ນັກຂ່າວ: ຂໍຮຽນສະຫາຍ, ຂະແໜງພະລາທິການ-ເຕັກນິກ ທະຫານເຂດ 5 ໄດ້ເຮັດຫຍັງແດ່ ເພື່ອປະກອບສ່ວນກໍ່ສ້າງກຳລັງປະກອບອາວຸດທະຫານເຂດ 5 ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ວຽກງານໃນສະພາບການໃໝ່?

ທ່ານພັນເອກພິເສດ ເຈິ່ນກິມກ່ວຽນ: ເພື່ອສ້າງການຫັນປ່ຽນໂດຍພື້ນຖານ, ຮອບດ້ານກ່ຽວກັບການຈັດຕັ້ງ, ລະບົບຮາກຖານພະລາທິການ-ເຕັກນິກ ແລະຖັນແຖວພະນັກງານ, ລັດຖະກອນ ຂະແໜງພະລາທິການ-ເຕັກນິກ ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ວຽກງານໃນສະພາບການໃໝ່, ຂະແໜງພະລາທິການ-ເຕັກນິກ  ທະຫານເຂດ 5 ໄດ້ເປັນເສນາທິການໃຫ້ຄະນະພັກ-ຜູ້ບັນຊາການທຸກຂັ້ນ ເພີ່ມທະວີການຊີ້ນໍາ-ນໍາພາ ສໍາລັບວຽກງານພະລາທິການ-ເຕັກນິກ; ຍູ້ແຮງວຽກງານການສຶກສາອົບຮົມ, ສ້າງການຫັນປ່ຽນຢ່າງຮອບດ້ານ ແລະໜັກແໜ້ນທາງດ້ານຄວາມຮັບຮູ້, ສະຕິລະວັງຕົວ, ຄວາມຮັບຜິດຊອບຂອງພະນັກງານ-ນັກຮົບຕໍ່ກັບວຽກງານພະລາທິການ-ເຕັກນິກ; ເປັນເຈົ້າການຄົ້ນຄວ້າສ້າງວິທີການຮັບປະກັນພະລາທິການ-ເຕັກນິກ ເພື່ອກຽມພ້ອມຮັບມືກັບສົງຄາມເຕັກໂນໂລຢີສູງ ແລະກໍລະນີບໍລິເວນທະຫານເຂດ 5 ຖືກຕັດຂາດຍຸດທະສາດ.

ໃນ 5 ປີຜ່ານມາ, ບັນດາອົງການ, ກົມກອງ ຂຶ້ນກັບທະຫານເຂດ 5 ຍາມໃດກໍ່ເປັນເຈົ້າການຜ່ານຜ່າຄວາມຫຍຸ້ງຍາກ, ເພີ່ມທະວີການຄຸ້ມຄອງ, ນຳໃຊ້ອາວຸດ, ອຸປະກອນດ້ານພະລາທິການ-ເຕັກນິກ ຢ່າງມີປະສິດທິຜົນ; ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງ, ປະຊາຊົນທ້ອງຖິ່ນ, ບັນດາກໍາລັງຢູ່ໃນບໍລິເວນ ເພື່ອສ້າງແລວທາງປົກປ້ອງສາງອາວຸດ, ລູກປືນໃຫ້ມີຄວາມປອດໄພຢ່າງເດັດຂາດ; ກວດກາ, ປັບປຸງ, ແກ້ໄຂການລະເມີດຢ່າງເປັນປົກກະຕິ. ສຸມໃສ່ຍົກສູງຄຸນນະພາບການຝຶກແອບ, ບຳລຸງສ້າງພະນັກງານ, ພາລະກອນຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ຮັບປະກັນດ້ານພະລາທິການ-ເຕັກນິກ ໃນການເຄື່ອນໄຫວຂອງກໍາລັງປະກອບອາວຸດທະຫານເຂດ 5. ປະຕິບັດຕາມແຜນການ ແລະເນື້ອໃນການຝຶກແອບດ້ານພະລາທິການ-ເຕັກນິກ ຢ່າງເຂັ້ມງວດ, ເອົາໃຈໃສ່ຝຶກແອບການຂຸດຄົ້ນ ແລະເປັນເຈົ້າຂອງອາວຸດຍຸດໂທປະກອນປະເພດຕ່າງໆ, ການປະກອບດ້ານພະລາທິການ-ເຕັກນິກ, ເປັນຕົ້ນແມ່ນອຸປະກອນທັນສະໄໝ, ທີ່ຫາກໍ່ໄດ້ ປະກອບໃຫ້ແກ່ທະຫານ.

