ນີ້ແມ່ນເຄື່ອງວັດແທກເພື່ອຕີລາຄາລະດັບຄວາມຮູ້, ຜົນການອົບຮົມຫັດແອບ ພາຍຫຼັງທີ່ຫັດແອບມາໄດ້ໄລຍະໜຶ່ງ, ເປັນພື້ນຖານເພື່ອໃຫ້ບັນດາກົມກອງ ຮັບເອົານັກຮົບມາຈັດແບ່ງປະເພດ, ສັບຊ້ອນຕາມວິຊາສະເພາະ, ຈັດຕັ້ງການອົບຮົມຫັດແອບລົງເລິກໃຫ້ແກ່ໄລຍະຕໍ່ໄປ. ສະນັ້ນ, ວຽກງານກະກຽມໃຫ້ແກ່ການກວດກາ “3 ສຽງແຕກ”  ໂດຍການນໍາກົມກອງ, ຖັນແຖວພະນັກງານ ແລະນັກຮົບໃໝ່ແຕ່ລະຄົນ ໄດ້ປະຕິບັດຢ່າງຮອບຄອບຖີ່ຖ້ວນ. 

ພັນໂທ ຟ້າມຕ໊ວນເຟືອງ, ຮອງຫົວໜ້າຫ້ອງການເມືອງກອງພັນໃຫຍ່ 246 ໃຫ້ຮູ້ວ່າ: “ໜຶ່ງໃນບັນດາປັດໄຈທີ່ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງຜົນການກວດກາ ແມ່ນຈິດຕະສາດຂອງນັກຮົບໃໝ່. ສະນັ້ນ, ທາງກົມກອງ ຈຶ່ງສຸມໃສ່ກະກຽມຈິດໃຈທຸ່ນທ່ຽງໃຫ້ແກ່ນັກຮົບ ຜ່ານການເຄື່ອນໄຫວໂຄສະນາ, ເຜີຍແຜ່ປະສົບການ, ສຶກສາອົບຮົມ, ໃຫ້ກໍາລັງໃຈ, ສ້າງເຈດຈໍານົງຕັດສິນໃຈ ເຊັ່ນ: ຈັດຕັ້ງການປຸກລະດົມການແຂ່ງຂັນ ແລະບັນດາຂະບວນການ “ຊົ່ວໂມງຮຽນດີ, ສະໜາມຝຶກຊ້ອມດີ”, “ພະນັກງານສອນດີ, ນັກຮົບດຸໝັ່ນຝຶກແອບ”...

leftcenterrightdel
ນັກຮົບໃໝ່ກອງພັນໃຫຍ່ 246, ກອງພົນ 346, ທະຫານເຂດ 1 ປະຕິບັດທ່ານອນຍິງປືນ AK ບົດທີ 1, ເປົ້າໝາຍຍິງທີ 4. ພາບ: qdnd.vn

ພິເສດແມ່ນແຕ່ຕົ້ນປີ, ທາງກົມກອງ ໄດ້ສ້າງແຜນການອົບຮົມຫັດແອບ “3 ສຽງແຕກ” ຢ່າງມີແບບມີແຜນ, ມີວິທະຍາສາດ, ເອົາໃຈໃສ່ຝຶກແອບຖືກວິທີ, ເປັນລຳດັບຈາກຕ່ຳຫາສູງ, ຈາກງ່າຍຫາຍາກ, ຈາກເຕັກນິກເຖິງຍຸດທະວິທີ. ນັກຮົບໃໝ່ ໄດ້ຮັບການຝຶກແອບຢ່າງລະອຽດກ່ຽວກັບທ່າຍິງ, ຈັງຫວະພື້ນຖານ, ວິທີປັບເສັ້ນເລັງ, ການຄວບຄຸມໄລປືນ, ການຈັບປືນໃຫ້ຖືກທ່າເພື່ອຮັບປະກັນຄວາມຊັດເຈນສູງ.

ຮ້ອຍໂທ ຫງວຽນຢຸຍແຄ໊ງ, ຫົວໜ້າກອງຮ້ອຍທີ 9, ກອງພັນທີ 3, ກອງພັນໃຫຍ່ 246 ແບ່ງປັນວ່າ: “ກ່ອນທີ່ຈະກ້າວເຂົ້າສູ່ການກວດກາ ຢ່າງເປັນທາງການ, ບັນດາກົມກອງ ໄດ້ຈັດຕັ້ງການກວດກາທົດລອງທັງ 3 ເນື້ອໃນ ເພື່ອຕີລາຄາລະດັບຄວາມສຳເລັດຂອງນັກຮົບແຕ່ລະຄົນ, ແຕ່ລະໝູ່, ຄົ້ນພົບຈຸດອ່ອນ, ຂອດອ່ອນຢ່າງທັນການ ເພື່ອເພີ່ມເຕີມ, ຝຶກແອບຕື່ມ. ພ້ອມກັນນັ້ນ, ຜ່ານການກວດກາທົດລອງ, ນັກຮົບໃໝ່ໄດ້ທໍາຄວາມລຶ້ງເຄີຍ ກັບສະໜາມຍິງປືນຕົວຈິງ, ຈິດຕະສາດຂອງເຂົາເຈົ້າ ໄດ້ຮັບການຝຶກຝົນຫຼໍ່ຫຼອມທຸ່ນທ່ຽງກວ່າ. ພາຍຫຼັງການກວດກາແຕ່ລະຄັ້ງ, ທາງກົມກອງ ຈະຈັດຕັ້ງການຖອດຖອນບົດຮຽນ ແລະຍ້ອງຍໍຊົມເຊີຍນັກຮົບໃໝ່”.

