leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ເຊີນບິ່ງ.

ພາຍຫຼັງລົງກວດກາ ແລະໄດ້ຮັບຟັງການນໍາວິທະຍາຄານປ້ອງກັນຊາຍແດນ ລາຍງານ, ທ່ານພົນເອກ ຟານວັນຢາງ ໄດ້ຕີລາຄາສູງບັນດາໝາກຜົນ ແລະຜົນງານໃນ 62 ກວ່າປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວຂອງວິທະຍາຄານປ້ອງກັນຊາຍແດນ ວິລະຊົນ. ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ: ທຸກສິ່ງທຸກຢ່າງຢູ່ຊາຍແດນແມ່ນຂຶ້ນກັບທະຫານຊາຍແດນ, ບ່ອນໃດທຸກແມ່ນມີທະຫານຊາຍແດນ ແລະວິທະຍາຄານ ໄດ້ຖືເປັນສໍາຄັນການບໍາລຸງສ້າງ, ສຶກສາອົບຮົມໃຫ້ຖັນແຖວນັກຮຽນທະຫານເຊື່ອມຊຶມແນວຄິດ “ຄ້າຍທະຫານແມ່ນເຮືອນ, ຊາຍແດນແມ່ນບ້ານເກີດເມືອງນອນ, ພໍ່ແມ່ປະຊາຊົນບັນດາເຜົ່າແມ່ນອ້າຍນ້ອງຄີງ”.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກວດກາການກໍ່ສ້າງລະບຽບແບບແຜນທີ່ວິທະຍາຄານປ້ອງກັນຊາຍແດນ. ພາບ: ເຊີນບິ່ງ.

ຕໍ່ໜ້າການຜັນແປຢ່າງໄວວາ, ສັບສົນ ແລະຄາດເດົ່າໄດ້ຍາກຂອງສະພາບການໂລກ ແລະພາກພື້ນ, ເພື່ອຍົກສູງຄຸນນະພາບຊັບພະຍາກອນມະນຸດ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ກໍ່ສ້າງກອງທັບ, ສ້າງສາ ແລະປົກປັກຮັກສາປະເທດຊາດ ໃນສະພາບການໃໝ່, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ຄະນະພັກ, ຄະນະອໍານວຍການວິທະຍາຄານປ້ອງກັນຊາຍແດນ ສືບຕໍ່ຊາບຊຶມ, ຍົກສູງສະຕິຄວາມຮັບຜິດຊອບ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະການຕັດສິນໃຈດ້ານການເມືອງໃນການປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ມະຕິ, ຂໍ້ສະຫຼຸບຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ, ການສຶກສາ ແລະບຳລຸງສ້າງ, ໂດຍສະເພາະແມ່ນການຍຸບເລີກກອງບັນຊາການທະຫານຊາຍແດນຂັ້ນແຂວງ, ສ້າງຕັ້ງກອງບັນຊາການທະຫານຊາຍແດນຂຶ້ນກັບກອງບັນຊາການທະຫານຂັ້ນແຂວງ; ຮີບຮ້ອນຄົ້ນຄວ້າ, ເພີ່ມເຕີມ, ດັດປັບ ແລະສ້າງໃໝ່ເນື້ອໃນ, ແຜນການບໍາລຸງສ້າງ, ຮັບປະກັນໃຫ້ມີຄວາມໃກ້ຊິດກັບໂຄງປະກອບການຈັດຕັ້ງ, ຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ຂອງທະຫານຊາຍແດນ ແລະພຶດຕິກໍາຕົວຈິງ; ຈັດຕັ້ງການຝຶກອົບຮົມ ແລະບໍາລຸງສ້າງຄວາມຮູ້ໃໝ່ໃຫ້ແກ່ຄູອາຈານ, ພະນັກງານ, ພາລະກອນທະຫານຊາຍແດນໃນທົ່ວກອງທັບໃຫ້ໜັກແໜ້ນ, ມີຄຸນນະພາບ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຢ້ຽມຊົມຫ້ອງມູນເຊື້ອວິທະຍາຄານປ້ອງກັນຊາຍແດນ. ພາບ: ເຊີນບິ່ງ.

ກ່ຽວກັບແຜນການບໍາລຸງສ້າງ, ທ່ານພົນເອກ ຟານວັນຢາງ ໃສ່ໃຈວ່າ, ວິທະຍາຄານປ້ອງກັນຊາຍແດນ ຕ້ອງສຸມໃສ່ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳ, ຄວາມຮູ້ກ່ຽວກັບການຄຸ້ມຄອງລັດ, ເສດຖະກິດ, ສັງຄົມ, ກົດໝາຍ, ພາສາຕ່າງປະເທດ, ພາສາຊົນເຜົ່າສ່ວນໜ້ອຍ, ເຕັກໂນໂລຊີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ ແລະທັກສະອື່ນໆທີ່ຈຳເປັນໃຫ້ແກ່ນັກຮຽນທະຫານ. ສືບຕໍ່ຝຶກອົບຮົມ, ບໍາລຸງສ້າງດ້ານວິຊາການ, ວິຊາສະເພາະ ໃຫ້ແກ່ຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກວດກາຫ້ອງຮຽນພິເສດກ່ຽວກັບການຝຶກອົບຮົມການຄວບຄຸມຄົນເຂົ້າອອກເມືອງ. ພາບ: ເຊີນບິ່ງ.

ຄຽງຄູ່ກັນນັ້ນ, ສຸມໃສ່ກໍ່ສ້າງວິທະຍາຄານ ໃຫ້ມີຄວາມໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”, ມີສະພາບແວດລ້ອມດ້ານວັດທະນະທຳການສຶກສາທະຫານທີ່ເປັນມາດຕະການ; ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນວຽກງານສຶກສາອົບຮົມການເມືອງ, ແນວຄິດ, ໂຄສະນາເຜີຍແຜ່ກົດໝາຍ, ສຶກສາອົບຮົມປະຫວັດສາດມູນເຊື້ອ; ຍູ້ແຮງຂະບວນການແຂ່ງຂັນເດັດຂາດມີໄຊ ແລະການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊີວິດຂອງປະທານໂຮ່ຈິີມິນ.

ໂດຍ: ໄຊຊະນະ