leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ໃນບັນຍາກາດເຕັມໄປດ້ວຍນ້າໃຈສາມັກຄີມິດຕະພາບ, ຄະນະນາຍທະຫານໜຸ່ມ ແລະບັນດາອົງການຈັດຕັ້ງມະຫາຊົນກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ພ້ອມກັນແລກປ່ຽນເນື້ອໃນກ່ຽວກັບການເຄື່ອນໄຫວຂອງສະຫະພັນແມ່ຍິງ ແລະຄະນະຊາວໜຸ່ມ; ວຽກງານຄຸ້ມຄອງ, ການພັດທະນາສະມາຊິກໃນສະຫະພັນແມ່ຍິງ ແລະສະມາຊິກໃນຄະນະຊາວໜຸ່ມ. ໃນນັ້ນເນັ້ນໜັກເຖິງການຊາບຊຶມ, ໂຄສະນາທັດສະນະ, ແນວທາງຂອງພັກ, ນະໂຍບາຍ ແລະກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ຂໍ້ກໍານົດຂອງກົມກອງໃຫ້ສະມາຊິກທັງໝົດ. ເປັນຕົ້ນແມ່ນການປ່ຽນແປງໃໝ່ວຽກງານໂຄສະນາ, ສຶກສາອົບຮົມ, ກໍານົດທິດດ້ານແນວຄິດໃຫ້ແກ່ບັນດາສະມາຊິກໃນຄະນະຊາວໜຸ່ມ ແລະສະມາຊິກໃນສະຫະພັນແຍ່ງຍິງ ດ້ວຍຮູບການທີ່ຫຼາຍຮູບຫຼາຍແບບ ແລະອຸດົມສົມບູນ, ຄື: ຈັດການໂອ້ລົມສົນມະນາ, ການພົບປະແລກປ່ຽນ, ການແຂ່ງຂັນ, ການເຄື່ອນໄຫວດ້ານວັດທະນະທຳ, ສິລະປະ, ກິລາ-ກາຍຍະກໍາ...

leftcenterrightdel
ຄະນະປະຕິບັດງານ ຢ້ຽມຊົມຫໍມູນເຊື້ອຂອງກອງພັນໃຫຍ່ 692. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມການພົບປະແລກປ່ຽນກັບກົມກອງ. ພາບ: qdnd.vn
leftcenterrightdel
ຄະນະປະຕິບັດງານ ຢ້ຽມຊົມເຂດເພີ່ມພູນຜະລິດຜົນ ໂດຍຄະນະຊາວໜຸ່ມ ແລະສະຫະພັນແຍ່ຍິງ ກອງພັນໃຫຍ່ 692 ຮັບຜິດຊອບ. ພາບ: qdnd.vn

ພັນຕີ ສັນຕິ ພິມມະທອງ, ຮອງຫົວໜ້າການທະຫານ ກອງບັນຊາການທະຫານເມືອງໄຊເສດຖາ (ແຂວງອັດຕະປື), ສະມາຊິກໃນຄະນະ ໄດ້ສະແດງຄວາມດີໃຈ ແລະປາດຖະໜາຢາກມີກາລະໂອກາດ ເພື່ອໄປທັດສະນະສຶກສາຮູບແບບການເຄື່ອນໄຫວ ຢູ່ບັນດາກົມກອງໃນກອງທັບປະຊາຊົນຫວຽດນາມ.

ຕາງໜ້າໃຫ້ຄະນະ, ທ່ານພັນໂທ ນາດເທບພະວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກອງບັນຊາການນະຄອນຫຼວງຮ່າໂນ້ຍ ແລະກອງພັນໃຫຍ່ 692 ທີ່ໄດ້ໃຫ້ການຕ້ອນຮັບ ແລະ ສ້າງເງື່ອນໄຂສະດວກໃຫ້ຄະນະມາຊອກຮູ້ ແລະ ແລກປ່ຽນດ້ານວິຊາການ.

leftcenterrightdel
ມອບຂອງຂວັນທີ່ລະນຶກ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ພ້ອມທັງ, ທ່ານພັນໂທ ນາດເທບພະວົງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ຈັດຕັ້ງບັນດາຊຸດຝຶກອົບຮົມເພື່ອແລກປ່ຽນວິຊາການວິຊາສະເພາະ, ປະຕິບັດໜ້າທີ່ຂອງແຕ່ລະຝ່າຍໃຫ້ດີກວ່າເກົ່າ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ທູຈາງ