leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນປະທານກອງປະຊຸມຮັບຮອງເອົາວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງອົງຄະນະພັກວິທະຍາຄານການແພດ, ອາຍຸການ 2025-2030. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຮັບຮູ້ ແລະຕີລາຄາສູງວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກວິທະຍາຄານການແພດ, ອາຍຸການ 2025-2030. ຄະນະພັກວິທະຍາຄານການແພດ ໄດ້ຊາບຊຶມ, ຜັນຂະຫຍາຍປະຕິບັດຄຳສັ່ງ, ຂໍ້ສະຫຼຸບ ແລະຄໍາແນະນໍາຂອງຂັ້ນເທິງຢ່າງເຂັ້ມງວດ, ນຳພາ, ຊີ້ນຳບັນດາອົງຄະນະພັກຂຶ້ນກັບ ປະຕິບັດວຽກງານກະກຽມໃຫ້ເປັນຢ່າງດີ ແລະຈັດຕັ້ງສຳເລັດກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ອາຍຸການ 2025-2030; ພ້ອມທັງເປັນເຈົ້າການຊີ້ນຳວຽກງານກະກຽມຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກວິທະຍາຄານການແພດຮັບປະກັນຄວາມຮອບຄອບຖີ່ຖ້ວນ ແລະໜັກແໜ້ນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: qdnd.vn

ເພື່ອໃຫ້ສຳເລັດວຽກງານກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່ປະສົບຜົນສຳເລັດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ຄະນະພັກວິທະຍາຄານການແພດ ສືບຕໍ່ຊາບຊຶມບັນດາເອກະສານນໍາພາ, ຊີ້ນຳ, ແນະນຳຂອງສູນກາງ, ຄະນະປະຈຳຄະນະພັກການທະຫານສູນກາງ ແລະກົມໃຫຍ່ການເມືອງ; ແບ່ງວຽກໃຫ້ບັນດາສະຫາຍໃນຄະນະພັກ ແລະອົງການທີ່ທີ່ກ່ຽວຂ້ອງ ກວດກາຄືນ ແລະເຮັດວຽກງານກະກຽມໃຫ້ສຳເລັດ, ໂດຍສະເພາະແມ່ນບັນຫາໃໝ່, ມີລັກສະນະພັດທະນາ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ຄະນະພັກວິທະຍາຄານການແພດສືບຕໍ່ປະຕິບັດວຽກງານກະກຽມໃຫ້ເປັນຢ່າງດີ ແລະດຳເນີນຖືກຕາມຂັ້ນຕອນວຽກງານບຸກຄະລາກອນ ເພື່ອໃຫ້ກອງປະຊຸມໃຫຍ່ ເລືອກຕັ້ງໄປຕາມຫຼັກການ, ລະບຽບການ, ມີຄຸນນະພາບ ແລະບັນລຸໝາກຜົນດີ. ວິທະຍາຄານ ຕ້ອງຍູ້ແຮງການເຄື່ອນໄຫວໂຄສະນາເຜີຍແຜ່, ແຂ່ງຂັນກັນສ້າງຜົນງານເພື່ອຂໍ່ານັບຕ້ອນຮັບກອງປະຊຸມໃຫຍ່; ປະຕິບັດວຽກງານແນວຄິດໃຫ້ເປັນຢ່າງດີ, ຍົກສູງຄວາມຮັບຜິດຊອບໃຫ້ແກ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່; ເປັນເຈົ້າການຮັບປະກັນທຸກດ້ານ ເພື່ອໃຫ້ກອງປະຊຸມໃຫຍ່ດຳເນີນໄປຕາມແຜນການ, ປອດໄພ, ປະຢັດ ແລະປະສົບຜົນສຳເລັດຢ່າງຈົບງາມ.

ໂດຍ: ໄຊຊະນະ