ນັກຂ່າວ: ສະເໜີສະຫາຍສັງເຂບຈຸດພື້ນຖານຂອງວຽກງານພະລາທິການ-ເຕັກນິກ ຂອງທະຫານເຂດ 5 ໃນການຝຶກແອບ, ກຽມພ້ອມສູ້ຮົບ?

ທ່ານພັນເອກພິເສດ ເຈິ່ນກິມກ່ວຽນ: ໂດຍຮັບຮູ້ຢ່າງຈະແຈ້ງເຖິງຄວາມສຳຄັນຂອງວຽກງານພະລາທິການ-ເຕັກນິກ ປະກອບສ່ວນສ້າງກຳລັງແຮງສັງລວມ, ຄວາມສາມາດກຽມພ້ອມສູ້ຮົບ, ທະຫານເຂດ 5 ຍາມໃດກໍ່ສຸມໃສ່ປັບປຸງ ແລະກໍ່ສ້າງຂະແໜງພະລາທິການ-ເຕັກນິກ  ໃຫ້ຍອດຢ້ຽມ, ກະທັດຮັດ, ໝັ້ນຄົງເຂັ້ມແຂງໃນທຸກດ້ານ, ເປັນຫຼັກແຫຼ່ງແກ່ນສານໃນການຮັບປະກັນໃຫ້ແກ່ທຸກໜ້າທີ່.

ໃນໄລຍະທີ່ຜ່ານມາ, ຂະແໜງພະລາທິການ-ເຕັກນິກ ທະຫານເຂດ 5 ໄດ້ມີການປະກອບສ່ວນສຳຄັນເຂົ້າໃນໜ້າທີ່ວຽກງານຝຶກແອບ, ກຽມພ້ອມສູ້ຮົບ; ເປັນຕົ້ນແມ່ນປະຕິບັດບົດບາດເປັນເສນາທິການ, ຊີ້ນຳບັນດາກົມກອງ ເພື່ອຮັບປະກັນດ້ານປະລິມານ, ຄຸນນະພາບ, ຄວາມຄົບຊຸດທາງດ້ານອາວຸດ, ອຸປະກອນພະລາທິການ-ເຕັກນິກ  ຮັບໃຊ້ການເຄື່ອນໄຫວຝຶກແອບ, ກຽມພ້ອມສູ້ຮົບ, ຊ້ອມຮົບ ແລະການເຄື່ອນໄຫວອື່ນໆໃຫ້ເປັນຢ່າງດີ.

leftcenterrightdel
ຄະນະປະຕິບັດງານກົມພະລາທິການ-ເຕັກນິກ ທະຫານເຂດ 5 ກວດກາຢູ່ໜ່ວຍສ້ອມແປງລົດໂອໂຕ 387. ພາບ: ຮືວເລິບ

