ພົນເອກ ຫງວຽນເຕິນເກືອງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ ແຂວງບິ່ງເຢືອງ
ກປ.ອອນໄລ - ວັນທີ 29 ມິຖຸນາ, ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະມາຊິກສະພາແຫ່ງຊາດ ຊຸດທີ XV ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງບິ່ງເຢືອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV ຢູ່ເມືອງເບົ່າບ່າງ ແລະເມືອງບັກເຕິນອວຽນ, ແຂວງບິ່ງເຢືອງ; ພ້ອມທັງໄດ້ຮັບຟັງ, ສະເຫຼີຍຄຳຖາມ, ຮັບເອົາຫໍາເຫັນປະກອບຂອງຜູ້ມີສິດເລືອກຕັ້ງ ແລະປະຊາຊົນທ້ອງຖິ່ນ.
ທີ່ການພົບປະ, ຜູ້ມີສິດເລືອກຕັ້ງເມືອງເບົ່າບ່າງ ແລະເມືອງບັກເຕິນອວຽນ ໄດ້ຮັບຟັງການນຳຄະນະສະມາຊິກສະພາແຫ່ງຊາດແຂວງບິ່ງເຢືອງ ລາຍງານກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 9.
ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຮັບຊາບກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 9; ແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກ ແລະລັດທີ່ພວມໄດ້ຮັບການຜັນຂະຫຍາຍ; ປັບປຸງການຈັດຕັ້ງກໍາລັງກອງທັບໃຫ້ຍອດຢ້ຽມ, ກະທັດຫັດ, ເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່; ...
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ກໍ່ແຈ້ງໃຫ້ຜູ້ມີສິດເລືອກຕັ້ງກ່ຽວກັບສະພາບການໂລກ ແລະພາກພື້ນ; ບາງໝາກຜົນພົ້ນເດັ່ນໃນການປະຕິບັດໜ້າທີ່ການທະຫານ ແລະປ້ອງກັນຊາດໃນໄລຍະຜ່ານມາ.
ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ຂອບອົກຂອບໃຈຜູ້ມີສິດເລືອກຕັ້ງໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະສຸດຈິດສຸດໃຈທີ່ການພົບປະ ແລະສະເຫຼີຍຄຳຖາມບາງເນື້ອໃນພາຍໃຕ້ສິດອໍານາດຂອງຕົນທີ່ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ; ພ້ອມກັນນັ້ນ, ທ່ານກໍ່ສະເໜີໃຫ້ຜູ້ມີສິດເລືອກຕັ້ງຕ້ອງສະຕິສ່ອງໃສທຸ່ນທ່ຽງຕໍ່ຂ່າວສານເສກສັນປັ້ນແຕ່ງກ່ຽວກັບສະພາບການຂອງປະເທດຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ; ມີສະຕິລະມັດລະວັງຕໍ່ກັບສະຖານະການສໍ້ໂກງທາງອິນເຕີເນັດທີ່ພວມຜັນແປຢ່າງສັບສົນດ້ວຍເລ່ລ່ຽມແນບນຽນ; ຍົກສູງສະຕິກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ...
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ພ້ອມກັບບັນດາຜູ້ແທນທີ່ການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງເບົ່າບ່າງ (ບິ່ງເຢືອງ). ພາບ: qdnd.vn |
ທີ່ການພົບປະ, ຜູ້ແທນການນຳເມືອງເບົ່າບ່າງ ແລະເມືອງບັກເຕິນອວຽນ ໄດ້ຕອບຄຳຖາມບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງມີຄວາມສົນໃຈພາຍໃຕ້ສິດອໍານາດຂອງທ້ອງຖິ່ນ. ການນຳສອງເມືອງຫວັງວ່າ ຜູ້ມີສິດເລືອກຕັ້ງຈະສືບຕໍ່ເອົາໃຈໃສ່ຕິດຕາມ, ສະເໜີຄວາມເຫັນຕໍ່ອົງການທີ່ກ່ຽວຂ້ອງໃນການພັດທະນາເສດຖະກິດ-ສັງຄົມ.
ໃນວັນດຽວກັນ, ທ່ານພົນເອກ ຫງວຽນເຕິນເກືອງ ແລະຄະນະປະຕິບັດງານໄດ້ມອບເງິນຊ່ວຍເຫຼືອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ເຮືອນແຫ່ງມະຫາສາມັກຄີ ແລະມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງບິ່ງເຢືອງ.
ໂດຍ: ທະນາພອນ