leftcenterrightdel
ພະນັກງານ, ນັກຮົບທະຫານຊາຍແດນ ນາລອຍ ແລະປະຊາຊົນທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກດິນເຈື່ອນ ຍ້ອນຝົນຕົກນໍ້າຖ້ວມ. ພາບ: ຫາຍເທື້ອງ.

ກ່ອນໜ້ານັ້ນ, ໃນເວລາ 20 ໂມງ 15 ນາທີຂອງວັນທີ 4 ກໍລະກົດ, ໃນບໍລິເວນໄດ້ເກີດຝົນຕົກໜັກເຮັດໃຫ້ຫີນ ແລະດິນຈາກທາງບວກເລື່ອນລົງ, ໄດ້ຝັງເຮືອນທັງໝົດທີ່ມຸງດ້ວຍເຫຼັກກ້າທີ່ຫາກໍ່ສ້າງແລ້ວ ແລະພວມຢູ່ໃນການສ້າງກຳແພງອ້ອມຮອບໃຫ້ສຳເລັດ. ດິນເຈື່ອນຍັງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ ແລະເຄື່ອງໃຊ້ຢູ່ໃນເຮືອນຈໍານວນໜຶ່ງ. ໂຊກດີທີ່ບໍ່ມີຜູ້ໄດ້ ຮັບບາດເຈັບ.

ພາຍຫຼັງໄດ້ຮັບຂ່າວ, ພະນັກງານ, ນັກຮົບທະຫານຊາຍແດນ ນາລອຍ ໄດ້ມີໜ້າຢູ່ຈຸດເກີດເຫດ, ຕັ້ງປ້າຍເຕືອນໄພອັນຕະລາຍ, ຈັດຕັ້ງການເຝົ້າລະວັງ, ໜູນຊ່ວຍປະຊາຊົນ ຍົກຍ້າຍຊັບສິນ, ຮັບປະກັນຄວາມປອດໄພ ເຂດປະສົບໄພ.

ປະຈຸບັນ, ທ້ອງຖິ່ນ ແລະກອງລັງທະຫານຊາຍແດນ ພວມສືບຕໍ່ຕິດຕາມສະພາບດິນຟ້າອາກາດ, ກະກຽມແຜນການຮັບມືໃນກໍລະນີຝົນຕົກໜັກ ສືບຕໍ່ເກີດຂຶ້ນ.

ໂດຍ: ໄຊຊະນະ