະກອນ, ລົດ-ເຄື່ອງຈັກ, ລົດຕັງຍານເກາະ ທີ່ມີລັກສະນະສູ້ຮົບ-ເຕັກນິກເໝາະສົມ, ສະພາບການເຕັກນິກດີທີ່ສຸດເພື່ອເຂົ້າຮ່ວມກ້ອນກຳລັງລົດ, ປືນໃຫຍ່ການທະຫານ ກໍ່ຄື ລົດຮັບປະກັນ, ລົດຮັບໃຊ້. ລະດົມວັດຖຸອຸປະກອນ, ລົດ-ເຄື່ອງຈັກ, ລົດຕັງຍານເກາະ 900 ຢ່າງ ເຂົ້າຮ່ວມປະຕິບັດໜ້າທີ່, ໃນນັ້ນມີວັດຖຸອຸປະກອນລົດ-ເຄື່ອງຈັກ, ລົດຕັງຍານເຂົ້າຮ່ວມກ້ອນກຳລັງລົດ, ປືນໃຫຍ່ການທະຫານກວ່າ 200 ຢ່າງ ແລະວັດຖຸອຸປະກອນລົດ-ເຄື່ອງຈັກຮັບປະກັນ, ຮັບໃຊ້ 700 ຢ່າງ.

leftcenterrightdel
ຈັດຕັ້ງການອົບຮົມ, ຫັດແອບການຂັບລົດເຂົ້າຮ່ວມໜ້າທີ່ A80. ພາບ: ດັງຄວາ

ກຳນົດວ່າ ນີ້ແມ່ນໜ້າທີ່ການເມືອງທີ່ມີຄວາມສຳຄັນພິເສດໃນປີ 2025, ຄະນະພັກ, ຄະນະບັນຊາກົມ ໄດ້ນຳພາ, ຊີ້ນໍາຈັດຕັ້ງປະຕິບັດບັນດາເນື້ອໃນກ່ຽວກັບວຽກງານເຕັກນິກລົດ-ເຄື່ອງຈັກ, ວຽກງານຂົນສົ່ງຢ່າງຄົບຊຸດ, ຄົບຖ້ວນ; ຊີ້ນຳ, ຮັບປະກັນເຕັກນິກລົດ-ເຄື່ອງຈັກ, ລົດຕັງຍານເກາະ, ຂົນສົ່ງໃຫ້ແກ່ບັນດາກົມກອງຫັດແອບໃນໄລຍະ 1, ເຄື່ອນທີ່ຈາກພາກໃຕ້ມາຮ່າໂນ້ຍ ຢ່າງປອດໄພ; ປະຈຸບັນກຳລັງຜັນຂະຫຍາຍການຫັດແອບໄລຍະ 2, ກຽມພ້ອມໃຫ້ການຝຶກແອບ, ຝຶກຊ້ອມຄັ້ງໃຫຍ່...

ເປັນເຈົ້າການໃນການເປັນເສນາທິການ, ສະເໜີຕໍ່ຂັ້ນເທິງໃນການນຳໃຊ້ແບບລົດບັນຊາ, ລົດທຸງໄຊ ທີ່ນຳໃຊ້ເຂົ້າໃນໜ້າທີ່ A50 ເພື່ອປະຕິບັດໜ້າທີ່ A80. ເປັນເສນາທິການ, ສະເໜີກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ອະນຸມັດສີວັດຖຸອຸປະກອນເຕັກນິກກ້ອນກຳລັງລົດປືນໃຫຍ່ການທະຫານ ແລະຊີ້ນຳບັນດາອົງການປະຕິບັດເປັນເອກະພາບ. ຊີ້ນຳ, ແນະນຳບັນດາກົມກອງເຮັດວຽກງານກະກຽມ, ຮັບປະກັນປະລິມານ, ຄຸນນະພາບ, ສະພາບການເຕັກນິກຂອງບັນດາພາຫະນະຮັບໃຊ້ການເຄື່ອນທີ່ກຳລັງຈາກບັນດາກົມກອງໄປຮອດ 5 ກຸ່ມຫັດແອບລວມສູນ ແລະພາຫະນະເຂົ້າຮ່ວມການຫັດແອບ, ປະຕິບັດການຝຶກແອບ, ຝຶກຊ້ອມຄັ້ງໃຫຍ່ ແລະປະຕິບັດໜ້າທີ່ຢ່າງເປັນທາງການ.

ຊີ້ນຳບັນດາກົມກອງຄັດເລືອກ ແລະດຳເນີນການຝຶກອົບຮົມໂຊເຟີລົດ ກວ່າ 500 ຄົນ. ປະສານສົມທົບກັບບໍລິສັດຫຸ້ນສ່ວນຂົນສົ່ງທາງລົດໄຟສ້າງແຜນການເຄື່ອນທີ່ກຳລັງເດີນຂະບວນ, ສວນສະໜາມຈາກບັນດາກົມກອງຢູ່ພາກໃຕ້ ໄປຍັງພາກເໜືອ (ກວ່າ 1.500 ຄົນ ແລະວັດຖຸອຸປະກອນກວ່າ 60 ໂຕນ); ສ້າງຕັ້ງ 8 ໜ່ວຍຮັບປະກັນເຕັກນິກລົດ, ເຄື່ອງຈັກ, ລົດຕັງຍານເກາະ ເພື່ອປະຕິບັດໜ້າທີ່ຮັບປະກັນເຕັກນິກໃນໄລຍະຫັດແອບ ແລະປະຕິບັດໜ້າທີ່ທາງການ.