ວຽກງານຄຸ້ມຄອງ ແລະຂຸດຄົ້ນອາວຸດຍຸດໂທປະກອນດ້ານພະລາທິການ-ເຕັກນິກ ໄດ້ຮັບການຮັກສາຢ່າງເປັນປົກກະຕິ, ແໜ້ນແຟ້ນ, ເປັນຕົ້ນແມ່ນການປະກອບໃຫ້ກຸ່ມສູ້ຮົບ ແລະການປະກອບສໍາຮອງກຽມພ້ອມສູ້ຮົບ;  ລະບຽບວິໄນວຽກງານຄຸ້ມຄອງ,  ບໍາລຸງຮັກສາ, ສ້ອມແປງ ແລະການປິດໄວ້ ຍາມໃດກໍ່ໄດ້ຮັບການເອົາໃຈໃສ່ປະຕິບັດ. ໃກ້ຊິດຕິດແທດກັບພາລະບົດບາດ, ໜ້າທີ່,  ຂະແໜງພະລາທິການ-ເຕັກນິກ ໄດ້ເປັນເຈົ້າການຄົ້ນຄວ້າ, ເປັນເສນາທິການ, ສະເໜີ, ຊ່ວຍໃຫ້ຄະນະພັກ, ກອງບັນຊາການທະຫານເຂດ 5 ຊີ້ນໍານໍາພາບັນດາກົມກອງເປັນເຈົ້າການຂຸດຄົ້ນ, ສ້າງແຫຼ່ງສະບຽງອາຫານຕາມການແບ່ງຂັ້ນ; ຍູ້ແຮງການເພີ່ມພູນຜະລິດຜົນ, ຫັນປ່ຽນໂຄງປະກອບ, ລະດູການໃຫ້ເໝາະສົມ; ຈັດຕັ້ງການຫຼໍ່ລ້ຽງທະຫານໃຫ້ເປັນຢ່າງດີ....

ວຽກງານຄົ້ນຄວ້າວິທະຍາສາດ, ເສີມຂະຫຍາຍຂໍ້ລິເລີ່ມ,  ປັບປຸງດ້ານເຕັກນິກໄດ້ຮັບການຜັນຂະຫຍາຍຖືກຕາມການກໍານົດ, ຕິດແທດກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ແລະສະພາບຕົວຈິງທີ່ກົມກອງ. ບັນດາຫົວຂໍ້, ຂໍ້ລິເລີ່ມ, ການປັບປຸງເຕັກນິກແມ່ນສຸມໃສ່ຈໍາກັດການເຊື່ອມໂຊມລົງໄວ ແລະຍົກສູງຄຸນນະພາບຂອງການເກັບຮັກສາ, ບໍາລຸງຮັກສາ, ສ້ອມແປງອາວຸດ, ອຸປະກອນດ້ານພະລາທິການ-ເຕັກນິກປະເພດຕ່າງໆ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການຝຶກແອບ, ກຽມພ້ອມສູ້ຮົບ ແລະຝຶກຊ້້ອມ.

ນັກຂ່າວ: ທະຫານເຂດ 5 ໄດ້ປະສານສົມທົບກັບບັນດາກໍາລັງ ແລະທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອປະຕິບັດໜ້າທີ່ປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ອຸບັດຕິເຫດຢູ່ບໍລິເວນ. ສະຫາຍສາມາດໃຫ້ຮູ້ກ່ຽວກັບວຽກງານຮັບປະກັນພະລາທິການ-ເຕັກນິກ ໃຫ້ແກ່ໜ້າທີ່ດັ່ງກ່າວໄດ້ປະຕິບັດຄືແນວໃດ?

