ເບິ່ງແຍງດູແລຍົກສູງຊີວິດການເປັນຢູ່ໃຫ້ຜູ້ອອກແຮງງານ ແລະປະຊາຊົນໃນບໍລິເວນ
ກປ.ອອນໄລ - ວັນທີ 3 ກໍລະກົດ, ທ່ານພົນໂທ ຫວໍມິງເລືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ບໍລິສັດ 732 (ແມ່ທັບນ້ອຍ 15).
    |
 |
ທ່ານພົນໂທ ຫວໍມິງເລືອງ ແລກປ່ຽນກັບຜູ້ຮັບເໝົາກໍ່ສ້າງໂຄງການໂຮງຮຽນອະນຸບານດົງເຢືອງ. ພາບ: qdnd.vn |
ໃນຊຸມປີຜ່ານມາ, ປະຕິບັດໜ້າທີ່ພັດທະນາເສດຖະກິດຕິດພັນກັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບໍລິສັດ 732 ໄດ້ສົ່ງ 820 ກວ່າຄອບຄົວດ້ວຍພົນລະເມືອງເກືອບ 2.450 ຄົນ ຂຶ້ນກໍ່ສ້າງໂຄງການເຂດເສດຖະກິດ-ປ້ອງກັນຊາດທີ່ສອດຄ່ອງກັບການວາງແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ປັດຈຸບັນ, ບໍລິສັດພວມຄຸ້ມຄອງ ແລະຂຸດຄົ້ນຕົ້ນຢາງພາລາ 2.300 ກວ່າເຮັກຕາ, ເນື້ອທີ່ນາ 72 ກວ່າເຮັກຕາ, ຕົ້ນກາເຟ 27 ກວ່າເຮັກຕາ; ສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ຄົນງານເກືອບ 900 ຄົນ ແລະຫຼາຍຮ້ອຍຄົນມີວຽກເສີມດ້ວຍລາຍຮັບສະເລ່ຍຕໍ່ເດືອນກວ່າ 8 ລ້ານດົ່ງ/ຄົນ. ຄຽງຂ້າງນັ້ນ, ບໍລິສັດໄດ້ຜັນຂະຫຍາຍຫຼາຍໂຄງການປະກັນສັງຄົມ, ໜູນຊ່ວຍເບ້ຍລ້ຽງ, ແນວພັນພືດ, ເຕັກນິກ, ຊ່ວຍປະຊາຊົນໃນບໍລິເວນຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະຍືນຍົງ, ຫຼາຍຄອບຄົວຊົນເຜົ່າສ່ວນໜ້ອຍມີລາຍຮັບສະເລ່ຍ 10 ກວ່າລ້ານດົ່ງ/ຄົນ/ເດືອນ.
    |
 |
ທ່ານພົນໂທ ຫວໍມິງເລືອງ ແລະຜູ້ແທນປູກຕົ້ນໄມ້ເປັນທີ່ລະນຶກທີ່ໂຮງຮຽນອະນຸບານດົງເຢືອງ. ພາບ: qdnd.vn |
    |
 |
ທ່ານພົນໂທ ຫວໍມິງເລືອງ ມອບຂອງຂວັນໃຫ້ໂຮງຮຽນອະນຸບານດົງເຢືອງ. ພາບ: qdnd.vn |
ພາຍຫຼັງລົງຢ້ຽມຢາມ, ກວດກາໂຄງການກໍ່ສ້າງໂຮງຮຽນອະນຸບານ ດົງເຢືອງ ຂອງບໍລິສັດ 732 ແລະເຮັດວຽກກັບການນໍາບໍລິສັດ, ທ່ານພົນໂທ ຫວໍມິງເລືອງ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ, ໝາກຜົນໃນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນຂອງບໍລິສັດ 732; ພ້ອມທັງຮຽກຮ້ອງໃຫ້ກົມກອງ ສືບຕໍ່ຊາບຊຶມບັນດາມະຕິ, ຄໍາສັ່ງຂອງສູນກາງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຢ່າງເລິກເຊິ່ງ; ສຸມໃສ່ນຳພາ, ຊີ້ນຳ, ຜັນຂະຫຍາຍປະຕິບັດບັນດາໜ້າທີ່ຢ່າງຮອບດ້ານ, ຕິດພັນການພັດທະນາເສດຖະກິດ-ສັງຄົມກັບການເພີ່ມທະວີກໍາລັງບົ່ມຊ້ອນ, ທ່າສະໜາມປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເບິ່ງແຍງດູແລຍົກສູງຊີວິດການເປັນຢູ່ໃຫ້ຜູ້ອອກແຮງງານ ແລະປະຊາຊົນໃນບໍລິເວນ.
    |
 |
ທ່ານພົນໂທ ຫວໍມິງເລືອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານພົນຈັດຕະວາ ຮວ່າງວັນສີ ຜູ້ບັນຊາການແມ່ທັບນ້ອຍ 15 ຖ່າຍຮູບເປັນທີ່ລະນຶກກັບຄະນະອໍານວຍການບໍລິສັດ 732. ພາບ: qdnd.vn |
ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃສ່ໃຈວ່າ ບໍລິສັດ 732 ຕ້ອງສົມທົບຢ່າງແໜ້ນແຟ້ນກັບຜູ້ຮັບເໝົາ, ຖັນແຖວວິສະວະກອນ ແລະກໍາມະກອນ ເພື່ອກໍ່ສ້າງໂຄງການໂຮງຮຽນອະນຸບານ ດົງເຢືອງ ຮັບປະກັນຄວາມຄືບໜ້າ, ມີຄວາມງາມ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ກໍ່ສ້າງສະຖານທີ່ບໍລິເວນອ້ອມຂ້າງໃຫ້ມີສີຂຽວ, ສະອາດ, ສວຍງາມ.
ເນື່ອງໃນໂອກາດນີ້, ທ່ານພົນໂທ ຫວໍມິງເລືອງ ໄດ້ປູກຕົ້ນໄມ້ເປັນທີ່ລະນຶກ, ມອບຂອງຂວັນໃຫ້ໂຮງຮຽນອະນຸບານ ດົງເຢືອງ, ບໍລິສັດ 732 ແລະບັນດາຫົວໜ່ວຍກໍ່ສ້າງໂຄງການໂຮງຮຽນອະນຸບານ ດົງເຢືອງ.
ໂດຍ: ໄຊຊະນະ