ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ກວດກາວຽກງານກະກຽມຕ້ອນຮັບນາຍທະຫານບັນດາປະເທດເຂົ້າຮ່ວມເດີນສວນສະໜາມ
ກປ.ອອນໄລ - ວັນທີ 17 ກໍລະກົດ, ຄະນະປະຕິບັດງານນໍາໂດຍທ່ານພົນໂທ ຫງວຽນເຈື່ອງຖັ໊ງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປກວດກາວຽກງານກະກຽມຕ້ອນຮັບກໍາລັງນາຍທະຫານ ທີ່ມາຈາກບັນດາປະເທດເຂົ້າຮ່ວມເດີນສວນສະໜາມ ທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ສໍາເລັດຜົນ ແລະວັນຊາດແຫ່ງ ສສ ຫວຽດນາມ.
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປສໍາຫຼວດ, ກວດກາວຽກງານກະກຽມຢູ່ວິທະຍາຄານ Viettel ແລະບັນດາສະຖານທີ່ພັກເຊົາ ທີ່ຄາດຄະເນຈັດໃຫ້ນາຍທະຫານບັນດາປະເທດ; ຮັບຟັງຜູ້ຕາງໜ້າບັນດາອົງການ, ກົມກອງລາຍງານກ່ຽວກັບວຽກງານຮັບປະກັນ, ຮັບໃຊ້, ບ່ອນກິນ, ບ່ອນຢູ່, ຝຶກແອບໃຫ້ບັນດາກ້ອນກໍາລັງເດີນຂອງບັນດາປະເທດ, ກໍ່ຄືຄວາມສະດວກ, ຄວາມຫຍຸ້ງຍາກໃນວິວັດການກະກຽມຕ້ອນຮັບ.
    |
 |
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ກວດກາວຽກງານກະກຽມຢູ່ວິທະຍາຄານViettel. ພາບ: ແອງຫວູ |
ກ່າວຄໍາເຫັນສະຫຼຸບທີ່ການກວດກາ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເນັ້ນໜັກວ່າ ຄວາມສໍາຄັນ, ຄວາມໝາຍຂອງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ສໍາເລັດຜົນ ແລະວັນຊາດແຫ່ງ ສສ ຫວຽດນາມ, ກໍ່ຄືເລື່ອງ ຫວຽດນາມ ເຊີນບັນດາປະເທດຈັດສົ່ງກໍາລັງນາຍທະຫານມາເຂົ້າຮ່ວມເດີນສວນສະໜາມໃນເຫດການນີ້. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຮູ້ການເປັນເຈົ້າການ, ຈິດໃຈຮັບຜິດຊອບຂອງບັນດາອົງການ, ກົມກອງທີ່ໄດ້ມອບໝາຍໜ້າທີ່ປະຕິບັດວຽກງານກະກຽມຮັບ, ຕ້ອນຮັບ.
    |
 |
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ໄປກວກກາພື້ນຖານໂຄງລ່າງ ແລະວຽກງານຮັບປະກັນທີ່ສະຖາບັນ Viettel. ພາບ: ແອງຫວູ |
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ສະເໜີບັນດາອົງການ, ກົມກອງ ແລະກໍາລັງຮັບໃຊ້ກໍານົດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈະແຈ້ງ, ເຊີດຊູຈິດໃຈຮັບຜິດຊອບ, ກໍ່ສ້າງ ແລະຜັນຂະຫຍາຍແຜນການຕ້ອນຮັບຢ່າງລອບຄອບກ່ຽວກັບທຸກດ້ານ, ຄື: ພື້ນຖານໂຄງລ່າງ, ບ່ອນກິນ, ບ່ອນພັກ, ຝຶກແອບ, ພາຫະນະເຄື່ອນຍ້າຍ, ຮັບປະກັນຄວາມສະຫງົບ, ຄວາມປອດໄພ, ການແພດ, ພິທີຕ້ອນຮັບ, ສຸຂະອະນາໄມດ້ານອາຫານ... ໃຫ້ແກ່ບັນດາກ້ອນກໍາລັງນາຍທະຫານຂອງບັນດາປະເທດເຂົ້າຮ່ວມເດີນຂະບວນ, ເພື່ອສ້າງຄວາມປະທັບໃຈອັນດີງາມກ່ຽວກັບຄວາມຮັກແຂກແພງຄົນຂອງປະເທດ, ຊາວຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ.
ໂດຍ: ໄຊນີດາ