ທ່ານພັນເອກພິເສດ ເຈິ່ນກິມກ່ວຽນ: ບໍລິເວນທະຫານເຂດ 5 ມັກເກີດໄພພິບັດທຳມະຊາດຫຼາຍ, ເປັນຕົ້ນແມ່ນພະຍຸນໍ້າຖ້ວມ, ຍ້ອນເຫດນັ້ນ, ວຽກງານຮັບມືກັບອຸບັດຕິເຫດ, ໄພພິບັດທຳມະຊາດ ແລະວຽກງານຊອກຫາ, ກູ້ຊີບໄດ້ຮັບການກໍານົດວ່າແມ່ນໜ້າທີ່ການເມືອງຂອງກົມກອງ. ໃນຊຸມປີມໍ່ໆມານີ້, ຂະແໜງພະລາທິການ-ເຕັກນິກ ທະຫານເຂດ 5 ຕາມພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍ ຍາມໃດກໍ່ເປັນເຈົ້າການເປັນເສນາທິການ, ເອົາໃຈໃສ່ຊີ້ນຳ, ກວດກາ, ສ້າງວິທີການຮັບປະກັນດ້ານໃຫ້ພະລາທິການ-ເຕັກນິກ  ແກ່ວຽກງານດັ່ງກ່າວ. ໃນນັ້ນໄດ້ສຸມໃສ່ເປັນເສນາທິການໃຫ້ຄະນະພັກ ແລະກອງບັນຊາການທະຫານເຂດ 5 ລະດົມເຄື່ອງອຸປະກອນ, ພາຫະນະ, ເຊື້ອເພີງ, ສະບຽງອາຫານ... ເພື່ອມອບໃຫ້ບັນດາກົມກອງຢູ່ໃນເຂດ, ບໍລິເວນຈຸດສຸມ; ຜັນຂະຫຍາຍຄວາມກຽມພ້ອມດ້ານກໍາລັງ, ພາຫະນະ, ອຸປະກອນດ້ານພະລາທິການ-ເຕັກນິກ  ແລະແນະນໍາການໝູນໃຊ້ທິດນໍາ "4 ຢູ່ກັບທີ່" ໃຫ້ຕິດແທດກັບຄວາມຮຽກຮ້ອງຕ້ອງການຂອງຕົວຈິງ.

ບັນດາກົມກອງທີ່ເຮັດໜ້າທີ່ຮັບມືກັບໄພພິບັດທຳມະຊາດ, ອຸບັດຕິເຫດ ໄດ້ນຳໃຊ້ວັດຖຸ, ອຸປະກອນດ້ານພະລາທິການ-ເຕັກນິກຢ່າງມີປະສິດທິຜົນ,  ປະຕິບັດວຽກງານຄຸ້ມຄອງ, ບຳລຸງຮັກສາໃຫ້ເປັນຢ່າງດີ; ໃນທຸກເງື່ອນໄຂສະພາບການ ລ້ວນແຕ່ປະຕິບັດລະບຽບແບບແຜນວຽກງານພະລາທິການ-ເຕັກນິກໄດ້ເປັນຢ່າງດີ; ບໍາລຸງຮັກສາ, ສ້ອມແປງຕາມການແບ່ງຂັ້ນ. ທະຫານເຂດ 5 ໄດ້ສ້າງຕັ້ງໜ່ວຍສ້ອມແປງ ແລະ ໜ່ວຍກູ້ໄພເຄື່ອນທີ່ໄປຍັງບໍລະເວນເກີດພະຍຸນໍ້າຖ້ວມ, ໄຟໄໝ້ປ່າ ເພື່ອຮັບປະກັນ ແລະໜູນຊ່ວຍດ້ານພະລາທິການ-ເຕັກນິກ ໃຫ້ແກ່ກໍາລັງປະຕິບັດໜ້າທີ່ ໂດຍກົງ. ອົງການພະລາທິການ-ເຕັກນິກ ຂອງກອງບັນຊາການທະຫານຂັ້ນແຂວງ ໄດ້ຈັດຕັ້ງການສຳຫຼວດ, ກໍາແໜ້ນກຳລັງຄວາມສາມາດ, ລົງນາມສັນຍາຮ່ວມສຳພັນກັບບັນດາອົງການພົນລະເຮືອນໃນບໍລິເວນ ເພື່ອກຽມພ້ອມປຸກລະດົມການເຂົ້າຮ່ວມຮັບປະກັນດ້ານພະລາທິການ-ເຕັກນິກ ໃຫ້ແກ່ອຸປະກອນ ແລະພາຫະນະເພື່ອປະຕິບັດໜ້າທີ່ເມື່ອມີຄວາມຈໍາເປັນ...

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ທູຈາງ