ຫວຽດນາມ ຕັ້ງໜ້າປະກອບສ່ວນເຂົ້າໃນກອງປະຊຸມບັນດາຜູ້ນຳຂະແໜງເສນາຮັກອາຊຽນ
ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ເພີ່ມທະວີການຮ່ວມມືດ້ານເສນາຮັກອາຊຽນ ຈາກວິກິດການທົ່ວໂລກໄປສູ່ສັງກາດເຕັກໂນໂລຢີປັນຍາປະດິດ”. ນີ້ແມ່ນເວທີປາໄສສຳລັບບັນດາຜູ້ນຳຂະແໜງເສນາຮັກອາຊຽນ ເພື່ອແນໃສ່ມີປະຕິກິລິຍາຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ ແລະພາກພື້ນໃຫ້ນັບມື້ນັບສັບສົນ.
    |
 |
ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ກອງປະຊຸມບັນດາຜູ້ນຳຂະແໜງເສນາຮັກບັນດາປະເທດ ອາຊຽນ ຄັ້ງທີ 12 ໄດ້ດຳເນີນຢູ່ ຈາກາຕາ, ອິນໂດເນເຊຍ ແຕ່ວັນທີ 30 ມິຖຸນາ ຫາວັນທີ 01 ກໍລະກົດ 2025 ດ້ວຍການເຂົ້າຮ່ວມຂອງ 10 ປະເທດ ອາຊຽນ ແລະ Timor – Leste, ເຊິ່ງເປັນປະເທດສັງເກດການ.
ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ເພີ່ມທະວີການຮ່ວມມືດ້ານເສນາຮັກ ອາຊຽນ ຈາກວິກິດການທົ່ວໂລກ ໄປສູ່ສັງກາດເຕັກໂນໂລຢີປັນຍາປະດິດ”. ນີ້ແມ່ນເວທີປາໄສສຳລັບບັນດາຜູ້ນຳຂະແໜງເສນາຮັກ ອາຊຽນ ເພື່ອແນໃສ່ມີປະຕິກິລິຍາຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ ແລະພາກພື້ນໃຫ້ນັບມື້ນັບສັບສົນ, ລວມທັງໄພພິບັດທຳມະຊາດ, ວິກິດການດ້ານມະນຸດສະທຳ ແລະຄວາມສ່ຽງຂອງບັນດາພະຍາດຕິດຕໍ່ອາດຈະແຜ່ລາມກາຍເປັນໂລກລະບາດ.
ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນຈັດຕະວາ ສາດສະດາຈານ. ປອ ຫງວຽນເຈື່ອງຢາງ, ຫົວໜ້າກົມເສນາຮັກເປັນຫົວໜ້າຄະນະ ໄດ້ຕັ້ງໜ້າເຂົ້າຮ່ວມການປຶກສາຫາລື, ປະກອບສ່ວນເຂົ້າໃນກອງປະຊຸມ. ເສນາຮັກ ຫວຽດນາມ ພວມໃນໄລຍະປະຕິບັດການຫັນເປັນດີຈີຕອນຢ່າງແຮງ ແລະມີຄວາມປາດຖະໜາຢາກຮ່ວມມື, ແລກປ່ຽນບົດຮຽນປະສົບການກັບເສນາຮັກບັນດາປະເທດອາຊຽນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