ຢູ່ສະໜາມຝຶກຊ້ອມຂອງກອງຮ້ອຍ 10, ກອງພັນຂ້າມແມ່ນໍ້າເລກ 4, ບັນດາໝວດ ໄດ້ເຕົ້າໂຮມກໍາລັງ, ດໍາເນີນການຝຶກແອບເນື້ອໃນການວາງໝາກມິນ. ລະດັບຂັ້ນຕອນຂອງການຝຶກແອບ, ຄື: ການກຳນົດທີ່ຕັ້ງເພື່ອຈັດວາງວັດຖຸ, ເຜີຍແຜ່ວິທີການສູ້ຮົບ ແລະກວດກາເນື້ອໃນບົດຮຽນເກົ່າ... ໂດຍບັນດາໝວດ ໄດ້ປະຕິບັດຢ່າງມີແບບມີແຜນທີ່ສຸດ.
ຮ້ອຍເອກພິເສດ ອື໊ງວັນຮ໊ຽວ, ຫົວໜ້າກອງຮ້ອຍ 10 ແບ່ງປັນວ່າ: “ເມື່ອມີຄໍາສັ່ງຈາກສະຫາຍປະຈໍາການ, ໜ່ວຍແຂ່ງຂັນຂອງກອງຮ້ອຍ ໄດ້ໃຫ້ຄະແນນແຕ່ລະຄົນ ແລະບັນດາໝູ່, ໝວດກ່ຽວກັບກິລິຍາທ່າທາງ, ການປະຕິບັດຂໍ້ກຳນົດສະໜາມຝຶກຊ້ອມ ແລະຄຸນນະພາບການຝຶກແອບ. ຍ້ອນແນວນັ້ນ, ຈຶ່ງໄດ້ສົ່ງຜົນກະທົບຕໍ່ສະຕິຄວາມຮັບຜິດຊອບຂອງພະນັກງານ, ນັກຮົບໃນຕະຫຼອດໄລຍະການຝຶກແອບ”.
    |
 |
ກອງຮ້ອຍ 10, ກອງພັນຂ້າມແມ່ນໍ້າເລກ 4, ກອງພົນນ້ອຍຊ່າງແສງ 414 ແຂ່ງຂັນເນື້ອໃນກອງຮ້ອຍຊ່າງແສງ ປະຕິບັດການກ່າຍຂົວ TMM-3M. ພາບ: ງອັກທັງ |
ພັນເອກ ເລຊວນແມັ້ງ, ຫົວໜ້າຫ້ອງການເມືອງກອງພົນນ້ອຍຊ່າງແສງ 414 ໃຫ້ຮູ້ວ່າ: “ຄະນະພັກ, ຄະນະບັນຊາ ກອງພົນນ້ອຍ ຍາມໃດກໍ່ຖືເປັນສຳຄັນ ແລະເຊີດຊູການແຂ່ງຂັນໃນການຝຶກແອບ. ນັບແຕ່ຕົ້ນປີມາ, ກອງພົນນ້ອຍ ໄດ້ຊີ້ນຳບັນດາກົມກອງປັບປຸງ ແລະເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງສະພາ, ຄະນະ, ໜ່ວຍແຂ່ງຂັນ, ນໍາຂະບວນການແຂ່ງຂັນຝຶກແອບເກັ່ງໃຫ້ຂຶ້ນສູ່ລະດັບສູງໃໝ່”.
ຜ່ານການຊອກຮູ້, ພວກຂ້າພະເຈົ້າ ຈຶ່ງຮູ້ວ່າ, ຄະນະພັກ, ຄະນະບັນຊາ ກອງພົນນ້ອຍຊ່າງແສງ 414 ກໍານົດວ່າ, ຂະບວນການແຂ່ງຂັນຝຶກແອບເກັ່ງ ຕ້ອງມຸ່ງໄປເຖິງການສ້າງແຮງກະຕຸ້ນ, ຄວາມຕັດສິນໃຈໃຫ້ພະນັກງານ, ນັກຮົບໃນການຝຶກແອບ. ເພື່ອໃຫ້ຂະບວນການແຂ່ງຂັນພັດທະນາທັງລວງກວ້າງ ແລະລວງເລິກ, ຈາກອົງການກອງພົນນ້ອຍຈົນຮອດຂັ້ນໝວດ, ຍູ້ແຮງຂອດບຸກທະລຸ ຍົກສູງຄຸນນະພາບການຝຶກແອບ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການຍົກລະດັບຂອງພະນັກງານຝຶກແອບໂດຍກົງ. ໃນແຕ່ລະເດືອນ, ກອງພົນນ້ອຍຊ່າງແສງ 414 ໄດ້ຈັດຕັ້ງການກວດກາ, ຕີລາຄາ, ແບ່ງປະເພດໃຫ້ແຕ່ລະໝູ່ຄະນະ, ສ່ວນບຸກຄົນ, ສ້າງກໍາລັງໜູນ ແລະຈິດໃຈແຂ່ງຂັນໃນທົ່ວກົມກອງ.
