leftcenterrightdel
ບັນຍາກາດກອງປະຊຸມຊາບຊຶມ, ຜັນຂະຫຍາຍປະຕິບັດຂະບວນການ “ປະຊາສຶກສາດີຈີຕອນ” ແລະຝຶກອົບຮົມວຽກງານຫັນເປັນດີຈີຕອນ ປີ 2025 ຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃນວັນທີ 27 ພຶດສະພາ 2025. ພາບ: qdnd.vn

ຈຸດປະສົງແມ່ນເພື່ອແນໃສ່ເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ; ເສີມຂະຫຍາຍລັກສະນະເປັນເຈົ້າການ, ປະດິດສ້າງຂອງບັນດາອົງການຈັດຕັ້ງ, ກໍາລັງ ແລະພະນັກງານ, ນັກຮົບ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງແຕ່ລະອົງການ, ກົມກອງ; ບຸລິມະສິດ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການພັດທະນາວິທະຍາສາດ-ເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດສ້າງ ແລະການຫັນເປັນດີຈີຕອນ ໃນບັນດາອົງການ, ກົມກອງ ແລະທົ່ວກອງທັບ. ສູ້ຊົນບັນລຸ ແລະລື່ນກາຍເປົ້າໝາຍໃນມະຕິສະບັບເລກທີ 57-NQ/TW ຂອງກົມການເມືອງ, ມະຕິສະບັບເລກທີ 3488-NQ/QUTW ຂອງຄະນະພັກການທະຫານສູນກາງ, ປະກອບສ່ວນປ່ຽນແປງໃໝ່ຮອບດ້ານການເຄື່ອນໄຫວຄຸ້ມຄອງ, ບັນຊາບັນດາອົງການ, ກົມກອງ; ການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຂອງວິສາຫະກິດກອງທັບ; ວິທີການ, ແບບແຜນວິທີເຮັດວຽກ, ເງື່ອນໄຂດໍາເນີນຊີວິດຂອງທະຫານ.

ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຮຽກຮ້ອງວ່າ ຂະບວນການແຂ່ງຂັນຕ້ອງໄດ້ຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງໃນທົ່ວກອງທັບດ້ວຍເນື້ອໃນ, ຮູບແບບທີ່ອຸດົມສົມບູນ, ຮັບປະກັນຄວາມແທດຈິງ, ຄຸນນະພາບ ແລະມີປະສິດທິຜົນ; ຕິດພັນຂະບວນການແຂ່ງຂັນກັບການຜັນຂະຫຍາຍປະຕິບັດແຜນຮ່າງ “ກໍ່ສ້າງສັງຄົມຮໍ່າຮຽນໃນກອງທັບຮອດປີ 2030 ແລະຊຸມປີຕໍ່ໄປ”.

ໂດຍ: ໄຊຊະນະ