ທ່ານພົນເອກ ຟານວັນຢາງ ຊົມເຊີຍທ່ານ Shawn Steil ເອກອັກຄະລັດຖະທູດການາດາ ໄດ້ປະຕິບັດງານຢູ່ ຫວຽດນາມ ສໍາເລັດຜົນ; ສະແດງຄວາມເຊື່ອໝ້ັນວ່າ ບົນຖານະຕໍາແໜ່ງໃໝ່, ທ່ານ Shawn Steil ເອກອັກຄະລັດຖະທູດ ຈະສືບຕໍ່ມີການປະກອບສ່ວນສໍາຄັນໃຫ້ການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ການາດາ ເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານ Shawn Steil ເອກອັກຄະລັດຖະທູດການາດາ ທີ່ການຕ້ອນຮັບ. ພາບ: qdnd.vn

ຢືນຢັນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນຮ່ວມມືກັບການາດາ, ທ່ານພົນເອກ ຟານວັນຢາງ ຮັບຮູ້ ການພົວພັນສອງປະເທດພວມພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເຂົ້າສູ້ລວງເລິກ, ແທດຈິງໃນຫຼາຍຂົງເຂດ, ສອດຄ່ອງກັບຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ພັດທະນາລວມຂອງພາກພື້ນ ແລະໂລກ.

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ໃນອາຍຸການປະຕິບັດງານຂອງທ່ານ Shawn Steil ເອກອັກຄະລັດຖະທູດ, ກະຊວງປ້ອງກັນປະເທດສອງປະເທດໄດ້ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວຕ່າງໆທີ່ມີປະສິດທິຜົນບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ, ໃນນັ້ນມີບົດບັນທຶກຄວາມຊ່ວຍຈໍາວ່າດ້ວຍການຮ່ວມມືໃນຂົງເຂດປ້ອງກັນຊາດທີ່ລົງນາມໃນປີ 2019 ແລະແຜນການຮ່ວມມືດ້ານປ້ອງກັນຊາດ 3 ປີ ໄລຍະ 2024-2026, ສຸມໃສ່ເຂົ້າຂົງເຂດຕ່າງໆ, ຄື: ການແລກປ່ຽນຄະນະ, ການເຈລະຈາ-ທາບທາມຄວາມເຫັນ; ການຮ່ວມມືບໍາລຸງສ້າງ; ຄວາມໝັ້ນຄົງທາງທະເລ; ອຸດສາຫະກໍາປ້ອງກັນຊາດ; ຮັກສາສັນຕິພາບ ສປຊ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ການຮ່ວມມືຫຼາຍຝ່າຍ...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີກະຊວງປ້ອງກັນປະເທດສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບາງເນື້ອໃນຕົ້ນຕໍ, ລວມມີ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຮັກສາບັນດາກົນໄກເຈລະຈາ-ທາບທາມຄວາມເຫັນຢ່າງມີປະສິດທິຜົນ; ການຮ່ວມມືບໍາລຸງສ້າງ; ອຸດສາຫະກໍາປ້ອງກັນຊາດ; ກູ້ໄພ-ກູ້ຊີບ, ຄຸ້ມຄອງຊາຍແດນ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ຮັກສາສັນຕິພາບ ສປຊ;... ບົນພື້ນຖານໝາກຜົນການເຈລະຈານະໂຍບາຍດ້ານປ້ອງກັນຊາດຫວຽດນາມ-ການາດາ ຄັ້ງທີ 3 ທີ່ຫວຽດນາມ ເມື່ອເດືອນ ກຸມພາ 2025, ກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ຊີ້ນໍາບັນດາອົງການທີ່ກ່ຽວຂ້ອງສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍການາດາ ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ການນໍາກະຊວງປ້ອງກັນປະເທດສອງປະເທດເຫັນດີເປັນເອກະພາບ, ສອດຄ່ອງກັບການພົວພັນລວມຂອງສອງປະເທດ, ສະພາບຕົວຈິງ ແລະຄວາມຕ້ອງການ, ຄວາມສາມາດຂອງແຕ່ລະຝ່າຍຢ່າງມີປະສິດທິຜົນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Shawn Steil ເອກອັກຄະລັດຖະທູດການາດາ. ພາບ: qdnd.vn

ທ່ານ Shawn Steil ເອກອັກຄະລັດຖະທູດ ຂອບໃຈທ່ານລັດຖະມົນຕີ ໄດ້ສະຫຼະເວລາຕ້ອນຮັບກໍ່ຄືກະຊວງປ້ອງກັນປະເທດຫວຽດນາມ ໄດ້ເອົາໃຈໃສ່, ໜູນຊ່ວຍທ່ານເອກອັກຄະລັດຖະທູດໃນຕະຫຼອດອາຍຸການປະຕິບັດງານຢູ່ຫວຽດນາມ; ພ້ອມທັງສະແດງຄວາມປິຕິຊົມຊື່ນເມື່ອການຮ່ວມມືດ້ານປ້ອງກັນຊາດແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ-ການາດາ.

ໂດຍ: ໄຊນີດາ