leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານພົນຈັດຕະວາ ບຸນຜອງ ບຸດທະວົງ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ໃນໄລຍະຜ່ານມາສືບຕໍ່ພັດທະນາແທດຈິງ, ມີປະສິດທິຜົນ, ແມ່ນໜຶ່ງເສົາຄໍ້າສໍາຄັນຂອງການພົວພັນສອງຝ່າຍ. ໃນນັ້ນ, ກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມການເງິນ, ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໄດ້ພົບປະ, ແລກປ່ຽນບົດຮຽນວຽກງານ, ເປັນເສນາທິການຢ່າງທັນການ, ສະເໜີກັບການນໍາກະຊວງປ້ອງກັນປະເທດສອງປະເທດກ່ຽວກັບວຽກງານການເງິນ, ປະກອບສ່ວນຜັນຂະຫຍາຍການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ມີປະສິດທິຜົນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ ບຸນຜອງ ບຸດທະວົງພາບ: qdnd.vn

ສ່ວນທ່ານພົນຈັດຕະວາ ບຸນຜອງ ບຸດທະວົງ ຢືນຢັນວ່າ ຈະມານະພະຍາຍາມສົມທົບກັນຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນກະພາບ; ສະແດງຄວາມເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ການພົວພັນຮ່ວມມືລະຫວ່າງສອງອົງການເວົ້າສະເພາະ, ລະຫວ່າງກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ ເວົ້າລວມ ຈະຮັດແໜ້ນຢ່າງບໍ່ຢຸດຢັ້ງກວ່າອີກ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ, ທ່ານພົນຈັດຕະວາ ບຸນຜອງ ບຸດທະວົງ ພ້ອມດ້ວຍຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn

ບົນພື້ນຖານໝາກຜົນການເຮັດວຽກ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີສອງອົງການສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າໃນຂົງເຂດວິຊາການ, ສຸມໃສ່ເຂົ້າໃນການແບ່ງປັນບົດຮຽນ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບວຽກງານຄຸ້ມຄອງການເງິນ; ຍົກສູງວຽກງານເປັນເສນາທິການ, ສະເໜີກັບການນໍາກະຊວງປ້ອງກັນປະເທດສອງປະເທດກ່ຽວກັບວຽກງານການເງິນໃຫ້ມີປະສິດທິຜົນ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ, ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກໃຫ້ການຮ່ວມມືລະຫວ່າງອົງການການເງິນຂອງກອງທັບສອງປະເທດ.

ໂດຍ: ໄຊນີດາ