ເຫຼ່ົາທັບເຮືອ ກວດກາວຽກງານຝຶກແອບ ຢູ່ທະຫານເຮືອເຂດ 5
ກປ.ອອນໄລ - ແຕ່ວັນທີ 2 ຫາວັນທີ 5 ກໍລະກົດ, ຄະນະປະຕິບັດງານເຫຼົ່າທັບເຮືອ ນໍາໂດຍທ່ານພົນຈັດຕະວາ ຫງວຽນດິ່ງຮຸ່ງ, ຮອງຜູ້ບັນຊາການເຫຼົ່າທັບເຮືອ ໄດ້ລົງກວດກາວຽກງານຝຶກແອບ, ກຽມພ້ອມສູ້ຮົບຢູ່ທະຫານເຮືອ ເຂດ 5.
ຄະນະໄດ້ລົງກວດກາບັນດາສະຖານີ ຣາດາ ຂຶ້ນກັບກອງພັນໃຫຍ່ 551 (ທະຫານເຮືອເຂດ 5).
    |
 |
ພົນຈັດຕະວາ ຫງວຽນດິ່ງຮຸ່ງ, ຮອງຜູ້ບັນຊາການເຫຼົ່າທັບເຮືອ (ແຖວໜ້າ, ເບື້ອງຂວາ) ກວດກາໜ່ວຍປະຈໍາການຢູ່ສະຖານີ ຣາດາ 610 ປະຕິບັດໜ້າທີ່. ພາບ: qdnd.vn |
ໃນ 6 ເດືອນຕົ້ນປີ 2025, ບັນດາສະຖານີ ຣາດາ ຂຶ້ນກັບກອງພັນໃຫຍ່ 551 ໄດ້ຊາບຊຶມ ແລະຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງມີປະສິດທິຜົນ; ຈັດຕັ້ງການຝຶກແອບໃຫ້ບັນດາເປົ້າໝາຍຖືກ, ຄົບຖ້ວນເນື້ອໃນ, ລາຍການ, ເວລາຕາມຂໍ້ກໍານົດ. ພະນັກງານ, ນັກຮົບມີສະຕິລະວັງຕົວ, ເຂົ້າໃຈເນື້ອໃນການຝຶກແອບ, ນໍາໃຊ້ອາວຸດຍຸດໂທປະກອນຢ່າງຊໍານິຊໍານານ, ຮັບປະກັນຄວາມປອດໄພຢ່າງເດັດຂາດ.
ບັນດາສະຖານີຮັກສາກຳລັງ, ພາຫະນະປະຈໍາການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຈັດຕັ້ງການສັງເກດ, ຄຸ້ມຄອງສະພາບການທາງອາກາດ, ຢູ່ທະເລໃນຂອບເຂດຄຸ້ມຄອງທີ່ໄດ້ມອບໝາຍຢ່າງໜັກແໜ້ນ; ແຈ້ງ, ລາຍງານເປົ້າໝາຍໃຫ້ສໍານັກບັນຊາຂັ້ນເທິງ ແລະໜ່ວຍງານປະສານງານຢ່າງທັນການ, ບໍ່ໃຫ້ພາດ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກສະຖານະການ.
ສະຫຼຸບການກວດກາ, ທ່ານພົນຈັດຕະວາ ຫງວຽນດິ່ງຮຸ່ງ ໃສ່ໃຈວ່າ ຄະນະພັກ, ຄະນະບັນຊາບັນດາກົມກອງ ຕ້ອງສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາແບບແຜນຝຶກແອບ, ກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຍົກສູງຄຸນນະພາບການສັງເກດ, ຄົ້ນພົບເປົ້າໝາຍ; ຄຸ້ມຄອງ ແລະນຳໃຊ້ອາວຸດຍຸດໂທປະກອນເຕັກນິກທີ່ບັນຈຸຢ່າງຊໍານິຊໍານານ; ເພີ່ມທະວີການຝຶກແອບແຜນການສູ້ຮົບ ແລະແກ້ໄຂສະຖານະການໃກ້ຊິດກັບສະພາບຕົວຈິງໃນບໍລິເວນ, ໜ້າທີ່.
ໂດຍ: ໄຊຊະນະ