ຝຶກແອບການເດີນຂະບວນ, ສວນສະໜາມ ຮັບປະກັນ “ສະໝໍ່າສະເໝີທີ່ສຸດ, ດີທີ່ສຸດ, ງາມທີ່ສຸດ”
ກປ.ອອນໄລ - ວັນທີ 1 ກໍລະກົດ, ທ່ານພົນໂທ ຫງວຽນວັນເຫງຍ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານກອງປະຊຸມແລກປ່ຽນວຽກງານບັນດາກ້ອນກໍາລັງເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
    |
 |
ທ່ານພົນໂທ ຫງວຽນວັນເຫງຍ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ເລຮ໊ຽວ. |
ໄລ່ຮອດວັນທີ 30 ມິຖຸນາ, ບັນດາກ້ອນກໍາລັງ ໄດ້ຈັດຕັ້ງການຝຶກແອບ ເດີນຂະບວນສວນສະໜາມ ຕາມແຜນການ, ມີຄວາມຄືບໜ້າຢ່າງຈະແຈ້ງ. ບັນດາກົມກອງໄດ້ສົມທົບກັບອົງການສື່ມວນຊົນ ເພື່ອໂຄສະນາເຜີຍແຜ່ການເຄື່ອນໄຫວຝຶກແອບເດີນຂະບວນ ສວນສະໜາມຢ່າງມີປະສິດທິຜົນ; ສຶກສາອົບຮົມການເມືອງແນວຄິດເປັນປະຈຳ, ຄຸ້ມຄອງ, ດູແລຮັກສາສຸຂະພາບຂອງທະຫານເປັນຢ່າງດີ; ສະໜອງນໍ້າມັນເຊື້ອໄຟ, ພາຫະນະ, ອຸປະກອນເຕັກນິກຢ່າງພຽງພໍ ແລະທັນການຕາມຄວາມຮຽກຮ້ອງຕ້ອງການ; ຈັດຕັ້ງໃຫ້ບັນດາກ້ອນກໍາລັງໄປຢ້ຽມຢາມ, ສຶກສາການເມືອງຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ແລະຫໍພິພິທະພັນໂຮ່ຈີມິນ ຮັບປະກັນຄວາມປອດໄພຢ່າງເດັດຂາດ...
    |
 |
ທ່ານພົນໂທ ຫງວຽນວັນເຫງຍ ເປັນປະທານກອງປະຊຸມແລກປ່ຽນວຽກງານບັນດາກ້ອນກໍາລັງເຂົ້າຮ່ວມການເດີນຂະບວນສວນສະໜາມ. ພາບ: ເລຮ໊ຽວ. |
ສະຫຼຸບກອງປະຊຸມ, ທ່ານພົນໂທ ຫງວຽນວັນເຫງຍ ຕີລາຄາສູງບັນດາກ້ອນກໍາລັງທີ່ໄດ້ມານະພະຍາຍາມໃນການຈັດຕັ້ງ, ຮັບປະກັນ, ຝຶກແອບການເດີນຂະບວນສວນສະໜາມ; ຮຽກຮ້ອງໃຫ້ບັນດາກ້ອນກໍາລັງສືບຕໍ່ຝຶກແອບຕາມແຜນການ, ບໍ່ຟ້າວຟັ່ງ, ຝຶກແອບຮອດໃສແມ່ນໜັກແໜ້ນຮອດນັ້ນ, ມຸ່ງໄປເຖິງເປົ້າໝາຍ “ສະໝໍ່າສະເໝີທີ່ສຸດ, ດີທີ່ສຸດ, ງາມທີ່ສຸດ”; ເອົາໃຈໃສ່ເປັນພິເສດເຖິງການຍົກສູງກໍາລັງກາຍໃຫ້ແກ່ກ້ອນກໍາລັງ, ໂດຍສະເພາະແມ່ນກ້ອນກໍາລັງຍິງ...
    |
 |
ບັນຍາກາດທີ່ກອງປະຊຸມແລກປ່ຽນວຽກງານ. ພາບ: ເລຮ໊ຽວ. |
ທ່ານພົນໂທ ຫງວຽນວັນເຫງຍ ຮຽກຮ້ອງໃຫ້ເຫຼົ່າທັບເຮືອເມື່ອຈັດຕັ້ງການຝຶກແອບ, ຝຶກຊ້ອມຮ່ວມການສວນສະໜາມກໍາລັງປະກອບອາວຸດໃນທະເລຕ້ອງຮັບປະກັນຄວາມໜັກແໜ້ນ, ປະຢັດ, ປອດໄພຢ່າງເດັດຂາດ; ສົມທົບກັນຮັບປະກັນການຕິດຕໍ່ສື່ສານ, ການຖ່າຍທອດຮູບພາບທີ່ຊັດເຈນ, ຮັບປະກັນຄຸນນະພາບສູງ. ກົມອົບຮົມ-ໂຮງຮຽນ ເປັນອົງການປະຈໍາອະນຸກໍາມະການເດີນຂະບວນ ສວນສະໜາມ ຕ້ອງເອົາໃຈໃສ່ປະຕິບັດວຽກງານກະກຽມ, ຈັດຕັ້ງການຝຶກຊ້ອມຮ່ວມ, ຝຶກຊ້ອມຮ່ວມຄັ້ງໃຫຍ່ບັນດາກໍາລັງປະກອບອາວຸດທີ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4 ແລະສະໜາມຫຼວງບາດິ່ງ ຕາມແຜນການ, ຮັບປະກັນຄວາມປອດໄພໃຫ້ແກ່ກໍາລັງ ແລະພາຫະນະອຸປະກອນເຕັກນິກ ຢ່າງເດັດຂາດ.
ໂດຍ: ໄຊຊະນະ