ບໍ່ພຽງແຕ່ແມ່ນຫຼັງຄາເຮືອນ - ນັ້ນແມ່ນສາຍຈິດມິດໃຈ

ຢູ່ຫຼາຍເຂດຫ່າງໄກສອກຫຼີກ, ເຂດພູສູງຊາຍແດນຂອງແຂວງກາວບັ່ງ, ເປັນຕົ້ນແມ່ນບ່ອນດໍາລົງຊີວິດຂອງຊົນເຜົ່າສ່ວນໜ້ອຍ, ຍັງມີຫຼາຍຄອບຄົວທີ່ດຳລົງຊີວິດຢູ່ໃນເຮືອນຊົ່ວຄາວ, ເຮືອນເປ່ເພ, ບໍ່ຮັບປະກັນຄວາມປອດໄພໃນລະດູຝົນຕົກ, ນໍ້າແກ່ງ. ເຂົ້າໃຈ ແລະແບ່ງປັນກັບສະພາບຄວາມຫຍຸ້ງຍາກຂອງພໍ່ແມ່ປະຊາຊົນ, ເປັນຕົ້ນແມ່ນຢູ່ເຂດຊາຍແດນ, ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງກາວບັ່ງ ໄດ້ເປັນເຈົ້າການເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ; ສົມທົບກັບຂະແໜງການຕ່າງໆ, ອົງການຈັດຕັ້ງມະຫາຊົນປະຕິບັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພດ້ວຍຫຼາຍວິທີເຮັດທີ່ອຸດົມສົມບູນ, ມີຫົວຄິດປະດິດສ້າງ, ປະກອບສ່ວນຊ່ວຍປະຊາຊົນມີທີ່ຢູ່ອາໄສທີ່ໝັ້ນຄົງ ແລະປັບປຸງຄຸນນະພາບຊີວິດການເປັນຢູ່.

leftcenterrightdel
ພະນັກງານ, ນັກຮົບທະຫານຊາຍແດນແຂວງກາວບັ່ງ ໄດ້ສົມທົບກັບກໍາລັງຂົນສົ່ງວັດສະດຸກໍ່ສ້າງເພື່ອຊ່ວຍປະຊາຊົນລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພ. ພາບ: ຮຸຍເຢືອງ

ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງກາວບັ່ງ ກໍ່ໄດ້ຊີ້ນຳບັນດາກົມກອງຍູ້ແຮງການໂຄສະນາ, ຂົນຂວາຍພະນັກງານ, ສະມາຊິກພັກ ແລະປະຊາຊົນຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບໃນການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ, ພິເສດແມ່ນຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພ. ກົມກອງໄດ້ກວດກາຄືນ, ກໍາແໜ້ນເປົ້າໝາຍ, ເງື່ອນໄຂລະອຽດຂອງແຕ່ລະຄອບຄົວເປັນປະຈຳເພື່ອເປັນເສນາທິການໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ດ້ວຍຈິດໃຈຄວາມຮັບຜິດຊອບສູງ, ຄ້າຍທະຫານຊາຍແດນ, ຄື: ຕາລູ່ງ, ດ່າມທູ໋ຍ, ກວາງລອງ, ທິຮວາ, ດ່ານຊາຍແດນຫຼີວ້ານ… ໄດ້ກາຍເປັນພາກສ່ວນສຳຄັນຕັ້ງໜ້າແຜ່ຂະຫຍາຍຂະບວນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພຢູ່ຕາມເສັ້ນຊາຍແດນກາວບັ່ງ.

ທ່ານພັນໂທ ຫງວຽນຊວນແມ້ງ ຫົວໜ້າການເມືອງຄ້າຍທະຫານຊາຍແດນ ດ່ານຊາຍແດນຫຼີວ້ານ ໃຫ້ຮູ້ວ່າ: “ເພື່ອຕອບສະໜອງຂະບວນການແຂ່ງຂັນໂດຍທ່ານນາຍົກລັດຖະມົນຕີ ປຸກລະດົມ, ກົມກອງໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງບັນດາຕາແສງຢູ່ເຂດຊາຍແດນກວດກາຄືນບັນດາຄອບຄົວທີ່ມີຄວາມຫຍຸ້ງຍາກເປັນພິເສດ, ສ້າງແຜນການໜູນຊ່ວຍຢ່າງລະອຽດ. ນອກຈາກເປັນແຮງງານເຮັດວຽກໃນແຕ່ລະວັນແລ້ວ, ພວກຂ້າພະເຈົ້າ ຍັງໄດ້ລະດົມແຫຼ່ງກໍາລັງຈາກຜູ້ມີໃຈບຸນໃຈກຸສົນ, ວິສາຫະກິດ, ພ້ອມດ້ວຍການປະກອບສ່ວນຂອງພະນັກງານ, ນັກຮົບຕື່ມອີກ. ນັບແຕ່ຕົ້ນປີ 2025 ມາຮອດປະຈຸບັນ, ທາງຄ້າຍໄດ້ຊ່ວຍເປັນແຮງງານໃຫ້ 16 ຄອບຄົວ, ໃນນັ້ນໄດ້ໜູນຊ່ວຍ 3 ຄອບຄົວດ້ວຍຍອດຈຳນວນເງິນ 150 ລ້ານດົ່ງ”.

