ຫຼາຍໝາກຜົນພົ້ນເດັ່ນໃນນວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ
ກປ.ອອນໄລ - ຕອນເຊົ້າວັນທີ 7 ກໍລະກົດ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄຂກອງປະຊຸມສະຫຼຸບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະວຽກງານການທູດປ້ອງກັນຊາດ 6 ເດືອນຕົ້ນປີ, ທິດທາງ, ໜ້າທີ່ວຽກງານ 6 ເດືອນທ້າຍປີ 2025.
ກອງປະຊຸມໄດ້ໄຂຂຶ້ນດ້ວຍຮູບແບບໂດຍ ແລະອອນລາຍຢູ່ຮ່າໂນ້ຍ ແລະບັນດາສະຖານທີ່ຖ່າຍທອດຕ່າງໆໃນທົ່ວກອງທັບພາຍໃຕ້ການເປັນປະທານຂອງທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ບົດລາຍງານ ແລະຄໍາເຫັນປະກອບໂດຍຜູ້ຕາງໜ້າບັນດາອົງການ, ກົມກອງທີ່ກອງປະຊຸມໄດ້ຕີລາຄາວ່າ ໃນ 6 ເດືອນຕົ້ນປີ 2025, ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະວຽກງານການທູດປ້ອງກັນຊາດໄດ້ຮັບການຊີ້ນຳ, ນຳພາໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ປະຕິບັດເພື່ອຜັນຂະຫຍາຍຖືກຕາມແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກ, ລັດບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn |
ຕາງໜ້າຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາອົງການ, ກົມກອງທີ່ໄດ້ມານະພະຍາຍາມ, ຕັ້ງໜ້າ, ເປັນເຈົ້າການ, ໄຫວພິບ, ໃນການຜັນຂະຫຍາຍໜ້າທີ່ຈຸດສຸມ ແລະການເຄື່ອນໄຫວທີ່ກ່ຽວຂ້ອງເຖິງວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະວຽກງານການທູດປ້ອງກັນຊາດ ໃນໄລຍະ 6 ເດືອນຕົ້ນປີ 2025.
    |
 |
ບັນຍາກາດກອງປະຊຸມທີ່ສະຖານທີ່ຖ່າຍທອດກົມການຕ່າງປະເທດ, ກະຊວງປ້ອງກັນປະເທດ. ພາບ: qdnd.vn |
ກ່ຽວກັບທິດທາງ, ໜ້າທີ່ວຽກງານ 6 ເດືອນທ້າຍປີ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ບັນດາອົງການ, ກົມກອງຕ້ອງສືບຕໍ່ຄົ້ນຄວ້າ, ຊາບຊຶມ, ຜັນຂະຫຍາຍຢ່າງເຂັ້ມງວດ ແລະມີປະສິດທິຜົນບັນດາຄຳເຫັນຊີ້ນໍາຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເພື່ອແນໃສ່ຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະວຽກງານການທູດປ້ອງກັນຊາດດ້ວຍຈິດໃຈເດັດຂາດ. ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍ່ຮຽກຮ້ອງໃຫ້ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະວຽກງານການທູດປ້ອງກັນຊາດ, ສຸມໃສ່ເຂົ້າໃນບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງ; ກະກຽມບັນດາການເຄື່ອນໄຫວການທູດປ້ອງກັນຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ ຢ່າງຮອບຄອບຖີ່ຖ້ວນ; ຮັບໃຊ້ບັນດາການເຄືອນໄຫວການຕ່າງປະເທດຂອງການນຳພັກ, ລັດ ແລະກອງທັບ ກໍ່ຄືບັນດາການເຄື່ອນໄຫວຂັ້ນສູງກ່ຽວກັບຊ່ອງທາງການທະຫານ - ປ້ອງກັນຊາດໃນຂອບເຂດອາຊຽນ ເປັນຢ່າງດີ; ຍູ້ແຮງການປະຕິຮູບດ້ານບໍລິຫານ ແລະການຫັນເປັນດີຈີຕອນໃນວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະວຽກງານການທູດປ້ອງກັນຊາດ...
ໂດຍ: ທະນາພອນ