ກົມກອງໄດ້ຮັບການຍ້ອງຍໍຊົມເຊີຍວິລະຊົນກໍາລັງປະກອບອາວຸດປະຊາຊົນ ສອງຄັ້ງ

ໃນການຕໍ່ສູ້ກູ້ຊາດ, ຕ້ານອາເມລິກາ,  ຄ້າຍທະຫານຊາຍແດນເຮື໊ອງເລິບ ຢູ່ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກເປັນພິເສດ ແລະດຸເດືອດ,  ໄດ້ປະຕິບັດສຳເລັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນຢ່າງດີ, ພ້ອມກັບທ້ອງຖິ່ນກໍ່ສ້າງຮາກຖານການເມືອງ, ຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ກໍ່ສ້າງຕາແສງເຮື໊ອງເລິບ ໃຫ້ກາຍເປັນຄັນທຸງນຳໜ້າໃນການປົກປັກຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຮື້ອງເລິບ  ຈັດຕັ້ງການຝຶກແອບໝູ່ປືນຈັກປ້ອງກັນອາກາດປະເພດ 12,7mm. ພາບ: qdnd.vn

ຄ້າຍທະຫານຊາຍແດນເຮື໊ອງເລິບ ໄດ້ປະສານສົມທົບກັບກົມກອງຂອງຝ່າຍເພື່ອນ ຍິງເຮືອບິນອາເມລິກາຕົກ 8 ລໍາ, ຍົກສູງສະຕິລະວັງຕົວເພື່ອປາບປາມພວກປະຕິການ, ດັບສູນ ແລະຈັບສາຍລັບ, ກອມມັງໂດທີ່ແຊກຊຶມເຂົ້າບໍລິເວນໄດ້ຫຼາຍຄົນ. ຄ້າຍທະຫານ ຍັງປະຕິບັດສຳເລັດໜ້າທີ່ຊ່ວຍເຫຼືອທ້ອງຖິ່ນພັດທະນາເສດຖະກິດ - ສັງຄົມໄດ້ຢ່າງດີເລີດ, ປະຕິບັດວຽກງານການທູດປະຊາຊົນເປັນຢ່າງດີ, ກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ໃຫ້ກາຍເປັນເສັ້ນຊາຍແດນແຫ່ງຄວາມຮັກແພງ, ສັດຊື່ບໍລິສຸດ ແລະໄມຕີຈິດມິດຕະພາບ.

leftcenterrightdel
ຄ້າຍທະຫານຊາຍແດນເຮື້ອງເລິບ ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງຊາດໄວ້ໃຫ້ໝັ້ນຄົງ. ພາບ: qdnd.vn

ການອຸທິດຕົນ, ການເສຍສະຫຼະຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຮື໊ອງເລິບ ລຸ້ນຕ່າງໆໄດ້ຮັບການຮັບຮູ້ ແລະຍ້ອງຍໍຊົມເຊີຍຈາກພັກ, ລັດ ດ້ວຍການມອບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ 2 ຄັ້ງ (ຄັ້ງທີ 1 ແມ່ນໃນວັນທີ 1 ມັງກອນ ປີ 1967, ຄັ້ງທີ 2 ແມ່ນໃນວັນທີ 3 ກັນຍາ ປີ 1973), ພ້ອມດ້ວຍໃບຍ້ອງຍໍຂອງພັກ, ລັດ, ກອງທັບ ແລະ ທ້ອງຖິ່ນຕ່າງໆຫຼາຍໃບ.

