ນັກຂ່າວ: ຂໍໃຫ້ທ່ານພັນເອກ ຕີລາຄາໂດຍສັງເຂບກ່ຽວກັບກົນໄກພົບປະແລກປ່ຽນມິດຕະພາບລະຫວ່າງທະຫານເຮືອສອງປະເທດ ນັບແຕ່ເລີ່ມຜັນຂະຫຍາຍຈົນເຖິງປັດຈຸບັນ?

ທ່ານພັນເອກ Joel C Bonavente: ນີ້ແມ່ນຄັ້ງທີ 8 ທີ່ງານພົບປະແລກປ່ຽນມິດຕະພາບ ໂດຍທະຫານເຮືອສອງປະເທດຈັດຕັ້ງ, ແຕ່ວ່າ ນີ້ແມ່ນຄັ້ງທຳອິດທີ່ ຂ້າພະເຈົ້າ ໄດ້ເຂົ້າຮ່ວມໂດຍກົງໃນຖານະເປັນຫົວໜ້າຄະນະທະຫານເຮືອຟີລິບປິນ. ເຖິງຢ່າງໃດກໍຕາມ, ຜ່ານບົດລາຍງານກ່ຽວກັບການພົບປະແລກປ່ຽນຄັ້ງກ່ອນ, ຂ້າພະເຈົ້າ ຮູ້ສຶກວ່າ ກົນໄກນີ້ໄດ້ກາຍເປັນການເຄື່ອນໄຫວທີ່ມີຄວາມໝາຍ, ເປັນແບບຢ່າງກ່ຽວກັບການເຄື່ອນໄຫວພົວພັນຕ່າງປະເທດທີ່ເປັບແບບຢ່າງ, ເພື່ອແນໃສ່ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນ ເພື່ອພ້ອມກັນແກ້ໄຂຄວາມສົນໃຈຮ່ວມ ກ່ຽວກັບຄວາມໝັ້ນຄົງໃນການເດີນທະເລລະຫວ່າງທະຫານເຮືອສອງປະເທດ.

leftcenterrightdel
ທ່ານພັນເອກ Joel C Bonavente, ຮອງຜູ້ບັນຊາການທະຫານເຮືອພາກຕາເວັນຕົກຟີລິບປິນ, ຫົວໜ້າຄະນະທະຫານເຮືອຟີລິບປິນ. ພາບ: qdnd.vn

ນັກຂ່າວ: ຂໍຮຽນທ່ານພັນເອກ ຈຸດພົ້ນເດັ່ນຂອງງານພົບປະແລກປ່ຽນຄັ້ງນີ້ແມ່ນຫຍັງແດ່?

ທ່ານພັນເອກ Joel C Bonavente: ງານພົບປະແລກປ່ຽນປີນີ້ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງທະຫານເຮືອສອງປະເທດ ກ່ຽວກັບການດໍາເນີນການເຄື່ອນໄຫວທາງທະເລໂດຍສັນຕິ, ອີງຕາມກົດໝາຍ, ຜ່ານມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈທີ່ເປີດກວ້າງ, ລວມມີການປຶກສາຫາລືຮ່ວມກັນກ່ຽວກັບວິທີການຕິດຕໍ່ສື່ສານ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ, ກໍ່ຄືມາດຕະການຫຼີກ​ລ້ຽງກໍລະນີທີ່ເກີດຂຶ້ນຢູ່ທະເລ.

ໄປຄຽງຄູ່ກັບການສືບທອດໝາກຜົນອັນດີງາມຂອງບັນດາງານພົບປະແລກປ່ຽນກ່ອນນີ້, ງານພົບປະແລກປ່ຽນປີນີ້ຍັງປະກອບສ່ວນເຮັດໃຫ້ບົດບາດຂອງກົນໄກດັ່ງກ່າວພົ້ນເດັ່ນຂຶ້ນຕື່ມ ຄືດັ່ງພື້ນຖານແກ່ການເຄື່ອນໄຫວພົວພັນຕ່າງປະເທດ ຂອງທະຫານເຮືອສອງປະເທດ.

