ທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງໜັງສືເຊີນລັດຖະມົນຕີປ້ອງກັນປະເທດຂອງ 8 ປະເທດ (ລັດເຊຍ, ຈີນ, ລາວ, ກໍາປູເຈຍ, ກູບາ, ເບລາຣຸດ, ກາຊັກສະຖານ ແລະອາເຊັກໄບຢານ) ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ, ພ້ອມກັນນັ້ນເຊີນ 5 ປະເທດ (ລັດເຊຍ, ຈີນ, ລາວ, ກໍາປູເຈຍ, ເບລາຣຸດ) ເຂົ້າຮ່ວມການເດີນຂະບວນສວນສະໜາມທີ່ພິທີສະເຫຼີມສະຫຼອງ. ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ສະໜິດຕິດພັນລະຫວ່າງປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ພ້ອມທັງຢືນຢັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເພື່ອນມິດ ແລະຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບທຸກປະເທດຂອງຫວຽດນາມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນປະທານກອງປະຊຸມຜັນຂະຫຍາຍວຽກງານການທູດ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ. ພາບ: qdnd.vn

ກໍ່ໃນວັນທີ 9 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເປັນປະທານການປະຊຸມກັບບັນດາອົງການ, ກົມກອງ ເພື່ອຜັນຂະຫຍາຍການກໍ່ສ້າງອະນຸສາວະລີ ເພື່ອອາໄລຫາ ແລະຈາລຶກບຸນຄຸນຊ່ຽວຊານ ແລະພົນທະຫານບັນດາປະເທດທີ່ເຂົ້າຮ່ວມການຊ່ວຍເຫຼືອຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ. ນີ້ແມ່ນໂຄງການທີ່ສຳຄັນ, ໄດ້ຮັບການກໍ່ສ້າງຢູ່ບໍລິເວນຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.

ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ຕ້ອງຍູ້ໄວຄວາມຄືບໜ້າໃນການກໍ່ສ້າງໂຄງການ, ພ້ອມທັງຮຽກຮ້ອງກໍ່ສ້າງໃຫ້ສຳເລັດກຸ່ມຮູບປັ້້ນກ່ອນວັນທີ 15 ສິງຫາ. ຄຽງຂ້າງນັ້ນ, ເຂດທາງເຂົ້າ ແລະບໍລິເວນໃຈກາງສະຖານທີ່ວາງສະແດງຮູບປັ້ນ ກໍ່ຕ້ອງກໍ່ສ້າງໃຫ້ສຳເລັດກ່ອນວັນທີ 10 ສິງຫາ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ) ສືບຕໍ່ຕິດຕາ, ປະສານງານ, ຊຸກຍູ້ ເພື່ອໃຫ້ບັນດາປະເທດປະກອບຄຳເຫັນສ່ອງແສງກ່ຽວກັບຮູບແບບຮູບປັ້ນໂດຍໄວ, ຜ່ານນັ້ນ ຜັນຂະຫຍາຍປະຕິບັດບັນດາຂັ້ນຕອນຕໍ່ໄປຢ່າງທັນການ.

ໂດຍ: ທະນາພອນ