ຊຸກຍູ້ການຮ່ວມມືໃນຂົງເຂດໄອຍະການການທະຫານ ຫວຽດນາມ-ຈີນ
ກປ.ອອນໄລ - ຕອນເຊົ້າວັນທີ 20 ມິຖຸນາ, ທ່ານພົນໂທ ຫວໍມິງເລືອງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານພົນຈັດຕະວາ Zhang Jin ຫົວໜ້າອົງການໄອຍະການການທະຫານກອງທັບປົດປ່ອຍປະຊາຊົນຈີນ ເນື່ອງໃນໂອກາດມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ແລກປ່ຽນທີ່ການຕ້ອນຮັບ, ທ່ານພົນໂທ ຫວໍມິງເລືອງ ເນັ້ນໜັກວ່າ ການພົວພັນສອງປະເທດພວມຢູ່ໄລຍະພັດທະນາຢ່າງດີງາມທີ່ສຸດ. ການນໍາຂັ້ນສູງສອງພັກ, ສອງລັດບັນລຸໄດ້ຫຼາຍຄວາມຮັບຮູ້ລວມສໍາຄັນກ່ຽວກັບການສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ-ຈີນ ມີຄວາມໝາຍຍຸດທະສາດຕາມການກໍານົດທິດ “6 ກວ່າ”.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານພົນໂທ ຫວໍມິງເລືອງ ຢ້ັງຢືນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນສອງປະເທດ, ສະແດງຜ່ານຫຼາຍເນື້ອໃນຮ່ວມມືແທດຈິງ, ມີປະສິດທິຜົນ. ໃນນັ້ນພົ້ນເດັ່ນແມ່ນແລກປ່ຽນຄະນະ, ພົບປະຂັ້ນສູງ, ການຮ່ວມມືລະຫວ່າງກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນທາງບົກ, ທະເລ... ການຮ່ວມມືໃນຂົງເຂດໄອຍະການການທະຫານຫວຽດນາມ-ຈີນ ໄດ້ທັງສອງຝ່າຍເອົາໃຈໃສ່, ຊຸກຍູ້. ຜ່ານມາ, ບົດບັນທຶກຄວາມຊ່ວຍຈໍາຂອງອົງການໄອຍະການການທະຫານສອງປະເທດໄດ້ລົງນາມ ແລະປະກາດຖືກກັບໂອກາດທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຢ້ຽມຢາມທາງລັດຖະກິດຫວຽດນາມ ເມື່ອເດືອນ ເມສາ 2025, ສະນັ້ນສະແດງໃຫ້ເຫັນການປະກອບສ່ວນຂອງການຮ່ວມມືດ້ານປ້ອງກັນປະເທດ ເພື່ອເສີມຂະຫຍາຍເນື້ອໃນການຢ້ຽມຢາມຂອງການນຳຂັ້ນສູງ.
    |
 |
ທ່ານພົນໂທ ຫວໍມິງເລືອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ Zhang Jin. ພາບ: qdnd.vn |
ທ່ານພົນໂທ ຫວໍມິງເລືອງ ຢືນຢັນວ່າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ສອງອົງການໄອຍະການຜັນຂະຫຍາຍບັນດາເນື້ອໃນຮ່ວມມືເທົ່ານັ້ນ ຫາກຍັງສອງຝ່າຍເຫັນດີເປັນເອກະພາບ, ປະກອບສ່ວນຍົກສູງການພົວພັນມິດຕະພາບ ແລະນໍ້າໃຈສາມັກຄີລະຫວ່າງສອງລັດ, ກອງທັບເວົ້າລວມ ແລະອົງການໄອຍະການການທະຫານສອງປະເທດເວົ້າສະເພາະກວ່າອີກ.
    |
 |
ທ່ານພົນໂທ ຫວໍມິງເລືອງ, ທ່ານພົນຈັດຕະວາ Zhang Jin ພ້ອມດ້ວຍຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ທ່ານພົນຈັດຕະວາ Zhang Jin ເນັ້ນໜັກວ່າການຢ້ຽມຢາມທາງລັດຖະກິດຂັ້ນສູງຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ມາຫວຽດນາມ ຢ່າງຕໍ່ເນື່ອງໃນຊຸມປີມໍ່ໆມານີ້ໄດ້ຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອານາຄົດຫວຽດນາມ-ຈີນ ມີຄວາມໝາຍຍຸດທະສາດ, ພ້ອມທັງເຮັດໃຫ້ການພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງ.
ທ່ານພົນຈັດຕະວາ Zhang Jin ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສອງອົງການໄອຍະການຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ, ສອງກະຊວງປ້ອງກັນປະເທດເວົ້າລວມ.
ໂດຍ: ໄຊນີດາ