ຈັດຕັ້ງການມອບ-ຮັບຄະນະບັນຊາການທະຫານຊາຍແດນ ໄປສູ່ຂຶ້ນກັບກອງບັນຊາການທະຫານຂັ້ນແຂວງ
ກປ.ອອນໄລ - ວັນທີ 28 ມິຖຸນາ, ກອງບັນຊາການທະຫານຊາຍແດນ ໄດ້ຈັດຕັ້ງກອງປະຊຸມມອບ-ຮັບບັນດາຄະນະບັນຊາການທະຫານຊາຍແດນ ໄປສູ່ຂຶ້ນກັບກອງບັນຊາການທະຫານຂັ້ນແຂວງ. ທ່ານພົນໂທ ຫງວຽນວັນເຫງ້ຍ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ.
ໃນໄລຍະທີ່ຜ່ານມາ, ບັນດາກົມກອງໄດ້ຊາບຊຶມ, ປະຕິບັດມະຕິສະບັບເລກທີ 866-NQ/QUTW ຂອງຄະນະພັກການທະຫານສູນກາງ ກ່ຽວກັບການສັບຊ້ອນບັນດາອົງການຈັດຕັ້ງການທະຫານທ້ອງຖິ່ນຕາມທິດ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ” ເໝາະສົມກັບຮູບແບບອໍານາດການປົກຄອງສອງຂັ້ນ; ບັນດາຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ ກ່ຽວກັບການຍຸບເລີກກອງບັນຊາການທະຫານຊາຍແດນບັນດາແຂວງ, ນະຄອນ; ສ້າງຕັ້ງບັນດາຄະນະບັນຊາການທະຫານຊາຍແດນ; ບັນດາຄຳແນະນຳຂອງຂັ້ນເທິງ ແລະແຜນການຂອງກອງບັນຊາການທະຫານຊາຍແດນຢ່າງເຂັ້ມງວດ. ຕາມນັ້ນແລ້ວ, ຄະນະບັນຊາການທະຫານຊາຍແດນ ໄດ້ຜັນຂະຫຍາຍປະຕິບັດວຽກງານກະກຽມເປັນຢ່າງດີ, ເປັນເຈົ້າການສົມທົບກັບບັນດາອົງການກ່ຽວຂ້ອງຂອງກອງບັນຊາການທະຫານແຂວງ, ນະຄອນ ເພື່ອດໍາເນີນການປະເມີນຜົນຈຳນວນຕົວເລກ, ເປັນເອກະພາບເນື້ອໃນບົດບັດທຶກການມອບ-ຮັບ ເພື່ອຮັບປະກັນໃຫ້ມີຄຸນນະພາບ ແລະຖືກຕາມແຜນການ. ກອງບັນຊາການທະຫານຊາຍແດນ ປະຕິບັດສຳເລັດສໍາເນົາເອກະສານການມອບ-ຮັບ, ເຫັນດີເປັນເອກະພາບກັບກອງບັນຊາການທະຫານແຂວງ, ນະຄອນ ລົງນາມໃນບົດບັນທຶກການມອບ-ຮັບ.
    |
 |
ຜູ້ແທນບັນດາອົງການ, ກົມກອງ ມອບ-ຮັບບົດບັນທຶກທີ່ໄດ້ລົງນາມໃນກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນຊີ້ນໍາກອງປະຊຸມ, ທ່ານພົນໂທ ຫງວຽນວັນເຫງ້ຍ ໄດ້ຮຽກຮ້ອງໃຫ້ກອງບັນຊາການທະຫານຊາຍແດນ ແລະທະຫານເຂດຕ່າງໆ ສືບຕໍ່ຊາບຊຶມບັນດາຂໍ້ສະຫຼຸບ ແລະມະຕິຂອງຂັ້ນເທິງ; ກໍາແໜ້ນກົນໄກ ຄະນະພັກ ແລະກອງບັນຊາການທະຫານຊາຍແດນ ນໍາພາ, ບັນຊາ, ຊີ້ນໍາໂດຍກົງ ແລະຮອບດ້ານ ສໍາລັບຄະນະບັນຊາການທະຫານຊາຍແດນ ກ່ຽວກັບວຽກງານປ້ອງກັນຊາຍແດນ ແລະ ກໍ່ສ້າງກຳລັງປ້ອງກັນຊາຍແດນ. ບັນດາອົງການ, ກົມກອງປະຕິບັດຖືກຕາມການຊີ້ນໍາ, ການແນະນໍາກ່ຽວກັບວຽກງານພະລາທິການ, ເຕັກນິກ, ການເງິນ... ຮັບປະກັນແໜ້ນແຟ້ນ, ຄົບຊຸດ, ເປັນເອກະພາບ.
ທ່ານພົນໂທ ຫງວຽນວັນເຫງ້ຍ ຮຽກຮ້ອງໃຫ້ບັນດາກົມກອງສືບຕໍ່ຊີ້ນຳນໍາພາ ປະຕິບັດວຽກງານກະກຽມ ເພື່ອຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ຕາມແຜນການ. ແຕ່ລະກົມກອງສົມທົບຢ່າງແໜ້ນແຟ້ນກັບບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເພື່ອຄົ້ນຄວ້າ, ລາຍງານ, ສະເໜີໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ພິຈາລະນາ, ປະກາດກົດລະບຽບການສົມທົບລະຫວ່າງຄະນະພັກກອງບັນຊາການທະຫານຊາຍແດນ ກັບຄະນະພັກທະຫານເຂດຕ່າງໆໃນການນໍາພາປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ປ້ອງກັນຊາຍແດນ ແລະກໍ່ສ້າງກໍາລັງທະຫານຊາຍແດນ.
ໂດຍ: ທູຈາງ