ພ້ອມແລ້ວທີ່ຈະໃຫ້ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ກໍາປູເຈຍ
ກປ.ອອນໄລ - ວັນທີ 14 ກໍລະກົດ, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມກັບທ່ານພົນເອກ Eth Sarath, ຮອງຜູ້ບັນຊາການ, ຫົວໜ້າເສນາທິການລະຫວ່າງກອງທັບລາຊະອານາຈັກກໍາປູເຈຍ ໄດ້ໄປກວດກາ, ສໍາຫຼວດບັນດາສະຖານທີ່ຮັບໃຊ້ໃຫ້ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ກໍາປູເຈຍ.
ພາຍຫຼັງສໍາຫຼວດສະຖານທີ່ກໍ່ສ້າງກິດຈະການມິດຕະພາບໂຮງຮຽນປະຖົມ Sang Sovanna ທີ່ເມືອງ Svay Teap, ແຂວງ Svay Rieng, ລາຊະອານາຈັກກໍາປູເຈຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນເອກ Eth Sarath ພ້ອມດ້ວຍຄະນະປະຕິບັດງານໄດ້ກວດກາເຂດດ່ານສາກົນ ມົກບາຍ (ຫວຽດນາມ) ແລະດ່ານສາກົນ Ba Vet (ກໍາປູເຈຍ).
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນເອກ Eth Sarath ສໍາຫຼວດບັນດາສະຖານທີ່ຮັບໃຊ້ລາຍການພົບປະແລກປ່ຽນ. ພາບ: ມິງຫງວຽນ |
ໃນວັນດຽວກັນ, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໄດ້ສໍາຫຼວດສະຖານທີ່ກໍ່ສ້າງໂຮງຮຽນປະຖົມຕາແສງ ເບ໊ນເກົ່າ, ສູນວັດທະນະທໍາ-ກິລາຕາແສງລອງທ້ວນ, ບ່ອນຄາດຄະເນຈັດຕັ້ງພິທີແຮກສ່ຽວເຂດຊຸມຊົນສອງຝັ່ງຊາຍແດນ. ຄະນະກໍ່ໄປສໍາຫຼວດສະຖານທີ່ຈັດຕັ້ງລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມສອງປະເທດທີ່ສູນວັດທະນະທໍາ-ກິລາເມືອງເຕິນນິງ. ທີ່ບັນດາຈຸດສໍາຫຼວດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ກໍາປູເຈຍ ບໍ່ພຽງແຕ່ແມ່ນການເຄື່ອນໄຫວປະຈໍາປີທີ່ມີຄວາມໝາຍແທດຈິງໃນຂົງເຂດປ້ອງກັນຊາດເທົ່ານັ້ນ ຫາກຍັງປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ເຊື່ອໝັ້ນ ແລະສະໜິດຕິດພັນລະຫວ່າງກໍາລັງປະກອບອາວຸດ ແລະປະຊາຊົນສອງປະເທດ.
ຜ່ານນັ້ນ, ຢັ້ງຢືນບົດບາດຂອງກອງທັບໃນວຽກງານການທູດປ້ອງກັນຊາດ, ກໍ່ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມພັດທະນາ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງສືບຕໍ່ກວດກາຢ່າງລະອຽດລະອໍ, ປະຕິບັດສໍາເລັດວຽກງານກະກຽມ, ຮັບປະກັນລາຍການດໍາເນີນສະຫງ່າຜ່າເຜີຍ, ປອດໄພຢ່າງເດັດຂາດ, ເຮັດການພົວພັນມິດຕະພາບລະຫວ່າງສອງປະເທດຫວຽດນາມ-ກໍາປູເຈຍ ໃຫ້ເລິກເຊິ່ງ.
ພ້ອມກັນນັ້ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະຄະນະປະຕິບັດງານໄດ້ຢ້ຽມຢາມ ແລະກວດກາຄະນະບັນຊາປ້ອງກັນເຂດ 3-ເຕິນນິງ, ກອງບັນຊາການທະຫານແຂວງເຕີ໊ຍນິງ. ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີ ຮວ່າງຊວນຈ໊ຽນ ຮຽກຮ້ອງກົມກອງສືບຕໍ່ຈັດຕັ້ງມີຄວາມໝັ້ນຄົງຢ່າງວ່ອງໄວ; ພ້ອມທັງ, ສືບຕໍ່ກໍ່ສ້າງລະບົບເອກະສານ, ທິດທາງພ້ອມທີ່ຈະຕໍ່ສູ້; ສົມທົບກັນຢ່າງແໜ້ນແຟ້ນກັບອໍານາດການປົກຄອງທ້ອງຖິ່ນຈັດຕັ້ງປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ...
ໂດຍ: ໄຊນີດາ