ເສີມຂະຫຍາຍມູນເຊື້ອ, ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ

ປະຈຸບັນ, ເພື່ອປະຕິບັດສໍາເລັດໜ້າທີ່ໃຫ້ເປັນຢ່າງດີ, ພະນັກງານ, ນັກຮົບຂອງກົມກອງ ຍາມໃດກໍ່ໄດ້ໃກ້ຊິດຕິດແທດກັບປະຊາຊົນ, ປະຕິບັດວຽກງານໂຄສະນາ, ຂົນຂວາຍປະຊາຊົນປະຕິບັດຕາມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ເປັນຕົ້ນແມ່ນປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຂອງຊາດ; ກໍ່ສ້າງຊົນນະບົດໃໝ່ ແລະໝູ່ບ້ານສີວິໄລ.

leftcenterrightdel
ຄ້າຍທະຫານຊາຍແດນເຮື້ອງເລິບ ປຸກລຸກຈິດໃຈຮັກຊາດຂອງນັກຮຽນແຂວງກວາງຈິ ຜ່ານ “ຊົ່ວໂມງຮຽນຊາຍແດນ”. ພາບ: qdnd.vn

ທ່ານພັນໂທ ຫງວຽນແອັງຕ໊ວນ, ຫົວໜ້າຄ້າຍທະຫານຊາຍແດນເຮື້້ອງເລິບ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກົມກອງໄດ້ປະຕິບັດວຽກງານກໍ່ສ້າງ, ເພີ່ມເຕີມລະບົບເອກະສານການສູ້ຮົບຢ່າງຄົບຖ້ວນ; ຈັດຕັ້ງການປະຕິບັດແຜນການ ແລະວິທີການຢ່າງເປັນປະຈໍາເພື່ອຍົກລະດັບ ແລະຄວາມສາມາດກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ, ສົມທົບກັນຮັກສາລະບອບປະຈໍາການສູ້ຮົບຢ່າງເຂັ້ມງວດ, ປະຕິບັດສຳເລັດທຸກໜ້າທີ່ເມື່ອມີກໍລະນີເກີດຂຶ້ນ.

ພ້ອມທັງຜັນຂະຫຍາຍກຳລັງຕິດແທດ ແລະກໍາແໜ້ນສະພາບການໃນບໍລິເວນ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງທີ່ກ່ຽວຂ້ອງ ເພື່ອຕໍ່ສູ້, ຕ້ານ ແລະສະກັດກັ້ນອາດຊະຍາກຳປະເພດຕ່າງໆ ແລະເປົ້າໝາຍລະເມີດກົດໝາຍ. ສຸມໃສ່ກໍ່ສ້າງບັນດາກົມກອງ, ສ້າງສະພາບແວດລ້ອມໃຫ້ເປັນຫຼວງ, ສີຂຽວ-ສະອາດ-ສວຍງາມ; ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”. ໃນ 5 ປີຜ່ານມາ, ທາງກົມກອງໄດ້ສະໜອງຂໍ້ມູນອັນລ້ຳຄ່າຫຼາຍຢ່າງ ເພື່ອຮັບໃຊ້ວຽກງານຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມສະຫງົບຢູ່ເຂດຊາຍແດນຂອງຊາດ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຮື້ອງເລິບ ປະຕິບັດວຽກງານຂົນຂວາຍປະຊາຊົນ, ຮັກສາສາຍພົວພັນສະໜິດແໜ້ນກັບປະຊາຊົນ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນໃຫ້ເປັນຢ່າງດີ. ພາບ: qdnd.vn

ສຳລັບຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນຕາແສງເຮື໊ອງເລິບ ແລະ ຕາແສງເຮື້ອງວຽດ, ບັນດານັກຮົບທະຫານຊາຍແດນ ຍາມໃດກໍ່ເປັນບ່ອນອີງອັນໜັກແໜ້ນ. ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຮື໊ອງເລິບ ຍາມໃດກໍ່ສະໜິດຕິດພັນກັນຢ່າງແໜ້ນແຟ້ນ, ປະຕິບັດບົດບາດເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນໃນການເບິ່ງແຍງດູແລກໍ່ສ້າງ, ປັບປຸງລະບົບການເມືອງໃຫ້ເຂັ້ມແຂງ.

