ຄະນະປະຕິບັດງານກົມການເງິນ, ກະຊວງປ້ອງກັນປະເທດລາວ ຢ້ຽມຢາມ ແລະເຮັດວຽກກັບຕໍາຫຼວດທະເລເຂດ 4
ກປ.ອອນໄລ - ຕອນບ່າຍວັນທີ 18 ມິຖຸນາ, ຄະນະປະຕິບັດງານກົມການເງິນ, ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ນໍາໂດຍທ່ານ ພົນຈັດຕະວາ ບຸນຜອງ ບຸດທະວົງ, ຫົວໜ້າກົມການເງິນ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການຕໍາຫຼວດທະເລເຂດ 4. ທ່ານພົນຈັດຕະວາ ເຈີ່ນວັນເລື້ອງ, ຜູ້ບັນຊາການຕໍາຫຼວດທະເລເຂດ 4 ເປັນປະທານການຕ້ອນຮັບ ແລະເຮັດວຽກກັບຄະນະ.
ການເຮັດວຽກໄດ້ດຳເນີນໄປໃນບັນຍາກາດມິດຕະພາບ, ສາມັກຄີ, ເປີດອົກເປີດໃຈ ແລະຈິງໃຈ, ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງສາຍພົວພັນອັນເລິກເຊິ່ງ, ພິເສດແມ່ນລະຫວ່າງ ຫວຽດນາມ - ລາວ, ລະຫວ່າງກອງທັບສອງປະເທດ, ພ້ອມທັງຢືນຢັນເຖິງຄວາມເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການວິຊາການດ້ານການເງິນດ້ານປ້ອງກັນຊາດ.
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ເຈີ່ນວັນເລື້ອງ, ຜູ້ບັນຊາການຕໍາຫຼວດທະເລເຂດ 4 ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະປະຕິບັດກົມການເງິນ, ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ກົມກອງ.
    |
 |
ບັນຍາກາດທີ່ການຕ້ອນຮັບ ແລະເຮັດວຽກລະຫວ່າງກົມການເງິນລາວ ແລະກອງບັນຊາການຕໍາຫຼວດທະເລເຂດ 4. ພາບ: qdnd.vn |
ທ່ານພົນຈັດຕະວາ ເຈີ່ນວັນເລື້ອງ ເນັ້ນໜັກວ່າ: “ພວກຂ້າພະເຈົ້າຖືວ່າ ການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ແມ່ນພິສູດໃຫ້ເຫັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະກອງທັບສອງປະເທດ. ການເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານການເງິນດ້ານປ້ອງກັນຊາດຈະປະກອບສ່ວນຍົກສູງຄຸນນະພາບການຄຸ້ມຄອງ, ນຳໃຊ້ງົບປະມານຢ່າງມີປະສິດທິຜົນ, ຮັບປະກັນຢ່າງເຂັ້ມແຂງໃຫ້ໜ້າທີ່ການເມືອງຂອງແຕ່ລະຝ່າຍໃນສະພາບການໃໝ່”.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ຂອບໃຈຕໍາຫຼວດທະເລຫວຽດນາມ ເວົ້າລວມ ແລະກອງບັນຊາການຕໍາຫຼວດທະເລເຂດ 4 ເວົ້າສະເພາະ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຢ່າງເຄົາລົບນັບຖື, ລອບຄອບຖີ່ຖ້ວນ ແລະສາຍຈິດສາຍໃຈອ້າຍນ້ອງ. ທ່ານພົນຈັດຕະວາ ບຸນຜອງ ບຸດທະວົງ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ຮັກສາ ແລະເປີດກວ້າງບັນດາຮູບແບບການຮ່ວມມື, ພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.
ນີ້ແມ່ນການເຄື່ອນໄຫວການພົວພັນຕ່າງປະເທດດ້ານປ້ອງກັນຊາດສຳຄັນຂອງກອງບັນຊາການຕໍາຫຼວດທະເລເຂດ 4 ເພື່ອແນໃສ່ປະຕິບັດແຜນນະໂຍບາຍຂອງກະຊວງປ້ອງກັນປະເທດຫວຽດນາມ ໃນການເພີ່ມທະວີການຮ່ວມມືສາກົນ, ເປັນຕົ້ນແມ່ນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງຢູ່ພາກພື້ນ.
ໂດຍ: ຈາງຫງວຽນ