ຄະນະໄດ້ໄປຢ້ຽມຢາມໂຮງງານວັດແທກ-ຕັດຫຍິບກອງທັບ ແລະເຮັດວຽກກັບການນໍາບໍລິສັດຢູ່ທີ່ນີ້.

ແນະນໍາກັບຄະນະກ່ຽວກັບບໍລິສັດ X20, ພັນຕີ ຈູວັນເດ້ ປະທານສະພາບໍລິຫານໃຫ້ຮູ້ວ່າ ບໍລິສັດຫຸ້ນສ່ວນ X20 ຜະລິດດໍາເນີນທຸລະກິດສິນຄ້າຕໍ່າແຜນຕັດຫຍິບຮັບໃຊ້ຄວາມຕ້ອງການໃນປະເທດ ແລະສົ່ງອອກ, ດ້ວຍຄວາມສາມາດ 50% ແມ່ນຜະລິດຕະພັນປ້ອງກັນຊາດ, 50% ຜະລິດຕະພັນບັນດາສິນຄ້າສ່ົງອອກ, ໜ້າທີ່ຈຸດສຸມແມ່ນຜະລິດຕະພັນບັນດາສິນຄ້າເຄື່ອງນຸ່ງໃຫ້ທະຫານ.

leftcenterrightdel
ວິທະຍາຄານຄົ້ນຄວ້າສູ້ຮົບຍຸດທະສາດເວເນຊູເອລາ ເຮັດວຽກກັບບໍລິສັດຫຸ້ນສ່ວນ X20 ແລະຊອກຮູ້ບາງຜະລິດຕະພັນ. ພາບ: qdnd.vn
leftcenterrightdel
ການນໍາບໍລິສັດຫຸ້ນສ່ວນ X20 ແລະຕາງໜ້າຄະນະວິທະຍາຄານຄົ້ນຄວ້າສູ້ຮົບຍຸດທະສາດເວເນຊູເອລາ ມອບຂອງຂວັນທີ່ລະນຶກ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ບໍລິສັດສຸມໃສ່ຄົ້ນຄວ້າ, ສ້າງບາດກ້າວບຸກທະລຸໃນວຽກງານດໍາເນີນທຸລະກິດ, ການຕະຫຼາດ, ຂຸດຄົ້ນແຫຼ່ງສິນຄ້າ, ລູກຄ້າ. ຄົ້ນຄວ້າເອົາອອກຕະຫຼາດຜະລິດຕະພັນໃໝ່, ຜະລິດຕະພັນອາພອນສະໄໝມີເຄື່ອງໝາຍການຄ້າ X20 ທັງຕະຫຼາດພາຍໃນປະເທດ  ແລະສົ່ງອອກ.

leftcenterrightdel
ຄະນະວິທະຍາສາດສູ້ຮົບຍຸດທະສາດເວເນຊູເອລາ ຊອກຮູ້ບາງຜະລິດຕະພັນເຄື່ອງນຸ່ງໂດຍບໍລິສັດຫຸ້ນສ່ວນ X20 ຜະລິດ. ພາບ: qdnd.vn

ກ່າວຄໍາເຫັນທີ່ການເຮັດວຽກ, ຕາງໜ້າຄະນະວິທະຍາຄານຄົ້ນຄວ້າສູ້ຮົບຍຸດທະສາດເວເນຊູເອລາ ສະແດງຄວາມປິຕິຊົມຊື່ນໄດ້ໄປຢ້ຽມຢາມບໍລິສັດຫຸ້ນສ່ວນ X20; ຂອບໃຈການນໍາ, ພະນັກງານ, ພາລະກອນບໍລິສັດໄດ້ຕ້ອນຮັບຢ່າງສົມກຽດ. ຕາງໜ້າຄະນະສະແດງຄວາມປາດຖະໜາຢາກພາຍຫຼັງການຢ້ຽມຢາມ ແລະເຮັດວຽກ, ໃນໄລຍະຈະມາເຖິງສອງຝ່າຍຈະມີການຮ່ວມມືໃນຂົງເຂດ ເຊິ່ງວິທະຍາຄານຄົ້ນຄວ້າສູ້ຮົບຍຸດທະສາດເວເນຊູເອລາ ເອົາໃຈໃສ່ ແລະຂົງເຂດເຊິ່ງບໍລິສັດມີທ່າແຮງ.

ໂດຍ: ໄຊນີດາ