leftcenterrightdel
ນັກຮົບໃໝ່ກອງພັນໃຫຍ່ 246, ກອງພົນ 346, ທະຫານເຂດ 1 ປະຕິບັດຕົວຈິງການຫໍ່ມັດດິນລະເບີດ. ພາບ: qdnd.vn

ພື້ນຖານວັດຖຸໃນການອົບຮົມຫັດແອບ ກໍເປັນເງື່ອນໄຂສໍາຄັນເພື່ອຍົກສູງຄຸນນະພາບການກວດກາ “3 ສຽງແຕກ”. ພັນໂທ ຫງວຽນເທ໊ຈຸງ, ຮອງຫົວໜ້າກອງພັນໃຫຍ່, ຫົວໜ້າເສນາທິການກອງພັນໃຫຍ່ 246 ແບ່ງປັນປະສົບການວ່າ: “ເພື່ອບັນລຸໄດ້ໝາກຜົນສູງໃນການອົບຮົມຫັດແອບນັກຮົບໃໝ່, ທາງກົມກອງ ໄດ້ເປັນເຈົ້າການໃນການລົງທຶນ, ປັບປຸງສະໜາມຝຶກຊ້ອມຕາມມາດຕະຖານທີ່ຖືກຕ້ອງ, ຮັບປະກັນຄວາມປອດໄພ. ຮູບແບບ, ອຸປະກອນການສຶກສາຮັບໃຊ້ເຂົ້າໃນການອົບຮົມຫັດແອບ ໄດ້ກະກຽມຢ່າງຄົບຊຸດ, ຕິດແທດກັບສະພາບຄວາມເປັນຈິງ. ຄຽງຂ້າງນັ້ນ, ທາງກົມກອງ ໄດ້ຮັກສາແຜນການ ແລະຕາຕະລາງການຝຶກຊ້ອມຢ່າງເຂັ້ມງວດ ແຕ່ມີການປັບປ່ຽນໃຫ້ເໝາະສົມຕາມສະພາບດິນຟ້າອາກາດ, ຈັດຕັ້ງການກວດກາ ແລະຕີລາຄາຜົນການຝຶກຊ້ອມແຕ່ລະຄັ້ງ  ແລະເພີ່ມທະວີການແຂ່ງຂັນ... ຜ່ານນັ້ນຍົກສູງຄຸນນະພາບການອົບຮົມຫັດແອບນັກຮົບໃໝ່ ຜ່ານແຕ່ລະເນື້ອໃນ, ບົດວິຊາການອົບຮົມຫັດແອບ, ຊ່ວຍໃຫ້ນັກຮົບມີຄວາມ ໝັ້ນໃຈຕົນເອງ, ມີຄວາມຊໍານານທາງດ້ານຈັງຫວະ, ເຮັດໃຫ້ຈັງຫວະອັນເປັນພື້ນຖານນັບມື້ໄດ້ຮັບການຍົກສູງຂຶ້ນ”.

ແບ່ງປັນກ່ຽວກັບໄລຍະເວລາທີ່ຮ່ຳຮຽນ ແລະຝຶກແອບຢູ່ກົມກອງ ເປັນເວລາ 3 ເດືອນ, ຊັ້ນສອງ ເຈືອງຫງອັກຮຶງ, ກອງຮ້ອຍທີ 9, ກອງພັນທີ 3, ກອງພັນໃຫຍ່ 246 ໃຫ້ຮູ້ວ່າ: “ການໂຍນໝາກແຕກແມ່ນເນື້ອໃນທີ່ຍາກ, ຮຽກຮ້ອງຕ້ອງມີຄວາມກ້າຫານ, ມີເຕັກນິກ ແລະມີສຸຂະພາບແຂງແຮງດີ. ເຖິງວ່າ ໄດ້ຊົມວິດີໂອເພີ່ມເຕີມ ແລະໂຍນໝາກແຕກແທ້, ພະນັກງານ ໄດ້ແນະນໍາ ຢ່າງລະອຽດ ແລະໄດ້ຝຶກແອບ, ດັດປັບແຕ່ລະຈັງຫວະເປັນປະຈໍາກໍ່ຕາມ... ແຕ່ເມື່ອປະຕິບັດການກວດກາ, ຂ້າພະເຈົ້າ ຍັງຮູ້ສຶກຕື່ນເຕັ້ນຢູ່. ໃນເວລານັ້ນ,  ຂ້າພະເຈົ້າ ບອກຕົນເອງວ່າ ຕ້ອງທຸ່ນທ່ຽງ, ປະຕິບັດໃຫ້ຖືກຈັງຫວະ ເພື່ອບັນລຸໝາກຜົນດີ”.

ດ້ວຍວິວັດການອົບຮົມຫັດແອບຢ່າງເຂັ້ມງວດ, ໜັກແໜ້ນ, ມີແບບມີແຜນ; ກະກຽມການກວດກາຢ່າງຮອບຄອບຖີ່ນຖ້ວນ ແລະເພີ່ມທະວີການຝຶກແອບຄວາມກ້າຫານ, ກໍ່ສ້າງເຈດຈໍານົງຕັດສິນໃຈສູງໃຫ້ນັກຮົບໃໝ່, ກອງພັນໃຫຍ່ 246 ໄດ້ເຮັດສໍາເລັດການກວດກາ “3 ສຽງແຕກ” ເປັນຢ່າງດີ: ຜົນການຍິງປືນແມ່ນບັນລຸປະເພດດີ, ການວາງດິນລະເບີດ ແລະໂຍນໝາກແຕກ ແມ່ນບັນລຸປະເພດເກັ່ງ; ກົມກອງຮັບປະກັນຄວາມປອດໄພຢ່າງເດັດຂາດ.

ໂດຍ: ໄຊຊະນະ