ນັກຂ່າວ: ເພື່ອສຳເລັດໜ້າທີ່ທີ່ໄດ້ມອບໝາຍໃຫ້, ກົມລົດ, ເຄື່ອງຈັກ-ຂົນສົ່ງ ເອົາໃຈໃສ່ບັນດາເນື້ອໃນໃດແດ່ໃນໄລຍະຈະມາເຖິງ?

ທ່ານພົນຈັດຕະວາ ຫງວຽນເກ໊ວເລິມ: ຄະນະພັກ, ຄະນະບັນຊາກົມລົດ, ເຄື່ອງຈັກ-ຂົນສົ່ງ ເພີ່ມທະວີການຊີ້ນຳບັນດາກົມກອງ ຈັດຕັ້ງປະຕິບັດທຸກດ້ານວຽກງານເຕັກນິກລົດ-ເຄື່ອງຈັກ, ລົດຕັງຍານເກາະ, ວຽກງານຂົນສົ່ງປະຕິບັດໜ້າທີ່ A80 ຢ່າງຮອບດ້ານ. ເອົາໃຈໃສ່ຜັນຂະຫຍາຍການທາສີກ້ອນກຳລັງລົດປືນໃຫຍ່ ຕາມຂໍ້ສະຫຼຸບຂອງການນຳກະຊວງປ້ອງກັນປະເທດ. ປະສານສົມທົບສະໜອງບັນດາປັດໄຈທີ່ກ່ຽວຂ້ອງເຖິງວຽກງານເຕັກນິກລົດ, ເຄື່ອງຈັກ, ລົດຕັງຍານເກາະ, ວຽກງານຂົນສົ່ງ ແລະສ້າງແຜນການເຄື່ອນທີ່ກຳລັງ, ພາຫະນະເຂົ້າຮ່ວມພິທີສະເຫຼີມສະຫຼອງ.

leftcenterrightdel
ການນໍາກົມໃຫຍ່ພະລາທິການ-ເຕັກນິກ ກວດກາວຽກງານຫັດແອບຖັນແຖວໂຊເຟີລົດປະຕິບັດໜ້າທີ່ A80. ພາບ: ດັງຄວາ.

ສຸມໃສ່ກວດກາຈຳນວນວັດຖຸອຸປະກອນລົດ-ເຄື່ອງຈັກ ທີ່ເຂົ້າຮ່ວມປະຕິບັດໜ້າທີ່ ແລະຈັດຕັ້ງປະຕິບັດແຜນການຮັບປະກັນເຕັກນິກລົດ-ເຄື່ອງຈັກ, ລົດຕັງຍານເກາະ, ວຽກງານຂົນສົ່ງ, ຮັບປະກັນ 100% ວັດຖຸອຸປະກອນລົດ-ເຄື່ອງຈັກ, ລົດຕັງຍານເກາະ ເຂົ້າຮ່ວມມີສະພາບເຕັກນິກດີທີ່ສຸດ. ຊີ້ນຳບັນດາກົມກອງ ແລະຈັດຕັ້ງປະຕິບັດການຮັບປະກັນເຕັກນິກລົດ-ເຄື່ອງຈັກ, ວຽກງານເຄື່ອນທີ່ກຳລັງຂອງບັນດາກົມກອງຈາກບ່ອນຕັ້ງທັບໄປຫາບ່ອນຝຶກແອບ, ຝຶກຊ້ອມຄັ້ງໃຫຍ່ ແລະປະຕິບັດໜ້າທີ່ທາງການຖືກຕາມແຜນການຂອງຄະນະຈັດຕັ້ງ. ສ້າງແຜນການ ແລະຈັດຕັ້ງການຮັບປະກັນເຕັກນິກລົດ-ເຄື່ອງຈັກ, ລົດຕັງຍານເກາະ, ວຽກງານຂົນສົ່ງໃຫ້ແກ່ການຝຶກແອບ, ຝຶກຊ້ອມຄັ້ງໃຫຍ່ ແລະປະຕິບັດໜ້າທີ່ທາງການ. ຕິດຕໍ່, ປະສານສົມທົບກັບບັນດາຍີ່ຫໍ້ລົດທີ່ຢູ່ບໍລິເວນນະຄອນຮ່າໂນ້ຍ ກຽມພ້ອມຮັບປະກັນເຕັກນິກລົດ-ເຄື່ອງຈັກ ໃຫ້ບັນດາກົມກອງປະຕິບັດໜ້າທີ່.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ແສງເດືອນ