ກະຊວງປ້ອງກັນປະເທດຫວຽດນາມ ແລະລາວ ຈັດຕັ້ງການແລກປ່ຽນວຽກງານການເງິນ
ກປ.ອອນໄລ - ຕອນເຊົ້າວັນທີ 17 ມິຖຸນາ, ກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ດຳເນີນການພົບປະເຈລະຈາກັບຄະນະຜູ້ແທນກົມການເງິນ, ກົມໃຫຍ່ພະລາທິການ/ກະຊວງປ້ອງກັນປະເທດລາວ ເພື່ອແນໃສ່ແລກປ່ຽນ, ປະເມີນຜົນວຽກງານຮັບປະກັນດ້ານການເງິນສຳລັບການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດ ປີ 2024 ແລະແຜນການຮ່ວມມືປີ 2025.
ຝ່າຍກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍທ່ານພົນຕີ ຫງວຽນຮົ່ງເລິມ, ຫົວໜ້າກົມການເງິນ. ສ່ວນຝ່າຍກົມການເງິນ, ກົມໃຫຍ່ພະລາທິການ/ກະຊວງປ້ອງກັນປະເທດລາວ ນຳໂດຍທ່ານພົນຈັດຕະວາ ບຸນຜອງ ບຸດທະວົງ, ຫົວໜ້າກົມການເງິນ, ກົມໃຫຍ່ພະລາທິການ/ກະຊວງປ້ອງກັນປະເທດລາວ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn |
ປີ 2024, ພາຍໃຕ້ການເອົາໃຈໃສ່, ຊີ້ນຳຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດສອງປະເທດ, ກົມການເງິນຂອງສອງຝ່າຍໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ສຳເລັດໜ້າທີ່ການຮັບປະກັນດ້ານການເງິນສຳລັບການເຄື່ອນໄຫວຮ່ວມມືຕາມແຜນການເປັນຢ່າງດີ. ຮັບປະກັນທຸກດ້ານຂອງວຽກງານການເງິນ, ການເຄື່ອນໄຫວພົບປະແລກປ່ຽນ, ມອບຂອງຂວັນສຳລັບກິດຈະກຳຕ່າງໆ, ເຫດການ; ຈັດຕັ້ງປະຕິບັດບັນດາເນື້ອໃນ, ແຜນການຮ່ວມມືໃນຂົງເຂດການລົງທຶນ, ກໍ່ສ້າງ, ຝຶກອົບຮົມບໍາລຸງສ້າງ; ຮັບປະກັນງົບປະມານສຳລັບໂຄງການຮ່ວມມື. ຝ່າຍລາວ ກໍ່ອຳນວຍຄວາມສະດວກເພື່ອຕ້ອນຮັບຄະນະຜູ້ແທນຫວຽດນາມ ທີ່ມາຢ້ຽມຢາມ, ເຮັດວຽກ, ສຳຫຼວດ ແລະແລກປ່ຽນບົດຮຽນປະສົບການ.
ເດືອນທັນວາ 2024, ສອງຝ່າຍໄດ້ຈັດຕັ້ງພິທີແຮກສ່ຽວຢູ່ຮ່າໂນ້ຍ, ນີ້ແມ່ນຂີດໝາຍໃໝ່ພິສູດໃຫ້ເຫັນຄວາມສາມັກຄີ, ມິດຕະພາບ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງອົງການ, ສອງຂະແໜງການເງິນກອງທັບ. ຜູ້ຕາງໜ້າກົມການເງິນ/ກະຊວງປ້ອງກັນປະເທດລາວ ໄດ້ຕີລາຄາສູງໝາກຜົນການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະໄດ້ເຫັນດີເປັນເອກະພາບເນື້ອໃນຮ່ວມມືໃນໄລຍະຈະມາເຖິງ. ຫວັງວ່າຈະສືບຕໍ່ແລກປ່ຽນບົດຮຽນ, ໂດຍສະເພາະແມ່ນວຽກງານຈັດຊື້, ການລົງທຶນ; ບຳລຸງສ້າງຊັບພະຍາກອນມະນຸດທີ່ເຮັດວຽກງານການເງິນກອງທັບ.
ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ລົງນາມໃນເອກະສານ ແລະແຜນການຮ່ວມມືລະຫວ່າງກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມການເງິນ, ກົມໃຫຍ່ພະລາທິການ/ກະຊວງປ້ອງກັນປະເທດລາວ.
ໂດຍ: ຈາງຫງວຽນ