ໂອ້ລົມກັບພວກຂ້າພະເຈົ້າ, ທ່ານ ອາ ຣັກ ເຈື່ອງ, ອາໄສຢູ່ກຸ່ມບ້ານມືກ (ເທດສະບານແທ້ງໝີ, ເມືອງນາມຢາງ) ແບ່ງປັນວ່າ: “ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດພູດອຍຍັງປະສົບຄວາມຫຍຸ້ງຍາກລຳບາກ. ມື້ນີ້, ຄະນະມາຢ້ຽມຢາມ, ມອບຂອງຂວັນແມ່ນມີຄວາມໝາຍແທ້ໆ. ພໍ່ແມ່ປະຊາຊົນຂໍສະແດງຄວາມຂອບໃຈມາຍັງທະຫານລຸງໂຮ່ຫຼາຍໆ!”.
ທີ່ລາຍການ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ມອບເງິນໜູນຊ່ວຍແຂວງກວາງນາມ ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງ, ເຮືອນມະຫາສາມັກຄີ 10 ຫຼັງ; ມອບຂອງຂວັນໃຫ້ 110 ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວປະສົບຄວາມຫຍຸ້ງຍາກ ແລະນັກຮຽນທຸກຍາກ ທີ່ຜ່ານຜ່າຄວາມຫຍຸ້ງຍາກຢູ່ໃນບໍລິເວນເມືອງນາມຢາງດ້ວຍມູນຄ່າທັງໝົດ1,2 ກວ່າຕື້ດົ່ງ.
    |
 |
ທ່ານພົນໂທ ຟຸ່ງສີເຕິ້ນ ມອບງົບປະມານໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ເຮືອນມະຫາສາມັກຄີ ແລະມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວປະສົບຄວາມຫຍຸ້ງຍາກໃນບໍລິເວນເມືອງນາມຢາງ, ແຂວງກວ໋າງນາມ (ປັດຈຸບັນແມ່ນນະຄອນດ່ານັ້ງ). ພາບ: qdnd.vn |
ທ່ານພົນໂທ ຟຸ່ງສີເຕິ້ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ເລຂາຄະນະພັກກົມໃຫຍ່ເສນາທິການ-ອົງການກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: “ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການ, 80 ປີແຫ່ງການປະຕິວັດເດືອນສິງຫາ, ວັນຊາດທີ 2 ກັນຍາ ແລະຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຂອງພັກ ທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃນໄລຍະຜ່ານມາ, ກົມໃຫຍ່ເສນາທິການ ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ແລະມີປະສິດທິຜົນ, ຄື: ໜູນຊ່ວຍງົບປະມານໃຫ້ບັນດາທ້ອງຖິ່ນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 80 ຫຼັງ, ເຮືອນມະຫາສາມັກຄີ 80 ຫຼັງ ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທີ່ປະສົບຄວາມຫຍຸ້ງຍາກດ້ານເຮືອນຢູ່ໃນບໍລິເວນທົ່ວປະເທດ; ກໍ່ສ້າງໂຮງຮຽນ 2 ແຫ່ງ ຢູ່ຕາແສງ ດ່ຽມມັກ (ເມືອງດິ້ງຮວ໊າ, ແຂວງທ໊າຍງວຽນ); ຫໍວັດທະນາທໍາຊຸມຊົນເພື່ອຫຼີກລ້ຽງນໍ້າຖ້ວມ 1 ຫຼັງ ຢູ່ເມືອງອາເລື້້ອຍ (ນະຄອນເຫວ້); ສ້ອມແປງສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງກາວບັ່ງ ແລະແຂວງລາວກາຍ... ກິດຈະກຳຕ່າງໆຂ້າງເທິງນີ້ໄດ້ສະແດງໃຫ້ເຫັນອາລົມຈິດ, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບໃນທົ່ວກອງທັບ ເວົ້າລວມ, ເວົ້າສະເພາະແມ່ນພະນັກງານ, ນັກຮົບກົມໃຫຍ່ເສນາທິການ ຕໍ່ຜູ້ທີ່ມີຄຸນງາມຄວາມດີ ແລະຄອບຄົວເປົ້າໝາຍນະໂຍບາຍ, ປະກອບສ່ວນເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ເສີມສ້າງມູນເຊື້ອ, ທາດແທ້ຄຸນສົມບັດອັນດີງາມຂອງທະຫານລຸງໂຮ່ ໃນສັງກາດໃໝ່”.
ຕາງໜ້າອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ, ສະຫາຍ ເຈິ່ນແອງຕ໊ວນ, ຮອງປະທານຄະນະກຳມະການປະຊາຊົນແຂວງກວ໋າງນາມ ຢັ້ງຢືນວ່າ: “ເຮືອນແຫ່ງສາຍຈິດມິດໃຈຫຼັງຕ່າງໆ, ຂອງຂວັນທີ່ມີຄວາມໝາຍໃນມື້ນີ້ແມ່ນຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ຄວາມຮັບຜິດຊອບ, ອາລົມ ຈິດຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນກົມໃຫຍ່ເສນາທິການ ທີ່ມີຕໍ່ປະຊາຊົນຢູ່ເຂດພູດອຍ ນາມຢາງ, ຜ່ານນັ້ນໜູນຊ່ວຍ, ໃຫ້ກໍາລັງໃຈບັນດາຄອບຄົວເຫຼົ່ານັ້ນບືນຕົວຂຶ້ນ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິ ເທື່ອລະກ້າວ”.
ບັນດາການເຄື່ອນໄຫວນະໂຍບາຍ, ຂົນຂວາຍປະຊາຊົນຢູ່ແຂວງກວ໋າງນາມ ບໍ່ພຽງແຕ່ສະແດງໃຫ້ເຫັນບົດບາດຂອງກອງທັບໃນວຽກງານຮັບປະກັນຊີວິດສັງຄົມເທົ່ານັ້ນ, ຫາກຍັງແມ່ນການເຄື່ອນໄຫວຈາລຶກບຸນຄຸນທີ່ແທດຈິງ, ມີຄວາມໝາຍມະນຸດສະທຳຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຄະຕິທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ”, ການຕອບບຸນແທນຄຸນຂອງພະນັກງານ, ນັກຮົບກົມໃຫຍ່ເສນາທິການທີ່ມີຕໍ່ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຄອບຄົວຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະປະຊາຊົນແຂວງກວ໋າງນາມ. ຜ່ານນັ້ນປະກອບສ່ວນປະຕິບັດຂະບວນການ “ຕອບບຸນແທນຄຸນ”, ຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈ ເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”.
ໂດຍ: ໄຊຊະນະ