ທີ່ຄ້າຍທະຫານຊາຍແດນ ດ່ານຊາຍແດນຫຼີວ້ານ, ວຽກງານລົບລ້າງເຮືອນຢູ່ຊົ່ວຄາວໄດ້ຕິດພັນກັບບັນດາໂຄງການ, ຮູບແບບຮັບປະກັນຊີວິດສັງຄົມ, ຄື: “ເຮືອນອົບອຸ່ນໃຫ້ແກ່ຜູ້ທຸກຍາກຢູ່ເຂດຊາຍແດນ, ເກາະທະເລ”, “ເຮືອນ 100 ດົ່ງ”, “ຊ່ວຍນ້ອງໄປໂຮງຮຽນ”, “ລູກລ້ຽງຄ້າຍທະຫານຊາຍແດນ”... ຜ່ານນັ້ນ, ໄດ້ລະດົມແຫຼ່ງກຳລັງຈາກສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈໃຫ້ປະຊາຊົນຢູ່ເຂດຊາຍແດນ.

ເສີມຂະຫຍາຍມູນເຊື້ອ “ໃບຕອງດີຕຸ້ມຫໍ່ເອົາໃບຕອງຂາດ”, ດ້ວຍຈິດໃຈ “ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ”, ວັນທີ 27 ພຶດສະພາ, ຄ້າຍທະຫານຊາຍແດນດ່ານຊາຍແດນຫຼີວ້ານ ໄດ້ລະດົມພະນັກງານ, ນັກຮົບ 12 ຄົນເຂົ້າຮ່ວມຊ່ວຍເຫຼືອຄອບຄົວທ່ານ ນົງວັນກາວ, ຢູ່ບ້ານດົ່ງບຽນ, ຕາແສງດົງລວານ, ເມືອງຮະລາງ. ເຖິງວ່າວຽກງານໜັກໜ່ວງກໍ່ຕາມ, ແຕ່ທຸກຄົນກໍ່ມີຄວາມພາກພູມໃຈຍ້ອນຮູ້ວ່າຕົນເອງກຳລັງປະກອບສ່ວນນໍາເອົາເຮືອນທີ່ມີຄວາມອົບອຸ່ນມາໃຫ້ປະຊາຊົນຢູ່ເຂດຊາຍແດນ.

ທ່ານ ນົງວັນກາວ ແບ່ງປັນວ່າ: “ຂ້າພະເຈົ້າບໍ່ຮູ້ວ່າຈະເວົ້າຫຍັງນອກຈາກຄຳຂອບໃຈຢ່າງຈິງໃຈ, ຖ້າບໍ່ມີການຊ່ວຍເຫຼືອຂອງທະຫານ ແລະອໍານາດການປົກຄອງຕາແສງ, ຄອບຄົວຂ້າພະເຈົ້າ ບໍ່ກ້າຄິດເຖິງເລື່ອງທີ່ຈະສ້າງເຮືອນໃໝ່ຄືແບບນັ້ນໄດ້”.

ທ່ານຮ້ອຍເອກ ຮ່າຈູງກຽນ, ພະນັກງານເຂົ້າຮ່ວມການໜູນຊ່ວຍກໍ່ສ້າງເຮືອນໃຫ້ຄອບຄົວທ່ານ ກາວ ໂດຍກົງ ໃຫ້ຮູ້ວ່າ: ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ເຂດຊາຍແດນຍັງຫຍຸ້ງຍາກຫຼາຍ, ການກໍ່ສ້າງເຮືອນແໜ້ນໜາຖາວອນແມ່ນສິ່ງທີ່ບໍ່ງ່າຍດາຍ, ສະນັ້ນ, ການໜູນຊ່ວຍປະຊາຊົນກໍ່ສ້າງເຮືອນແມ່ນໜ້າທີ່ເຮັດເປັນປະຈຳ, ນອກຈາກການປະກອບສ່ວນດ້ານທຶນຮອນແລ້ວ, ພວກຂ້າພະເຈົ້າ ຍັງຊ່ວຍພໍ່ແມ່ປະຊາຊົນຂົນສົ່ງວັດສະດຸ, ເຮັດພື້ນເຮືອນໂດຍກົງ. ມີບ້ານທີ່ຫົນທາງມີຄວາມຫຍຸ້ງຍາກຫຼາຍ ແລະວັດສະດຸທຸກຢ່າງລ້ວນແຕ່ຕ້ອງໄດ້ໃຊ້ກຳລັງຄົນແບກໄປ. ການຊ່ວຍເຫຼືອປະຊາຊົນໃຫ້ມີຊີວິດການເປັນຢູ່ທີ່ເປັນປົກກະຕິແມ່ນຄວາມມ່ວນຊື່ນ ແລະກໍ່ແມ່ນຄວາມຮັບຜິດຊອບຂອງທະຫານຊາຍແດນ”.