    |
 |
ການຝຶກແອບ ຮັບປະກັນການເຄື່ອນໄຫວໃຫ້ອາວຸດຍຸດໂທປະກອນເຕັກນິກຂ້າມແມ່ນໍ້າ. ພາບ: ງອັກທັງ |
ໃນລະຫວ່າງເວລາພັກຜ່ອນຂອງກອງຮ້ອຍ 10, ພວກຂ້າພະເຈົ້າ ໄດ້ເຫັນກັບຕາບັນຍາກາດຟົດຟື້ນຢູ່ສະໜາມຝຶກຊ້ອມ. ພາຍໃຕ້ການບັນຊາຂອງສະຫາຍ ຮອງພະນັກງານການເມືອງກອງຮ້ອຍ, ບັນດາເກມການທະຫານທີ່ຊ່ວຍເສີມໃຫ້ແກ່ໜ້າທີ່ຝຶກແອບນັກຮົບໄດ້ເຂົ້າຮ່ວມຢ່າງກະຕືລືລົ້ນ. ພັນໂທ ຫງວຽນຮົ່ງເຊີນ, ພະນັກງານການເມືອງກອງພັນຂ້າມແມ່ນໍ້າເລກ 4 ໃຫ້ຮູ້ວ່າ: “ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຢູ່ສະໜາມຝຶກຊ້ອມໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການຍົກສູງຄຸນນະພາບການຝຶກແອບ ແລະແມ່ນໜຶ່ງໃນບັນດາເນື້ອໃນຕົວຄູນ 2 ໃນການໃຫ້ຄະແນນແຂ່ງຂັນ”.
ການຮັບຮອງເອົາເນື້ອໃນບົດສອນຂອງພະນັກງານກອງພົນນ້ອຍຊ່າງແສງ 414 ກໍ່ໄດ້ຖືເປັນສໍາຄັນ ແລະສ້າງແຜນການຝຶກແອບໃຫ້ແຕ່ລະເດືອນທີ່ຝຶກແອບເພື່ອຕິດຕາມ ແລະໃຫ້ຄະແນນແຂ່ງຂັນ. ນອກຈາກນັ້ນ, ກອງພົນນ້ອຍ ຍັງຍູ້ແຮງຂະບວນການແຂ່ງຂັນເສີມຂະຫຍາຍຂໍ້ລິເລີ່ມ, ດັດແປງເຕັກນິກຮັບໃຊ້ການຝຶກແອບ, ຍ້ອງຍໍຊົມເຊີຍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຮູບແບບອຸປະກອນສຶກສາ, ປະດິດສ້າງ ຮັບໃຊ້ໃຫ້ແກ່ການຝຶກແອບຢ່າງມີປະສິດທິຜົນ.
ພັນເອກ ຫງວຽນກ໊ວກລອງ, ຫົວໜ້າກອງພົນນ້ອຍຊ່າງແສງ 414 ຢືນຢັນວ່າ: “ຍ້ອນຍູ້ແຮງການແຂ່ງຂັນ, ສະນັ້ນໃນຊຸມປີຜ່ານມາ, ກອງພົນນ້ອຍຊ່າງແສງ 414 ຍາມໃດກໍ່ໄດ້ປະຕິບັດສໍາເລັດໜ້າທີ່ຝຶກແອບ, ຝຶກຊ້ອມ; ກອງພົນນ້ອຍ ໄດ້ຮັບທຸງກົມກອງຝຶກແອບເກັ່ງ ຈາກກະຊວງປ້ອງກັນປະເທດ ໃນຫຼາຍປີ ຢ່າງຕໍ່ເນື່ອງ".
ໂດຍ: ເຈິ່ນຮວ່ຽນ