ທ່ານພົນໂທ ຮ່ວາງຊວນຈຽນ ຊົມເຊີຍທ່ານພັນເອກ Kim Myong Chol ໄດ້ສຳເລັດໜ້າທີ່ຂອງຕົນ; ຕີລາຄາສູງການປະກອບສ່ວນຂອງທ່ານ Kim Myong Chol ໃນໄລຍະ 11 ປີທີ່ເຮັດວຽກຢູ່ຫວຽດນາມ, ພິເສດແມ່ນການເຊື່ອມຕໍ່, ຊຸກຍູ້ເພື່ອຫັນການຢ້ຽມຢາມ ສປປ ເກົາຫຼີ ຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໃນເດືອນ ກັນຍາ 2024 ປະກົດຜົນເປັນຈິງ. ທ່ານພົນໂທ ຮວ່າງຊວນຈຽນ ເຊື່ອໝັ້ນວ່າ ທ່ານພັນໂທ Choe Kwang Il ຈະສືບຕໍ່ສືບທອດ ແລະປະກອບສ່ວນຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ; ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ທ່ານພັນໂທ Choe Kwang Il ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງເຂັ້ມແຂງ, ຮອບດ້ານ ແລະມີປະສິດທິຜົນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈຽນ ສະເໜີໃຫ້ສອງຝ່າຍສຸມໃສ່ເຂົ້າໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ການຮ່ວມມືໃນວຽກງານພັກ, ວຽກງານການເມືອງ; ການຝຶກອົບຮົມ; ອຸດສາຫະກໍາປ້ອງກັນຊາດ; ຊຸກຍູ້ການລົງນາມເອກະສານຮ່ວມມືດ້ານປ້ອງກັນຊາດ.

ທີ່ການຕ້ອນຮັບ, ທ່ານພັນເອກ Kim Myong Chol ໄດ້ສະແດງຄວາມເປັນກຽດທີ່ໄດ້ມີ 2 ອາຍຸການປະຕິບັດງານຢູ່ຫວຽດນາມ ໃນຖານະເປັນທີ່ປຶກສາທູດປ້ອງກັນຊາດ; ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຢ້ຽມຢາມ ສປປ ເກົາຫຼີ ໃນປີ 2024 ຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍທ່ານພົນໂທ ຮວ່າງຊວນຈຽນ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ; ພ້ອມທັງຢືນຢັນຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງກອງທັບ. ສ່ວນທ່ານພັນໂທ Choe Kwang Il ປາດຖະໜາຢາກວ່າ ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງສອງປະເທດຈະນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາກວ່າອີກ.

ໂດຍ: ຈາງຫງວຽນ