leftcenterrightdel
ພະນັກງານ, ນັກຮົບທະຫານຊາຍແດນແຂວງກາວບັ່ງ ຕັ້ງໜ້າເຂົ້າຮ່ວມເປັນແຮງງານຊ່ວຍເຫຼືອປະຊາຊົນກໍ່ສ້າງເຮືອນ. ພາບ: ຮຸຍເຢືອງ

ລົບລ້າງເຮືອນຢູ່ຊົ່ວຄາວ- ກໍ່ສ້າງ "ທ່າຮົບໃນຈິດໃຈປະຊາຊົນ"

ສຳລັບພະນັກງານ, ນັກຮົບແຕ່ລະຄົນຂອງກອງບັນຊາການທະຫານຊາຍແດນແຂວງກາວບັ່ງ ແລ້ວ, ການໜູນຊ່ວຍພໍ່ແມ່ປະຊາຊົນຢູ່ເຂດຊາຍແດນກໍ່ສ້າງເຮືອນແມ່ນມີຄວາມສຳຄັນທີ່ສຸດ, ຍ້ອນວ່າການຮັກສາຊາຍແດນບໍ່ພຽງແຕ່ດ້ວຍປືນຜາໜ້າໄມ້ເທົ່ານັ້ນ ຫາກຍັງດ້ວຍຈິດໃຈຂອງປະຊາຊົນອີກດ້ວຍ. ຍ້ອນການກະທຳທີ່ລະອຽດ, ແທດຈິງນັ້ນ, ຮູບພາບ “ທະຫານລຸງໂຮ່” ຈຶ່ງໄດ້ຝັງເລິກໃນດວງໃຈຂອງປະຊາຊົນ.

ນັບແຕ່ປີ 2024 ມາຮອດປະຈຸບັນ, ກອງບັນຊາການທະຫານຊາຍແດນແຂວງກາວບັ່ງ ໄດ້ຊ່ວຍເຫຼືອປະຊາຊົນ 98 ຄອບຄົວ, ລະດົມພະນັກງານ, ນັກຮົບ 939 ເທື່ອຄົນເປັນແຮງງານເຮັດວຽກໃນແຕ່ລະວັນ, ໃນນັ້ນມີ 17 ຄອບຄົວ ໄດ້ຊ່ວຍເຫຼືອເປັນເງິນສົດດ້ວຍມູນຄ່າທັງໝົດ 583 ລ້ານດົ່ງ. ນອກຈາກນັ້ນ, ພະນັກງານ, ນັກຮົບຍັງໄດ້ບໍລິຈາກເງິນກວ່າ 55 ລ້ານດົ່ງ ຕາມໂຄງການທີ່ທ້ອງຖິ່ນປຸກລະດົມ; ຂົນຂວາຍວິສາຫະກິດໜູນຊ່ວຍຊີມັງ 17 ໂຕນ, ດ້ວຍມູນຄ່າ 30 ລ້ານດົ່ງ ເພື່ອຊ່ວຍເຫຼືອ 11 ຄອບຄົວກໍ່ສ້າງເຮືອນໃໝ່. ນີ້ບໍ່ພຽງແຕ່ແມ່ນການໜູນຊ່ວຍດ້ານວັດຖຸເທົ່ານັ້ນ, ຫາກຍັງແມ່ນການສ້າງ "ທ່າຮົບໃນຈິດໃຈປະຊາຊົນ" ຢູ່ແນວໜ້າຂອງປະເທດຊາດອີກດ້ວຍ. ຜ່ານເຮືອນໃໝ່ແຕ່ລະຫຼັງ, ແຕ່ລະການກະທຳທີ່ມີນໍ້າໃຈ, ຮູບພາບທະຫານຊາຍແດນຍິ່ງນັບມື້ນັບໃກ້ຊິດສະໜິດສະໜົມ, ປະກອບສ່ວນຂົນຂວາຍປະຊາຊົນເຂົ້າຮ່ວມການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຕໍ່ສູ້ປ້ອງກັນ, ຕ້ານການຄ້າເຖື່ອນ, ການເຂົ້າ-ອອກເມືອງຜິດກົດໝາຍ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ.

ອາດຈະເຫັນວ່າບັນດາເຮືອນແຫ່ງສາຍຈິດມິດໃຈໂດຍກອງບັນຊາການທະຫານຊາຍແດນແຂວງກາວບັ່ງ ພ້ອມກັບອຳນາດການປົກຄອງ ແລະປະຊາຊົນສ້າງຂຶ້ນນັ້ນແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນໍ້າໃຈຄວາມຮັກແພງລະຫວ່າງທະຫານ ແລະປະຊາຊົນ. ຈາກການກະທຳທີ່ລຽບງ່າຍແຕ່ມີຄວາມອົບອຸ່ນນັ້ນ, ທຸກວັນນີ້ຢູ່ເຂດຊາຍແດນພວມນັບມື້ນັບມີການປ່ຽນແປງ, ປະຊາຊົນມີການດໍາລົງຊີວິດທີ່ສະຫງົບ, ມີຄວາມຜາສຸກ.

ໂດຍ: ເຈິ່ນຮວ່ຽນ