ກົມໃຫຍ່ພະລາທິການ-ເຕັກນິກ ກວດກາວຽກງານຮັບປະກັນໃຫ້ແກ່ໜ້າທີ່ A80
ກປ.ອອນໄລ - ວັນທີ 27 ມິຖຸນາ, ຄະນະປະຕິບັດງານຂອງກົມໃຫຍ່ພະລາທິການ-ເຕັກນິກ ນໍາໂດຍ ທ່ານພົນຕີ ເຈິ່ນມິງດຶກ, ຫົວໜ້າກົມໃຫຍ່ພະລາທິການ-ເຕັກນິກ ໄດ້ລົງກວດກາວຽກງານຮັບປະກັນພະລາທິການ-ເຕັກນິກຂອງບັນດາກົມກອງທີ່ປະຕິບັດໜ້າທີ່ໃນພິທີສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ໜ້າທີ່ A80).
    |
 |
ຄະນະປະຕິບັດງານຂອງກົມໃຫຍ່ພະລາທິການ-ເຕັກນິກ ກວດກາພາຫະນະອຸປະກອນຮັບໃຊ້ໜ້າທີ່ A80 ຢູ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4. ພາບ: qdnd.vn |
    |
 |
ຄະນະປະຕິບັດງານ ກວດກາອາວຸດຍຸດໂທປະກອນ, ພາຫະນະຮັບໃຊ້ໜ້າທີ່ A80 ຢູ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4. ພາບ: qdnd.vn |
ຜ່ານການກວດກາຕົວຈິງຢູ່ຕາມສະຖານທີ່ຕ່າງໆ, ຄະນະປະຕິບັດງານຕີລາຄາວ່າ ບັນດາກົມກອງໄດ້ຊາບຊຶມຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງເປັນຢ່າງດີ, ປະສານສົມທົບຢ່າງແໜ້ນແຟ້ນກັບກໍາລັງທີ່ກ່ຽວຂ້ອງ ເພື່ອສ້າງແຜນການ, ສັບຊ້ອນບ່ອນເຕົ້າໂຮມພາຫະນະ, ອຸປະກອນເຕັກນິກຖືກຕາມລະບຽບການ, ຮັບປະກັນຄວາມປອດໄພ; ເປັນເຈົ້າການໃນການຄຸ້ມຄອງຮັກສາອາວຸດຍຸດໂທປະກອນ ເພື່ອກະກຽມໃຫ້ແກ່ການຝຶກແອບປະຕິບັດໜ້າທີ່ເດີນຂະບວນ, ສວນສະໜາມ.
    |
 |
ທ່ານພົນຕີ ເຈິ່ນມິງດຶກ ແລກປ່ຽນກັບກຳລັງຮັບປະກັນເຕັກນິກລົດ-ເຄື່ອງຈັກ. ພາບ: qdnd.vn |
ຕາງໜ້າຄະນະປະຕິບັດງານ, ທ່ານພົນຕີ ເຈິ່ນມິງດຶກ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາກ້ອນກໍາລັງ ທີ່ໄດ້ມານະພະຍາຍາມ, ເປັນເຈົ້າການຜ່ານຜ່າທຸກຄວາມຫຍຸ້ງຍາກ, ຮັບປະກັນວຽກງານເຕັກນິກໃຫ້ແກ່ພາຫະນະອຸປະກອນຮັບໃຊ້ພິທີສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດ ທີ 2 ກັນຍາ.
    |
 |
ຄະນະປະຕິບັດງານ ກວດກາບ່ອນກິນ ໂດຍ ທະຫານເຂດ 4 ຮັບຜິດຊອບ. ພາບ: qdnd.vn |
ເນັ້ນໜັກວ່າ ແຕ່ນີ້ຮອດພິທີສະເຫຼີມສະຫຼອງແມ່ນບໍ່ຫຼາຍ, ເພື່ອປະຕິບັດສຳເລັດໜ້າທີ່ວຽກງານເປັນຢ່າງດີ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງແຕ່ລະຂະແໜງການ, ແຕ່ລະບຸກຄົນ, ທ່ານພົນຕີ ເຈິ່ນມິງດຶກ ສະເໜີໃຫ້ບັນດາກົມກອງປະຕິບັດແຜນການຈັດຕັ້ງກໍາລັງ, ພາຫະນະຮັບໃຊ້ໜ້າທີ່ວຽກງານຕາມແຜນການຂອງຂັ້ນເທິງໃຫ້ເປັນຢ່າງດີ; ກວດກາຄືນສະພາບເຕັກນິກຂອງພາຫະນະ ແລະລົດ, ທັກສະການຂັດລົດ, ຊ່າງສ້ອມແປງເປັນປະຈຳ... ຮັບປະກັນບ່ອນກິນບ່ອນຢູ່ໃຫ້ແກ່ກ້ອນກຳລັງ; ຮັບປະກັນຄວາມປອດໄພສຸຂະອະນາໄມດ້ານອາຫານ; ປະຕິບັດວຽກງານຄຸ້ມຄອງສຸຂະພາບ, ສຸກເສີນ, ປິ່ນປົວພະຍາດ, ເກັບຮັກສາຢາປົວພະຍາດ, ອຸປະກອນການແພດຮັບໃຊ້ທະຫານ...
ໂດຍ: ໄຊຊະນະ