ນັກຂ່າວ: ທ່ານ ຕີລາຄາຄືແນວໃດກ່ຽວກັບການເຄື່ອນໄຫວຂອງກໍາລັງທະຫານເຮືອສອງປະເທດໃນງານພົບປະແລກປ່ຽນຄັ້ງນີ້?

ທ່ານພັນເອກ Joel C Bonavente: ເລື່ອງໄດ້ເຫັນປະຈັກຕາກໍາລັງທະຫານເຮືອສອງປະເທດ ພົບປະກັນ ບໍ່ພຽງແຕ່ໃນຖານະທີ່ເປັນກຳລັງປະກອບອາວຸດເທົ່ານັ້ນ ຫາກຍັງເປັນຄູ່ຮ່ວມມືເພື່ອສັນຕິພາບ, ໄດ້ເຮັດໃຫ້ ຂ້າພະເຈົ້າ ມີຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບລັກສະນະທີ່ເປັນມືອາຊີບ, ຄວາມເຄົາລົບເຊິ່ງກັນ ແລະກັນ ແລະຄວາມສາມັກຄີໃນພາກພື້ນ. ສິ່ງທີ່ ຂ້າພະເຈົ້າ ມີຄວາມປະທັບໃຈທີ່ສຸດ ໃນງານພົບປະແລກປ່ຽນຄັ້ງນີ້ແມ່ນນ້ຳໃຈແຫ່ງຄວາມເປັນເພື່ອນມິດ, ນ້ຳໃຈມິດຕະພາບທີ່ຈິງໃຈລະຫວ່າງນາຍທະຫານ, ລູກເຮືອສອງປະເທດ, ຜ່ານຜ່າອຸປະສັກ, ສິ່ງກີດຂວາງທາງດ້ານພາສາ. ງານພົບປະແລກປ່ຽນບໍ່ພຽງແຕ່ໄດ້ດຳເນີນໄປໃນບັນຍາກາດໄມຕີຈິດມິດຕະພາບ, ການຮ່ວມມືເທົ່ານັ້ນ, ຫາກຍັງເຕັມໄປດ້ວຍແຮງບັນດານໃຈ, ສະແດງໃຫ້ເຫັນວ່າ ກໍາລັງທະຫານເຮືອສາມາດຮັດແຄບຄວາມແຕກຕ່າງກັນໂດຍຜ່ານຄວາມເຫັນດີເຫັນພ້ອມໃນການຮ່ວມມື ແລະເຄົາລົບບັນດາຫຼັກການ.

ນັກຂ່າວ: ຂໍໃຫ້ທ່ານ ແບ່ງປັນຄວາມຮູ້ສຶກກ່ຽວກັບທະຫານເຮືອປະຊາຊົນຫວຽດນາມ ໃນງານພົບປະແລກປ່ຽນມິດຕະພາບຄັ້ງນີ້?

