ຊຸກຍູ້ການຮ່ວມມືລະຫວ່າງກໍາລັງທະຫານເຮືອຫວຽດນາມ ແລະໄທ ໃຫ້ເລິກເຊິ່ງກວ້າງຂວາງ
ກປ.ອອນໄລ - ຕອນເຊົ້າວັນທີ 15 ກໍລະກົດ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນວັນຮ່ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການຕ້ອນຮັບທ່ານພົນໂທ Jirapol Wongwit ຜູ້ບັນຊາການທະຫານເຮືອລາຊະອານາຈັກໄທ.
ທ່ານພົນໂທ ຫງວຽນວັນຮ່ຽນ ເນັ້ນໜັກວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ໄທ ໃນໄລຍະຜ່ານມາ ນັບມື້ນັບພັດທະນາຢ່າງຕ້ັງໜ້າ, ມີຄວາມໄວ້ເນື້ອເຊື່ອໃຈ, ພົ້ນເດັ່ນໃນຂົງເຂດຕ່າງໆ, ຄື: ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ໂດຍສະເພາະແມ່ນຂັ້ນສູງ; ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດ, ພົບປະແລກປ່ຽນນາຍທະຫານໜຸ່ມໃຫ້ມີປະສິດທິຜົນ; ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ; ບໍາລຸງສ້າງ; ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍໂດຍອາຊຽນ ຊັກນໍາ. ທ່ານພົນໂທ ຫງວຽນວັນຮ່ຽນ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງທະຫານເຮືອສອງປະເທດໃນໄລຍະຜ່ານມາດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ, ແທດຈິງ.
    |
 |
ທ່ານພົນໂທ ຫງວຽນວັນຮ່ຽນ ຕ້ອນຮັບທ່ານພົນໂທ Jirapol Wongwit ຜູ້ບັນຊາການທະຫານເຮືອລາຊະອານາຈັກໄທ. ພາບ: qdnd.vn |
ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຫງວຽນວັນຮ່ຽນ ສະເໜີກໍາລັງທະຫານເຮືອສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຄວາມຮັບຮູ້ລວມຂອງການນໍາກະຊວງປ້ອງກັນປະເທດສອງປະເທດທີ່ການຢ້ຽມຢາມຢ່າງເປັນທາງການຫວຽດນາມ ຂອງຜູ້ບັນຊາການກໍາລັງປ້ອງກັນຊາດໄທຢ່າງມີປະສິດທິຜົນ (ເດືອນ ກໍລະກົດ 2025) ແລະການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ໄທ ຄັ້ງທີ 6 (ເດືອນມີນາ 2025), ຊຸກຍູ້ການເຄື່ອນໄຫວ ເພື່ອເພີ່ມທະວີຄວາມເຂົ້າໃຈ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຈຸດສຸມແມ່ນປຶກສາຫາລືທະຫານເຮືອສອງຝ່າຍ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບໍາລຸງສ້າງ...
ທ່ານພົນໂທ ຫງວຽນວັນຮ່ຽນ ຢັ້ງຢືນວ່າກະຊວງປ້ອງກັນປະເທດຫວຽດນາມ ສະໜັບສະໜູນການຮ່ວມມືລະຫວ່າງກໍາລັງທະຫານເຮືອສອງປະເທດໃຫ້ເລິກເຊິ່ງກວ້າງຂວາງ; ປາດຖະໜາຢາກສອງຝ່າຍເພີ່ມທະວີການຮ່ວມມືໃຫ້ມີປະສິດທິຜົນກວ່າອີກ, ປະກອບສ່ວນສ້າງສາ ແລະປັບປຸງພື້ນຖານປ້ອງກັນຊາດແຕ່ລະປະເທດ, ພ້ອມທັງປະກອບສ່ວນແທດຈິງໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ໄທ.
    |
 |
ທ່ານພົນໂທ ຫງວຽນວັນຮ່ຽນ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນໂທ Jirapol Wongwit. ພາບ: qdnd.vn |
ທ່ານພົນໂທ Jirapol Wongwit ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນອາລົມຈິດລະຫວ່າງທະຫານເຮືອໄທ ແລະຫວຽດນາມ. ໃນໄລຍະຜ່ານມາ, ການຮ່ວມມືທະຫານເຮືອສອງປະເທດບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ, ໃນນັ້ນສຸມໃສ່ເຂົ້າບັນດາການເຄື່ອນໄຫວລາດຕະເວນຮ່ວມ, ແລກປ່ຽນຄະນະ... ທ່ານພົນໂທ Jirapol Wongwit ສະແດງຄວາມປາດຖະໜາຢາກທ່ານພົນໂທ ຫງວຽນວັນຮ່ຽນ ສືບຕໍ່ເອົາໃຈໃສ່ຊີ້ນໍາເພື່ອໃຫ້ການພົວພັນລະຫວ່າງທະຫານເຮືອສອງປະເທດນັບມື້ນັບໝັ້ນແກ່ນ, ສາມັກຄີກວ່າອີກ.
ໂດຍ: ໄຊນີດາ