ຄຽງຂ້າງນັ້ນ, ຄ້າຍທະຫານຊາຍແດນເຮື໊ອງເລິບ ຍັງໄດ້ຕັ້ງໜ້າຮຽກຮ້ອງ, ຂົນຂວາຍບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນເຂົ້າຮ່ວມການໜູນຊ່ວຍ, ບໍລິຈາກ, ໜູນຊ່ວຍເຄື່ອງຂອງທີ່ຈຳເປັນ, ກໍ່ສ້າງ  “ເຮືອນໃຫ້ຄົນທຸກຍາກຢູ່ເຂດຊາຍແດນ” 13 ຫຼັງ ເພື່ອຊ່ວຍໃຫ້ບັນດາຄອບຄົວນະໂຍບາຍ, ກໍ່ສ້າງເສົາໄຟເຍືອງທາງຢູ່ເຂດຊາຍແດນ, ຫ້ອງຮຽນ, ປະຕູເຂົ້າບ້ານ, ໂຄງການກໍ່ສ້າງອື່ນໆ…

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຮື້ອງເລິບ ຈັດຕັ້ງການໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍໃຫ້ແກ່ປະຊາຊົນ ຢູ່ໃນບໍລິເວນ. ພາບ: qdnd.vn

ນອກຈາກນັ້ນ, ຄ້າຍທະຫານຊາຍແດນເຮື້້ອງເລິບ ຍັງໄດ້ສົມທົບຢ່າງແໜ້ນແຟ້ນກັບກຳລັງປ້ອງກັນຊາຍແດນຂອງປະເທດເພື່ອນລາວ ເພື່ອປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະ ຄວາມສະຫງົບຢູ່ເຂດຊາຍແດນຂອງແຂວງ ໄວ້ຢ່າງໝັ້ນຄົງ.

ຕັ້ງໜ້າລະດົມແຫຼ່ງກຳລັງ, ຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ກໍາລັງປ້ອງກັນຊາຍແດນ ແລະປະຊາຊົນລາວ, ປະກອບສ່ວນກໍ່ສ້າງເຂດຊາຍແດນທາງທິດຕາເວັນຕົກຂອງແຂວງກວາງຈິ ໃຫ້ນັບມື້ນັບພັດທະນາ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຮື້ອງເລິບ  ເຂົ້າຮ່ວມການພົບປະແກລປ່ຽນເດືອນຊາວໜຸ່ມ ປີ 2025 ກັບກໍາລັງປ້ອງກັນຊາຍແດນຂອງລາວ. ພາບ: qdnd.vn

ທ່ານພັນເອກພິເສດ ຫງວຽນບ໊າຢວຽດ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການຄະນະບັນຊາການທະຫານຊາຍແດນ, ກອງບັນຊາການທະຫານແຂວງກວາງຈິ ຕີລາຄາວ່າ, ໃນການປະຕິບັດງານ, ຄ້າຍທະຫານຊາຍແດນເຮື໊ອງເລິບ ຍາມໃດກໍ່ປະຕິບັດບົດບາດກໍາລັງຮັບຜິດຊອບ, ຫຼັກແຫຼ່ງໃນການປ້ອງກັນຊາຍແດນ, ເປັນເຈົ້າການປະສານສົມທົບຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ, ກໍາລັງຕ່າງໆຂອງທ້ອງຖິ່ນ ເພື່ອກໍ່ສ້າງກຸ່ມບ້ານປອດໄພ; ເສີມຂະຫຍາຍກຳລັງແຮງຂອງມະຫາຊົນ, ປະຊາຊົນເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ບໍລິເວນ, ຕິດພັນກັບການຮັບປະກັນອະທິປະໄຕ ແລະຄວາມສະຫງົບຢູ່ເຂດຊາຍແດນ.

ໃນການກໍ່ສ້າງ ແລະເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ, ຄ້າຍທະຫານຊາຍແດນເຮື້ອງເລິບ ໄດ້ມີການເຄື່ອນໄຫວແທດຈິງ ແລະມີຄວາມໝາຍຫຼາຍຢ່າງ, ສົມທົບກັບກຳລັງປ້ອງກັນຊາຍແດນຂອງປະເທດເພື່ອນ ເພື່ອກໍ່ສ້າງເຂດຊາຍແດນທີ່ປອດໄພ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພ້ອມກັນພັດທະນາ.

ໂດຍ: ທູຈາງ