ທ່ານພັນເອກ Joel C Bonavente: ທະຫານເຮືອປະຊາຊົນຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເປັນມືອາຊີບ, ຄວາມຈິງໃຈ ແລະຄວາມກະຕືລືລົ້ນໃນການເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນໂດຍທະຫານເຮືອຟີລິບປິນ ເປັນເຈົ້າພາບຈັດຕັ້ງ. ນາຍທະຫານ, ລູກເຮືອຂອງທະຫານເຮືອປະຊາຊົນຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນການມີລະບຽບວິໄນສູງເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມເຄົາລົບນັບຖື ຕໍ່ກັບຄວາມສາມັກຄີພາກພື້ນ, ການເຄື່ອນໄຫວພົວພັນຕ່າງປະເທດຂອງທະຫານເຮືອສອງປະເທດ. ໃນແຕ່ລະການເຄື່ອນໄຫວພົບປະແລກປ່ຽນ, ທະຫານເຮືອປະຊາຊົນຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນຈິດໃຈທີ່ມີເຈດຕະນາດີຢ່າງແທ້ຈິງ, ດ້ວຍຄວາມປາດຖະໜາຢາກຮ່ຳຮຽນ, ຮ່ວມມື ແລະສ້າງຄວາມໄວ້ເນື້ອເຊື່ອໃຈ. ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະຈິງໃຈຂອງທະຫານເຮືອປະຊາຊົນຫວຽດນາມ ໄດ້ປະກອບສ່ວນສໍາຄັນເຂົ້າໃນຜົນສຳເລັດຂອງງານພົບປະແລກປ່ຽນມິດຕະພາບຄັ້ງນີ້, ສືບຕໍ່ສະແດງໃຫ້ເຫັນກົນໄກພົບປະແລກປ່ຽນ ຄືດັ່ງແບບຢ່າງໃນການພົວພັນຮ່ວມມືລະຫວ່າງທະຫານເຮືອສອງປະເທດ, ພ້ອມທັງຢືນຢັນຄວາມເຄົາລົບນັບຖື ເຊິ່ງກັນ ແລະ ກັນ ແມ່ນພື້ນຖານໃຫ້ທຸກໆການພົວພັນຮ່ວມມືຍາວນານຢູ່ທະເລ.

leftcenterrightdel
ບັນດານາຍທະຫານ, ລູກເຮືອສອງປະເທດ ແຂ່ງຂັນກິລາມິດຕະພາບໃນຂອບເຂດງານພົບປະແລກປ່ຽນມິດຕະພາບ ຄັ້ງທີ 8. ພາບ: qdnd.vn

ນັກຂ່າວ: ຕາມທ່ານພັນເອກ ແລ້ວ, ກົນໄກດັ່ງກ່າວຄວນໄດ້ຮັບການຮັກສາ ແລະພັດທະນາຄືແນວໃດໃນໄລຍະຈະມາເຖິງ?

ທ່ານພັນເອກ Joel C Bonavente: ຂ້າພະເຈົ້າ ເຊື່ອໝັ້ນວ່າ ກົນໄກນີ້ຈະສືບຕໍ່ໄດ້ຮັບການປັບປຸງ ຖ້າຫາກທະຫານເຮືອສອງປະເທດ ຄິດໄລ່ຊັ່ງຊາບາງການເຄື່ອນໄຫວອື່ນອີກ ເພື່ອຊຸກຍູ້ການຮ່ວມມື, ຄື: ການສົ່ງກຳປັ່ນໄປຢ້ຽມຢາມທ່າກຳປັ່ນຂອງກັນ, ຫຼື ການສົນທະນາລະຫວ່າງກຳປັ່ນ ກັບກໍາປັ່ນ ໃນງານພົບປະແລກປ່ຽນຄັ້ງຕໍ່ໄປ. ນີ້ແມ່ນພື້ນຖານເພື່ອເພີ່ມທະວີການພົວພັນຮ່ວມມື, ຄວາມສະໜິດຕິດພັນລະຫວ່າງທະຫານເຮືອສອງປະເທດ. ຂ້າພະເຈົ້າຫວັງວ່າ ກົນໄກພົບປະແລກປ່ຽນມິດຕະພາບລະຫວ່າງທະຫານເຮືອຟີລິບປິນ ແລະທະຫານເຮືອປະຊາຊົນຫວຽດນາມ ຈະພັດທະນາຈາກມູນເຊື້ອທີ່ມີລັກສະນະເປັນສັນຍາລັກ ມາເປັນການເຄື່ອນໄຫວຮ່ວມມືຍຸດທະສາດ ແລະແທດຈິງລະຫວ່າງກໍາລັງທະຫານເຮືອສອງປະເທດ, ແນໃສ່ຮັບປະກັນລັກສະນະຍືນຍົງ ແລະມີປະສິດທິຜົນຂອງກົນໄກພົບປະແລກປ່ຽນນີ້ ໃນໄລຍະຍາວ. 

ນັກຂ່າວ: ຂອບໃຈທ່ານພັນເອກ ຫຼາຍໆ!

ໂດຍ: ທູຈາງ