ແຜນການຜັນຂະຫຍາຍກຳລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດໄລຍະ 2025 – 2030
ກປ.ອອນໄລ - ນັບແຕ່ເດືອນ ພຶດສະພາ 2014 ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງພະນັກງານ ແລະນາຍທະຫານ ເກືອບ 1.100 ຄົນໄປປະຕິບັດໜ້າທີ່ຢູ່ຄະນະປະຕິງານແຫ່ງຕ່າງໆ.
ວັນທີ 11 ກໍລະກົດ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມຊາບຊຶມ ແລະຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍການເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງ ສປຊ; ແຜນການກະກຽມ, ຜັນຂະຫຍາຍກໍາລັງຮັກສາສັນຕິພາບ ສປຊ ຂອງກະຊວງປ້ອງກັນປະເທດ ໄລຍະ 2025-2030 ແລະຊຸມປີຈະມາເຖິງ.
ກົດໝາຍວ່າດ້ວຍການເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງ ສປຊ ຫາກໍ່ໄດ້ສະພາແຫ່ງຊາດ ຮອງຮັບເອົາ, ມີຜົນສັກສິດແຕ່ວັນທີ 1 ມັງກອນ 2026.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ຕາມແຜນການ, ມາຮອດປີ 2030, ຫວຽດນາມ ຜັນຂະຫຍາຍໄດ້ແຕ່ 1 ຮອດ 2 ກົມກອງໃໝ່ທີ່ບັນດາຄະນະປະຕິບັດງານ; ອອກສະໝັກຮັບເລືອກຕັ້ງເຂົ້າຕໍາແໜ່ງຂັ້ນສູງ. ແຕ່ປີ 2030 ເປັນຕົ້ນໄປ, ມີແຕ່ 3 ຮອດ 7 ກົມກອງຢູ່ລະດັບ 2, 3 ໃນລະບົບປະເມີນຄວາມສາມາດກຽມພ້ອມຜັນຂະຫຍາຍຂອງ ສປຊ ເພື່ອຜັນຂະຫຍາຍເມື່ອມີຂໍ້ສະເໜີຂອງ ສປຊ ແລະອອກສະໝັກຮັບເລືອກຕັ້ງເຂົ້າດຳລົງ 2 ຕໍາແໜ່ງຂັ້ນສູງຂຶ້ນໄປ.
ນັບແຕ່ເດືອນ ພຶດສະພາ 2014 ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງພະນັກງານ ແລະນາຍທະຫານເກືອບ 1.100 ຄົນໄປເຮັດວຽກຢູ່ຄະນະປະຕິບັດງານຢູ່ຊູດັງໃຕ້, ສາທາລະນະລັດອາຟຣີກາກາງ, ເຂດ Abyei ແລະສໍານັກງານ ສປຊ.
ໂດຍ: ໄຊນີດາ