ບັນດາກໍາລັງສວນສະໜາມ, ເດີນຂະບວນໃນໜ້າທີ່ A80 ຝຶກແອບຮ່ວມຄັ້ງທີ 1
ກປ.ອອນໄລ - ວັນທີ 25 ມິຖຸນາ, ກົມອົບຮົມ-ໂຮງຮຽນ (ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ) ເປັນປະທານຈັດຕັ້ງການຝຶກແອບ ແລະກວດກາການຝຶກແອບກໍາລັງສວນສະໜາມ (ກໍາລັງຍ່າງ) ຢູ່ເຂດແຫ່ງຕ່າງໆ: ສູນຝຶກແອບການທະຫານແຫ່ງຊາດ ເລກ 4, ມະຫາວິທະຍາສາດແຫ່ງຊາດຮ່າໂນ້ຍ, ໝູ່ບ້ານວັດທະນະທໍາ ແລະທ່ອງທ່ຽວບັນດາເຜົ່າຫວຽດນາມ.
ທ່ານພົນຈັດຕະວາ ຫວູຫວຽດຮຸ່ງ, ຫົວໜ້າກົມອົບຮົມ-ໂຮງຮຽນ ເຂົ້າຮ່ວມ, ຊີ້ນໍາການຝຶກແອບຮ່ວມຢູ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4.
    |
 |
ທ່ານພົນຈັດຕະວາ ຫວູຫວຽດຮຸ່ງ, ຫົວໜ້າກົມອົບຮົມ-ໂຮງຮຽນ (ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ) ກ່າວຄໍາເຫັນທີ່ການຝຶກແອບຮ່ວມ. ພາບ: qdnd.vn |
ພາຍຫຼັງຝຶກແອບເປັນຫຼາຍມື້ ໃນສະພາບດິນຟ້າອາກາດທີ່ຮ້າຍແຮງ, ກ້ອນກໍາລັງໄດ້ຢຶດໝັ້ນການຝຶກແອບ, ຜ່ານຜ່າຄວາມຫຍຸ້ງຍາກ, ສ້າງຂຶ້ນບັນຍາກາດທີ່ສະຫງ່າອົງອາດ, ເຄັ່ງຂຶມ.
ໃນຕະຫຼອດໄລຍະການຝຶກແອບ, ບັນດາກ້ອນກໍາລັງຈັດຕັ້ງຖອດຖອນບົດຮຽນເປັນປະຈໍາ, ຝຶກແອບເໝາະສົມກັບເງື່ອນໄຂດິນຟ້າອາກາດ ແລະຮຽກຮ້ອງຄຸນນະພາບຕາມແຕ່ລະໄລຍະ.
ນີ້ແມ່ນຄັ້ງທໍາອິດບັນດາກໍາລັງສວນສະໜາມ, ເດີນຂະບວນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ດໍາເນີນການຝຶກແອບເພື່ອກວດກາໝາກຜົນການຝຶກແອບ, ຖອດຖອນບົດຮຽນການຝຶກແອບ, ເປັນພື້ນຖານໃຫ້ບັນດາກົມກອງ ສືບຕໍ່ການຝຶກແອບກໍາລັງເຂົ້າຮ່ວມສວນສະໜາມ, ເດີນຂະບວນບັນລຸໝາກຜົນສູງສຸດ.
ໜັງສືພິມກອງທັບປະຊາຊົນ ຂໍແນະນໍາບາງຮູບພາບກ່ຽວກັບການຝຶກແອບຮ່ວມຢູ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4 ດັ່ງລຸ່ມນີ້:
    |
 |
ທີ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4 ມີກ້ອນກໍາລັງຍິງ 7 ກ້ອນເຂົ້າຮ່ວມການຝຶກແອບ ຄັ້ງ 1. ພາບ: qdnd.vn |
    |
 |
ກ້ອນກໍາລັງການແພດຍິງ. ພາບ: qdnd.vn |
    |
 |
ໜ່ວຍທຸງຊາດ ໃນກ້ອນກໍາລັງຮັກສາສັນຕິພາບຍິງຫວຽດນາມ. ພາບ: qdnd.vn |
    |
 |
ເລີ່ມການຝຶກແອບຮ່ວມ, ໄປກ່ອນແມ່ນກ້ອນກໍາລັງດົນຕີກອງທັບຍິງ. ພາບ: qdnd.vn |
    |
 |
ກ້ອນກໍາລັງການແພດຍິງ. ພາບ: qdnd.vn |
    |
 |
ກ້ອນກໍາລັງທະຫານລາດພາກເໜືອຍິງ. ພາບ: qdnd.vn |
    |
 |
ກ້ອນກໍາລັງພິເສດຍິງ. ພາບ: qdnd.vn |
    |
 |
ກ້ອນກໍາລັງສື່ສານຍິງ. ພາບ: qdnd.vn |
    |
 |
ກ້ອນກໍາລັງກອງຫຼອນພາກໃຕ້ຍິງ. ພາບ: qdnd.vn |
    |
 |
ນີ້ແມ່ນການຝຶກແອບຮ່ວມຄັ້ງທໍາອິດ. ໃນຊຸມວັນຈະມາເຖິງ, ບັນດານາຍທະຫານຍິງຈະຝຶກແອບຫຼາຍກວ່າອີກ. ພາບ: qdnd.vn |
ໂດຍ: ໄຊນີດາ