ທະຫານຍິງນະຄອນຫຼວງ ຮູ້ສຶກພາກພູມໃຈເມື່ອໄດ້ເຂົ້າຮ່ວມການເດີນຂະບວນສວນສະໜາມ
ກປ.ອອນໄລ - ເຖິງວ່າຈະມີອາຍຸ ແລະສະພາບຄອບຄົວທີ່ແຕກຕ່າງກັນກໍ່ຕາມ ແຕ່ທຸກຄົນລ້ວນແຕ່ມີຄວາມຮັບຜິດຊອບ ແລະເຈດຈໍານົງຕັດສິນໃຈສູງ, ພ້ອມທີ່ຈະ “ຜ່ານຜ່າຄວາມຫຍຸ້ງຍາກ”, ປະຕິບັດສຳເລັດໜ້າທີ່.
ກ້ອນກໍາລັງນາຍທະຫານສື່ສານຍິງ ມີທະຫານຍິງຫຼາຍຄົນມາຈາກກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ເຂົ້າຮ່ວມການເດີນຂະບວນສວນສະໜາມ. ເຖິງວ່າຈະມີອາຍຸ ແລະສະພາບຄອບຄົວທີ່ແຕກຕ່າງກັນກໍ່ຕາມແຕ່ທຸກຄົນລ້ວນແຕ່ມີຄວາມຮັບຜິດຊອບ ແລະເຈດຈໍານົງຕັດສິນໃຈສູງ, ພ້ອມທີ່ຈະ “ຜ່ານຜ່າຄວາມຫຍຸ້ງຍາກ”, ປະຕິບັດສຳເລັດໜ້າທີ່ຝຶກແອບເຂົ້າຮ່ວມການເດີນຂະບວນ ສວນສະໜາມຮັບໃຊ້ພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ຄົບຮອບ 80 ປີ.
    |
 |
ກ້ອນກໍາລັງນາຍທະຫານສື່ສານຍິງ ມີທະຫານຍິງ 35 ຄົນທີ່ມາຈາກກົມກອງຕ່າງໆຂຶ້ນກັບກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ. ພາບ: qdnd.vn |
    |
 |
ຮ້ອຍຕີນາງ ຫງວຽນທິເຟືອງວີ (ໃກ້ສຸດ, ນອກສຸດ), ເຮັດວຽກຢູ່ກອງພັນ 610, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ເຄີຍໄດ້ເຂົ້າຮ່ວມການເດີນຂະບວນ ສວນສະໜາມໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ພາບ: qdnd.vn |
    |
 |
ນັກຮົບຍິງ ເລທິກິມແອວງ (ຢູ່ກາງ), ເຮັດວຽກຢູ່ກອງພັນໃຫຍ່ 692 (ກອງພົນ 301, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ) ຮູ້ສຶກເປັນກຽດ ເມື່ອໄດ້ຖືທຸງໄຊ. ພາບ: qdnd.vn |
    |
 |
ທະຫານຍິງນະຄອນຫຼວງ ພ້ອມກັນຕັດສິນໃຈປະຕິບັດສໍາເລັດໜ້າທີ່ໃຫ້ດີເລີດ. ພາບ: qdnd.vn |
    |
 |
ນັກຮົບຍິງ ກາວຮົ່ງຖຸຍ, ເຮັດວຽກຢູ່ກອງພັນໃຫຍ່ 692 (ກອງພົນ 301, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ) ຮູ້ສຶກພາກພູມໃຈທີ່ໄດ້ເຂົ້າຮ່ວມການເດີນຂະບວນ ສວນສະໜາມ. ພາບ: qdnd.vn |
ໂດຍ: ໄຊຊະນະ