leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກວ໋າງນາມ ເສີມຂະຫຍາຍທິດນໍາ “4 ກັບທີ່” ໃນການສະກັດກັ້ນ, ຕ້ານໄພທໍາມະຊາດ, ຊອກຫາກູ້ໄພ. ພາບ: quangnam.gov.vn

ເພື່ອເປັນເຈົ້າການໃນການຮັບມືກັບການຜັນແປຂອງພາຍຸທີ່ອາດຈະເກີດຝົນຕົກໜັກ ແລະລົມແຮງ, ຄື້ນຟອງໃຫຍ່ຢູ່ທະເລ, ກົມກູ້ຊີບ-ກູ້ໄພ ສະເໜີໃຫ້ບັນດາກົມກອງສືບຕໍ່ຊາບຊຶມໂທລະເລກຂອງການນໍາກົມໃຫຍ່ເສນາທິການ, ກົມກູ້ຊີບ-ກູ້ໄພ ກ່ຽວກັບການຮັບມືກັບພາຍຸ, ຝົນຕົກ, ນ້ຳຖ້ວມ. ຮັກສາການເຝົ້າລະວັງຢ່າງເຂັ້ມງວດ, ອັບເດດການຜັນແປຂອງພາຍຸຢ່າງເປັນປະຈໍາ, ເດັດຂາດບໍ່ໃຫ້ປະໝາດ, ມີແຜນການຮັບປະກັນຄວາມປອດໄພໃຫ້ແກ່ຄົນ ແລະພາຫະນະໃນເວລາປະຕິບັດໜ້າທີ່.

ກອງບັນຊາການທະຫານຊາຍແດນ ຊີ້ນໍາກໍາລັງທະຫານຊາຍແດນບັນດາແຂວງ, ນະຄອນແຄມທະເລ ແຕ່ແຂວງກວ໋າງນິງ ເຖິງນະຄອນເຫວ້ ຕິດຕາມການຜັນແປຂອງພາຍຸຢ່າງໃກ້ຊິດ; ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະອົງການທີ່ກ່ຽວຂ້ອງ ເພື່ອແຈ້ງໃຫ້ເຈົ້າຂອງພາຫະນະ, ກັບຕັນເຮືອ ທີ່ພວມເຄື່ອນໄຫວຢູ່ທະເລຮັບຊາບກ່ຽວກັບທີ່ຕັ້ງ, ທິດເຄື່ອນຍ້າຍ ແລະການຜັນແປຂອງພາຍຸ ເພື່ອເຄື່ອນຍ້າຍໄປລີ້ໄພ ຫຼື ບໍ່ເຂົ້າເຂດອັນຕະລາຍ.

ໂດຍ: ໄຊຊະນະ