ທ່ານພົນໂທ ຮວ່າງຊວນຈ໊ຽນ ຮັບຮູ້ຜົນການຮ່ວມມືດ້ານປ້ອງກັນຊາດທີ່ຕັ້ງໜ້າລະຫວ່າງສອງປະເທດ ໃນໄລຍະຜ່ານມາ; ຂອບໃຈ ອາເມລິກາ ທີ່ໄດ້ຊ່ວຍຍູ້ແຮງວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ, ທາດພິດສີສົ້ມ/ດີໂອຊິນທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ ແລະຊອກຫາ, ທ້ອນໂຮມ, ກໍານົດຊື່ ແລະນາມສະກຸນທະຫານຫວຽດນາມ ທີ່ເສຍສະຫຼະຊີວິດ, ຫາຍສາບສູນໃນປາງສົງຄາມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສຸມໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ຄື: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ, ການແພດທະຫານ, ການໜູນຊ່ວຍມະນຸດສະທຳ, ບັນເທົາທຸກໄພພິບັດ... ; ຫວັງວ່າ ອາເມລິກາ ຈະສືບຕໍ່ປະຕິບັດຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະທາດພິດສີສົ້ມທີ່ຕົກຄ້າງຫຼັງສົງຄາມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພັນເອກ Thomas J. Bouchillon. ພາບ: qdnd.vn

ສ່ວນ ທ່ານພັນເອກ Bouchillon ຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ທີ່ຍາມໃດກໍ່ເອົາໃຈໃສ່, ໜູນຊ່ວຍ ແລະສ້າງສະພາບແວດລ້ອມເຮັດວຽກທີ່ດີໃນຕະຫຼອດອາຍຸການປະຕິບັດງານຢູ່ຫວຽດນາມ; ຊົມເຊີຍໝາກຜົນ ເຊິ່ງຫວຽດນາມ ແລະອາເມລິກາ ບັນລຸໄດ້ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ພ້ອມທັງຢືນຢັນວ່າ ນີ້ແມ່ນໜ້າທີ່ບຸລິມະສິດ ແລະພື້ນຖານສຳຄັນໃນການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ. 

* ຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ໃຫ້ການຕ້ອນຮັບທ່ານ Kelly McKeague, ຜູ້ອຳນວຍການອົງການກວດສອບນັກໂທດ ແລະຜູ້ຫາຍສາບສູນຂຶ້ນກັບກະຊວງປ້ອງກັນປະເທດອາເມລິກາ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານ McKeague. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ການຮ່ວມມືຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA) ກໍ່ຄືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ຫວຽດນາມ ສວມບົດບາດເປັນພື້ນຖານ, ສໍາຄັນໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ຢືນຢັນວ່າ ພັກ, ລັດຖະບານ ແລະກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການເຄື່ອນໄຫວ MIA. ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບອາເມລິກາ ໃນການເຄື່ອນໄຫວ MIA, ພ້ອມທັງສະເໜີໃຫ້ອາເມລິກາ ເພີ່ມທະວີກວ່າອີກກຳລັງເຂົ້າຮ່ວມການເຄື່ອນໄຫວນີ້ ແລະໜູນຊ່ວຍບັນດາໜ່ວຍຊອກຫາຝ່າຍດຽວຂອງຫວຽດນາມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ນອກຈາກນັ້ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບຂໍ້ມູນຂ່າວສານ, ເອກະສານທີ່ກ່ຽວຂ້ອງເຖິງທະຫານຫວຽດນາມ ທີ່ເສຍສະຫຼະຊີວິດ, ຫາຍສາບສູນໃນປາງສົງຄາມ, ກໍ່ຄືການໜູນຊ່ວຍຂອງອາເມລິກາ ໃນການຍົກສູງກໍາລັງຄວາມສາມາດກວດວິເຄາະ ADN ເພື່ອສັນ ລະສູດ, ຢັ້ງຢືນຊື່ ແລະນາມສະກຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ; ພ້ອມທັງສະເໜີໃຫ້ທ່ານ McKeague ມີຄໍາເຫັນຕໍ່ກະຊວງປ້ອງກັນປະເທດ ແລະລັດຖະບານອາເມລິກາ ເພື່ອສືບຕໍ່ດໍາເນີນການເຄື່ອນໄຫວຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ.

ສ່ວນທ່ານ McKeague ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນອັນດີງາມ ແລະການພັດທະນາຂອງການພົວພັນ ຫວຽດນາມ - ອາເມລິກາ ນັບແຕ່ມື້ທໍາອິດຜັນຂະຫຍາຍການຮ່ວມມື MIA; ຕີລາຄາສູງການເປັນມືອາຊີບ, ສຸດອົກສຸດໃຈ ກໍຄື ການປະສານສົມທົບ, ຊ່ວຍເຫຼືອຂອງຫວຽດນາມ ໃນການເຄື່ອນໄຫວນີ້; ພ້ອມທັງເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມ ແລະຄວາມຕັດສິນໃຈຈາກສອງຝ່າຍ, ຫວຽດນາມ ແລະອາເມລິກາ ຈະປະສົບຜົນສຳເລັດກວ່າອີກໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ໂດຍ: ໄຊຊະນະ